ເປີດນໍ້າຊົນລະປະທານຮັບໃຊ້ການຜະລິດ

    ວັນທີ 15 ພະຈິກ 2022 ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບອົງການປົກຄອງເມືອງຫາດຊາຍຟອງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຫາດຊາຍຟອງ ນວ ໄດ້ເປີດນ້ຳຊົນລະປະທານຮັບໃຊ້ການຜະລິດ ວັນສັກຢາກັນພະຍາດສັດ ການໄຖກົບຕໍ່ເຟືອງ ແລະ ດໍານາດ້ວຍກົນຈັກປະຈໍາປີ 2022 ທີ່ສະຖານີຈັກສູບນ້ຳທ່າພະ-ໜອງພົງ ເມືອງຫາດຊາຍຟອງ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທ່ານ ທອງພັດ ມະນີວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍຫົວໜ້າກົມ ຮອງກົມ ພະແນກການ ຂະແໜງການ ຜູ້ປະກອບການ ກຸ່ມຜະລິດ ແລະ ຊາວໜຸ່ມເຂົ້າຮ່ວມ.

    ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ລາຍງານໃຫ້ຮູ້ວ່າ: ໃນລະດູແລ້ງ 2022-2023 ມີເນື້ອທີ່ແຜນການສູ້ຊົນ 14.000 ເຮັກຕາ ຜົນຜະລິດ 67.863 ໂຕນ ໃນນັ້ນ ເລັ່ງໃສ່ການປູກເຂົ້າຕາມມາດຕະຖານກະສິກໍາທີ່ດີ GAP ຈໍານວນ 725 ເຮັກຕາ ຜົນຜະລິດ 3.571 ໂຕນ ເຂົ້າຈ້າວເປັນສິນຄ້າປ້ອນໂຮງງານອຸດສາຫະກຳປຸງແຕ່ງ 2.579 ເຮັກຕາ ຜົນຜະລິດ 11.550 ໂຕນ ການຜະລິດພືດຜັກ 7.043 ເຮັກຕາ ຜົນຜະລິດ 77.258 ໂຕນ ໃນນີ້ ພືດ-ຜັກອິນຊີ 251 ເຮັກຕາ ຜົນຜະລິດ 2.727 ໂຕນ ພືດ-ຜັກສະອາດ 379 ເຮັກຕາ ຜົນຜະລິດ 4.373 ໂຕນ ພືດເປັນສິນຄ້າ 2.288 ເຮັກຕາ ຜົນຜະລິດ 35.726 ໂຕນ ນອກນັ້ນ ຍັງເລັ່ງໃສ່ມັນຕົ້ນ ສາລີອາຫານສັດ ພືດຕະກຸນຖົ່ວ ແລະ ຢາງພາລາ ເພື່ອໃຫ້ບັນລຸແຜນການດັ່ງກ່າວ ພະແນກກະສິກຳ ແລະ ປ່າໄມ້ ນວ ໄດ້ກະກຽມແນວພັນເຂົ້າລຸ້ນ 3 ທີ່ໄດ້ຜ່ານການກວດກາ ແລະ ຮັບຮອງຄຸນນະພາບ 300 ໂຕນ ຝຸ່ນອິນຊີ 25.000 ໂຕນ ຝຸ່ນວິທະຍາສາດ 2.000 ກວ່າໂຕນ ເພື່ອສະໜອງໃຫ້ຊາວກະກອນໂດຍການນຳໃຊ້ເຕັກນິກທັນສະໄໝໂດຍນຳໃຊ້ນະວັດຕະກຳໃໝ່ ການຕົກກ້າດ້ວຍກົນຈັກ ນາດໍາດ້ວຍກົນຈັກ ນາຍອດ ນາໂຍນ ເພື່ອຫຼຸດຕົ້ນທືນການຜະລິດ ແລະ ຫຼຸດຜ່ອນແຮງງານ 13-15 % ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ່ VII ຂອງອົງຄະນະພັກ ນວ ສະເພາະໂຄງການຊົນລະປະທານທ່າພະ-ໜອງພົງ ເມືອງຫາດຊາຍຟອງ ປະກອບດ້ວຍເຄື່ອງຈັກສູບນ້ຳຊະນິດປະເພດໃດຈຸ່ມແກ່ນຫງ່ຽງຂະໜາດ  75 ກິໂລວັດ  ຈຳນວນ 4 ຊຸດ  ມີຄວາມອາດສາມາດສະໜອງນ້ຳໃຫ້ເນື້ອທີ່ທຳການຜະລິດໄດ້ໃນລະດູຝົນ 1.200 ເຮັກຕາ ແລະ ລະດູແລ້ງ 772 ເຮັກຕາ ເຊິ່ງທົ່ວ ນວ ມີລະບົບຊົນລະປະທານທັງໝົດ 77 ແຫ່ງ ມອບ-ໂອນໃຫ້ຊາວກະສິກອນຄຸ້ມຄອງແລ້ວ 51 ແຫ່ງ ໃນນັ້ນ ອ່າງເກັບນໍ້າ 10 ແຫ່ງ ປະຕູນໍ້າ 3 ແຫ່ງ ແລະ ຝາຍນໍ້າລົ້ນ 2 ແຫ່ງຈັກສູບນໍ້າ 62 ແຫ່ງ ມີກຸ່ມຜູ້ນໍາໃຊ້ນໍ້າທັງໝົດ 135 ກຸ່ມ ມີລະບົບຄອງເໝືອງຍາວທັງໝົດ 517.813 ແມັດ ໃນນັ້ນ ມີຄອງເບຕົງ 47.948 ແມັດ ຄອງເໝືອງແມ່ 198.408 ແມັດ ແລະ ຄອງຊອຍ 270.457 ແມັດ ສາມາດສະໜອງນ້ຳໃຫ້ແກ່ການຜະລິດລະດູຝົນ ເຂດຊົນລະປະທານໄດ້ 53.000 ເຮັກຕາ ແລະ ເນື້ອທີ່ສະໜອງນ້ຳໃນເຂດຊົນລະປະທານ 17.296 ເຮັກຕາ ສະເພາະໃນແຜນການຜະລິດລະດູແລ້ງສົກປີ 2022-2023 ໄດ້ວາງແຜນການຜະລິດ ແລະ ສະໜອງນໍ້າ 15.243 ເຮັກຕາ ໃນນັ້ນ ປູກເຂົ້າ 14.000 ເຮັກຕາ ພືດ 747 ເຮັກຕາ ແລະ ໜອງປາ 396 ເຮັກຕາ. ນອກຈາກເປີດນໍ້າຊົນລະປະທານແລ້ວ ບັນດາເຈົ້າຄອງ ນວ ຮອງລັດຖະມົນຕີ ແລະ ຜູ້ເຂົ້າຮ່ວມທັງໝົດຍັງໄດ້ຮ່ວມກິດຈະກໍາສັກຢາກັນພະຍາດສັດ ໄຖກົບຕໍ່ເຟືອງ ໃສ່ຝຸ່ນເພື່ອປັບປຸງດິນ ແລະ ດຳນາດ້ວຍກົນຈັກທັນສະໄໜ ເພື່ອເປັນການກະຕຸກຊຸກຍູ້ໃຫ້ຊາວກະສິກອນຫັນມານຳໃຊ້ເຕັກນິກ ວິທີການ ແລະ ນຳໃຊ້ເຄື່ອງຈັກທີ່ທັນສະໄໜເຂົ້າໃນການຜະລິດກະສິກຳໃຫ້ຫຼາຍຂຶ້ນ   ແນໃສ່ຫຼຸດຜ່ອນແຮງງານຂອງຄົນ ເປັນການຫັນປ່ຽນແບບວິທີການຜະລິດ ໃຫ້ແທດເໜາະກັບສະພາບ ແລະ ການຫັນເປັນທັນສະໄໜໃນປັດຈຸບັນ ແລະ ຕໍ່ໜ້າ..

# ຂ່າວ – ພາບ : ຂັນທະວີ

error: Content is protected !!