ສູນຫັດຖະກໍາຕໍ່າແຜ່ນ ມີຜະລິດຕະພັນໂດດເດັ່ນທີ່ໄດ້ຮັບຫຼາຍລາງວັນ

    ຮ້ານຫັດຖະກໍາປ້າຄໍາແສນ ໃນເມື່ອກ່ອນ ປັດຈຸບັນກາຍເປັນສູນຫັດຖະກໍາຕໍາແຜ່ນ ໂດຍທ່ານນາງ ສົມເພັດ ໂຄດສີເມືອງ ເປັນຜູ້ສືບທອດກິດຈະການຂອງແມ່ ເຊິ່ງປະກອບມີຫຼາຍຜະລິດຕະພັນທີ່ໂດດເດັ່ນເປັນທີ່ຍອມຮັບຂອງສັງຄົມ ກໍຄືຜູ້ຊົມ ແລະ ໄດ້ຮັບຫຼາຍລາງວັນຈົນກາຍເປັນທີ່ຮູ້ຈັກຢ່າງກວ້າງຂວາງ.

     ທ່ານນາງ ສົມເພັດ ໂຄດສີເມືອງ ເຈົ້າຂອງສູນຫັດຖະກໍາຕໍ່າແຜ່ນ ໃຫ້ສໍາພາດວ່າ: ໂດຍໄດ້ຮັບການສືບທອດກິດຈະກໍາ ແລະ ສີໄມ້ລາຍມືຂອງປ້າຄໍາແສນຜູ້ເປັນແມ່ ຕົນໄດ້ມີການຮຽນຮູ້ ແລະ ຖອດຖອນບົດຮຽນໄປພ້ອມກັບການຊຸກຍູ້ສົ່ງເສີມປະຊາຊົນຊາວບ້ານທີ່ຫ່າງໄກສອກຫຼີກ ໃຫ້ທໍາການຜະລິດ ພາຍຫຼັງທີ່ຕໍ່າສໍາເລັດເປັນແຜ່ນແພແລ້ວ ໄດ້ນໍາເອົາຜະລິດຕະພັນມາຈໍາໜ່າຍເພື່ອຕໍ່ຍອດ ພ້ອມນັ້ນ ຍັງໄດ້ເພີ່ມທັກສະໃຫ້ກັບນາຍຊ່າງຕໍ່າແຜ່ນແພຂອງທ້ອງຖິ່ນ ເພື່ອໃຫ້ລວດລາຍທີ່ອອກມາຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ໃນສັງຄົມ ເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ ນອກນັ້ນ ຍັງມີການແລກປ່ຽນວິທີຕໍ່າແຜ່ນແພຈາກແຂວງອື່ນໆ ເພື່ອນໍາມາປະສົມປະສານສ້າງຜົນງານທີ່ແປກໃໝ່ ເປັນການເພີ່ມຄຸນຄ່າໃຫ້ກັບສິນຄ້າພື້ນເມືອງໃຫ້ຍືນຍົງໄປຄຽງຄູ່ກັບຍຸກສະໄໝ ປັດຈຸບັນ ຮ້ານຫັດຖະກໍາປ້າຄໍາແສນ ໄດ້ກາຍມາເປັນສູນຫັດຖະກໍາຕໍາແຜ່ນ ເຊິ່ງຕັ້ງຢູ່ບ້ານໂພນໝີ ເມືອງວຽງຄໍາ ແຂວງວຽງຈັນ ໂດຍຜະລິດຕະພັນໃນສູນ ມີຄວາມເດັ່ນດ້ານການອອກແບບ ລວດລາຍຂອງແຜ່ນແພ ສິ້ນ ແລະ ການຕໍ່າໃນແບບຕ່າງໆ ມີຂະບວນການຜະລິດເສັ້ນຝ້າຍ ແລະ ການຍ້ອມສີທໍາມະຊາດດ້ວຍຕົນເອງ ເພື່ອໃຫ້ອອກມາເປັນຜ້າທີ່ຕໍ່າດ້ວຍມື ສະແດງໃຫ້ເຫັນຄວາມເປັນເອກະລັກຂອງຊຸມຊົນຢ່າງແທ້ຈິງ.

    ສໍາລັບຜະລິດຜະລິດຕະພັນດັ່ງກ່າວ ໄດ້ຮັບ 6 ລາງວັນຄື:

  • ປີ 2017 ໄດ້ຮັບລາງວັນຈາກຜ້າພັນຄໍແບບສອດ ເນັ້ນເຖິງຄວາມສະດວກ ສວຍງາມ ດ້ວຍລາຍພະຍານາກ ທີ່ມີຄວາມຜູກພັນກັບຄົນລາວມາຍາວນານ
  • ປີ 2018 ໄດ້ຮັບລາງວັນຈາກຜ້າພັນຄໍ ທີ່ໃຊ້ວິທີການຕໍາເປັນຜືນຮູບສີ່ຫຼ່ຽມເຂົ້າໜົມປຽກປູນ ແລ້ວນໍາມາມັດຍ້ອມຄາມ ເພື່ອໃຫ້ຄວາມດັ່ງເດີມຂອງຊຸມຊົນມີຄວາມທັນສະໄໝຂຶ້ນ
  • ປີ 2019 ໄດ້ຮັບລາງວັນຈາກຂອງທີ່ລະນຶກດີເດັ່ນປະຈໍາປີ ຈາກອົງການ JETRO
  • ພ້ອມນັ້ນໄດ້ຮັບລາງວັນຈາກຜ້າຕໍາປໍສາ ທີ່ມີຂະໜາດ 30×30 ຊັງຕີແມັດ ສໍາລັບຕິດຝາ ອອກແບບມາເພື່ອໃຫ້ລູກຄ້າສາມາດເລືອກຊື້ ເພື່ອນໍາໄປໃຊ້ໃນການຕົບແຕ່ງ ເອ້ ຢ້ອງ ຕາມອາຄານ ຕາມສະຖານທີ່ຕ່າງໆ
  • ໄດ້ຮັບລາງວັນດີເດັ່ນປະຈໍາປີ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ
  • ໄດ້ຮັບລາງວັນອັນດັບ 1 ຈາກລາງວັນການສົ່ງເສີມຜະລິດຕະພັນຫັດຖະກໍາ ແລະ ຕິດພັນກັບການທ່ອງທ່ຽວ ແລະ ນອກນີ້ແລ້ວຍັງໄດ້ຮັບລາງວັນໂອດ໊ອບ OTOP ປະເທດລາວຕື່ມອີກ.

    ມາເຖິງປັດຈຸບັນ ຜະລິດຕະພັນຂອງສູນຫັດຖະກໍາປະກອບມີ ຜືນສິ້ນ ສິ້ນໄໝແຜ່ນແພຕັດເສື້ອ ກະເປົາ ຂອງຝາກທີ່ລະນຶກ ແລະ ຜະລິດຕະພັນອື່ນໆ ໂດຍວັດຖຸດິບທີ່ນໍາມາໃຊ້ ແມ່ນໄດ້ມາຈາກພາຍໃນ ແລະ ຕ່າງປະເທດ ເຊິ່ງມີລາຄາຈໍາໜ່າຍຫຼາຍລາຄາ ຂຶ້ນກັບຂະໜາດ ແລະ ລວດລາຍ ໃນນີ້ ມີລາຄາຕໍ່າສຸດ 80.000 ກີບຕໍ່ຜືນ ສ່ວນຂອງຝາກ-ຂອງທີ່ລະນຶກປະເພດພວງກຸນແຈ ມີລາຄາ 15.000 ກີບຕໍ່ໜຶ່ງອັນ.

    ສໍາລັບແຜນການໃນຕໍ່ໜ້າ ທາງສູນມີຄວາມພະຍາຍາມສ້າງຜະລິດຕະພັນໃຫ້ຫຼາຍຂຶ້ນ ນອກຈາກສິ້ນແລ້ວ ຍັງມີຜະລິດຕະພັນກະເປົາ ແລະ ຍັງຈະເຮັດຜະລິດຕະພັນແຟຊັນຂອງເສື້ອຜ້າ ແລະ ການສ້າງແພັກເກັດໃຫ້ຜະລິດຕະພັນຕ່າງໆຢູ່ພາຍໃນທ້ອງຖິ່ນໃຫ້ຫຼາຍຂຶ້ນ ນອກນັ້ນ ຈະສ້າງບຸຄະລາກອນຜູ້ສືບທອດວຽກງານຫັດຖະກໍາດັ່ງກ່າວ ຍ້ອນວ່າ ປັດຈຸບັນ ບຸຄະລາກອນທີ່ຈະສືບທອດແມ່ນມີຈໍານວນໜ້ອຍ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!