ຄົ້ນຄ້ວາຫັນຫົວໜ່ວຍທຸລະກິດໃຫ້ແຂວງຄຸ້ມຄອງ ແນໃສ່ກຸ້ມຕົນເອງດ້ານງົບປະມານ ໃນປີ 2023

    ກະຊວງການເງິນ ໄດ້ຈັດກອງປະຊຸມຄົ້ນຄວ້າຫັນຫົວໜ່ວຍທຸລະກິດໃຫ້ແຂວງຄຸ້ມຄອງ ແນໃສ່ສາມາດກຸ້ມຕົນເອງດ້ານງົບປະມານ ໃນປີ 2023 ຂຶ້ນໃນທ້າຍອາທິດຜ່ານມາ ທີ່ກະຊວງດັ່ງກ່າວ ເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ມີຫົວໜ້າພະແນກການເງິນ ຕາງໜ້າຈາກສ່ວຍສາອາກອນປະຈຳ 8 ແຂວງຄື: ນະຄອນຫຼວງວຽງຈັນ ແຂວງຄໍາມ່ວນ ສະຫວັນນະເຂດ ບໍລິຄຳໄຊ ອັດຕະປື ຫຼວງນ້ຳທາ ຫຼວງພະບາງ ແຂວງໄຊຍະບູລີ ພ້ອມດ້ວຍຄະນະກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເປັນການຮ່ວມກັນຄົ້ນຄວ້າຫາລືແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນແມ່ນໃຫ້ພະແນກການເງິນ 8 ແຂວງຄື: ແຂວງຫຼວງພະບາງ ຫຼວງນໍ້າທາ ໄຊຍະບູລີ ບໍລິຄຳໄຊ ສະຫວັນນະເຂດ ຄໍາມ່ວນ ອັດຕະປື ແລະ ເຊກອງ ບັນດາກົມທີ່ກ່ຽວຂ້ອງ ຮ່ວມກັນແລກປ່ຽນຂໍ້ມູນ ໄລ່ລຽງບັນດາລາຍຮັບຕົວຈິງຈາກບັນດາຫົວໜ່ວຍທຸລະກິດທີ່ຕົນຄຸ້ມຄອງ ໃຫ້ແກ່ກົມກ່ຽວຂ້ອງ ເພື່ອພ້ອມກັນຄົ້ນຄວ້າ ແບ່ງປັນຫົວໜ່ວຍທຸລະກິດໃຫ້ແທດເໝາະກັບລາຍຈ່າຍຂອງແຂວງ ກໍລະນີແຂວງໃດທີ່ມີຊາຍແດນຕິດຈອດກັນ ມີພື້ນຖານຫົວໜ່ວຍທຸລະກິດທີ່ໃຫຍ່ ແມ່ນໃຫ້ຄົ້ນຄວ້າແບ່ງປັນຂໍ້ມູນລາຍຮັບແກ່ກັນຢ່າງລະອຽດ ອີກດ້ານໜຶ່ງ ຖ້າແຂວງໃດທີ່ມີທ່າແຮງ ມີລາຍຮັບເກີນດູນ ຫຼື ຍັງຂາດດູນ ກໍໃຫ້ຮ່ວມການຄົ້ນຄວ້າແບ່ງປັນຫົວໜ່ວຍທຸລະກິດ ກໍຄືແບ່ງປັນລາຍຮັບໃຫ້ມີຄວາມແທດເໝາະກັບລາຍຮັບຕົວຈິງຂອງແຂວງນັ້ນໆສ່ວນວິທີການຈັດຕັ້ງປະຕິບັດ ແລະ ຂໍ້ມູນລະອຽດແມ່ນໃຫ້ຄົ້ນຄວ້າຮ່ວມກັນຢ່າງເລິກເຊິ່ງ ໂດຍຖືເອົາການເບີກຈ່າຍເງິນເດືອນເປັນບູລິມະສິດອັບດັບ 1 ຕາມທິດຂອງພັກ ແລະ ລັດວາງອອກ ຕິດພັນກັບການສືບຕໍ່ຈັດຕັ້ງປະຕິບັດວຽກງານຫັນຫົວໜ່ວຍທຸລະກິດເຂົ້າລະບົບອາກອນມູນຄ່າເພີ່ມ ໄປພ້ອມໆກັບການສືບຕໍ່ຂຸດຄົ້ນລາຍຮັບທີ່ບົ່ມຊ້ອນ.

    ພ້ອມນັ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຂັ້ນທ້ອງຖິ່ນ ກະຊວງການເງິນ ຈຶ່ງໄດ້ຄົ້ນຄວ້າຫົວໜ່ວຍທຸລະກິດທີ່ສູນກາງຄຸ້ມຄອງເພື່ອມອບໃຫ້ແຂວງ ເຊິ່ງເຫັນວ່າຈະຂາດດຸນປະມານ 400 ກວ່າຕື້ ສະນັ້ນ ເພື່ອໃຫ້ມີຂໍ້ມູນຊັດເຈນ ຈຶ່ງໄດ້ເຊີນ 8 ແຂວງ ເປົ້າໝາຍມາຮ່ວມເຮັດວຽກຮ່ວມກັນ ແລະ ສາມາດສັງລວມຕົວເລກເບື້ອງຕົ້ນຄື: ການຂາດດຸນຂອງທ້ອງຖິ່ນຫຼຸດລົງເຫຼືອ 240 ຕື້ກີບ ໃນນັ້ນ ເຫັນວ່າ 5 ແຂວງ (ແຂວງຫຼວງພະບາງ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ອັດຕະປື) ເຊິ່ງເປັນແຂວງທີ່ເກີນດຸນໃນລະດັບ 100 ຕື້ຂຶ້ນໄປ ແລະ 3 ແຂວງ ຍັງເປັນແຂວງທີ່ຍັງຂາດດຸນ (ແຂວງຫຼວງນໍ້າທາ ໄຊຍະບູລີ ເຊກອງ) ໃນນັ້ນ ການສ້າງແຜນງົບປະມານ ໃນປີ 2023 ເບື້ອງຕົ້ນເຫັນວ່າມີການຂາດດຸນ 2.700 ຕື້ກວ່າກີບ ມີພຽງ 3 ແຂວງທີ່ເກີນດຸນ.

    ນອກຈາກນັ້ນ ບັນຫາຈາກການຄົ້ນຄວ້າຄວາມສາມາດໃຫ້ການກຸ້ມຕົນເອງທາງດ້ານງົບປະມານ ກໍຄືເປັນແຂວງເກີນດຸນ ໄດ້ຈາກການສະເໜີເກັບລາຍຮັບຈາກຄ່າພາກຫຼວງ ບັນດາເຂື່ອນໃນການຂຸດຄົ້ນແຮ່ທາດ ທີ່ຊັບສິນຄຸ້ມຄອງເປັນສ່ວນໃຫຍ່ ຈາກການຄຸ້ມຄອງຂຸດຄົ້ນຫຼຽນບິດຄອຍຂອງບໍລິສັດເວບດາຕ້າ ຈາກບັນດາສາຂາຫົວໜ່ວຍທຸລະກິດທີ່ຕັ້ງຢູ່ແຂວງ ບັນຫາຈາກການຂຶ້ນແຜນຊໍ້າຊ້ອນລະຫວ່າງສູນກາງ ແລະ ທ້ອງຖິ່ນ ຈາກການແບ່ງຂັ້ນຄຸ້ມຄອງ ຕາມ 4488/ກງ ແລະ ບາງແຂວງຍັງເຫັນວ່າການຜະລິດຍັງຢູ່ໃນຂັ້ນທົດລອງ ຈຶ່ງບໍ່ສາມາດເປັນຖານລາຍຮັບຂອງຕົນໃນໄລຍະນີ້ໄດ້.

# ຂ່າວ  – ພາບ : ເພັດສະໝອນ

error: Content is protected !!