ຢ່າໃຫ້ແຕ່ເຈົ້າໜ້າທີ່ເປັນເຈົ້າການຝ່າຍດຽວ

ພາບປະກອບຈາກເພຈ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624

    ໃນ​ໄລ­ຍະ​ຜ່ານ​ມາ ກໍ​ຄື ປັດ­ຈຸ­ບັນ​ບັນ ດາ​ຕົວ​ເມືອງ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ຫຼຸດ­ຜ່ອນ​ການ​ເກີດ​ອຸ­ບັດ­ເຫດ​ຕາມ​ຖະ­ໜົນ​ຫົນ­ທາງ ໂດຍ​ສະ­ເພາະ​ໃນ 4 ຕົວ​ເມືອງ​ໃນ​ເຂດ​ເທ­ສະ​ບານ​ຂອງ​ນະ­ຄອນ​ຫຼວ​ງວ​ງຽງ​ຈັນ ໃນ​ນັ້ນ ກໍ​ມີ​ເມືອງ​ສີ​ສັດ­ຕະ​ນາກ ທີ່​ຍາມ​ໃດ​ກໍ​ໄດ້​ເອົາ­ໃຈ­ໃສ່​ຕໍ່​ວຽກ​ງານ​ດັ່ງ­ກ່າວ ເພື່ອ​ຫຼຸດ­ຜ່ອນ​ການ​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ຊັບ​ສິນ​ສ່ວນ​ລວມ ສ່ວນ​ຕົວ ແລະ ຊີ­ວິດ​ຈາກ​ການ​ເກີດ​ອຸ­ບັດ­ເຫດ.

    ເຖິງ​ແມ່ນ​ວ່າ​ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່ ເພື່ອ​ຫຼຸດ­ຜ່ອນ​ບັນ­ຫາ​ດັ່ງ­ກ່າວ​ແລ້ວ​ກໍ​ຕາມ ແຕ່​ປະ­ຕິ­ເສດ​ບໍ່​ໄດ້​ໃນ​ການ​ເກີດ​ອຸ­ບັດ­ເຫດ​ໃນ​ຂອບ​ເຂດ​ເມືອງ ເຊິ່ງ​ໃນ​ໜຶ່ງ​ເດືອນ​ຜ່ານ​ມາ ກໍ​ຍັງ​ເກີດ​ຂຶ້ນ​ເຖິງ 13 ຄັ້ງ​ດ້ວຍ​ກັນ ສາ­ເຫດ​ຫຼັກ​ຄື​ການ​ບໍ່​ປະ­ຕິ­ບັດ​ກົດ​ລະ­ບຽບ​ຈະ­ລາ­ຈອນ.

    ຕາມ​ຂໍ້​ມູນ​ຂອງ ແຟນ​ເພ​ຈ ປ້ອງ​ກັນ​ຄວາມ​ສະ­ຫງົບ​ນະ­ຄອນ​ຫຼວ​ງວ​ງຽງ​ຈັນ ທີ່​ທ່ານ ພັຕ ບຸນ​ຈັນ ບຸນ​ນະ​ສິງ ຫົວ­ໜ້າ​ກອງ­ຮ້ອຍ ຕຳ­ຫຼວດ​ຈະ­ລາ­ຈອນ ປກສ ເມືອງ​ສີ​ສັດ­ຕະ​ນາກ ໃຫ້​ສຳ­ພາດ​ໃນ​ອາ­ທິດ​ຜ່ານ​ມາ​ເຫັນ​ໄດ້​ວ່າ: ໃນ​ເດືອນ​ກຸມ­ພາ​ຜ່ານ​ມາ ສະ­ພາບ​ການ​ສັນ­ຈອນ​ຢູ່​ເມືອງ​ສີ​ສັດ­ຕະ​ນາກ ຍັງ​ມີ​ລັກ­ສະ­ນະ​ສັບ­ສົນ​ຢູ່​ບາງ​ຈຸດ ໂດຍ​ສະ­ເພາະ​ແມ່ນ​ຖະ­ໜົນ​ລາວ-ໄທ ວົງ­ວຽນ​ໂສກ​ປ່າ​ຫຼວງ ເສັ້ນ­ທາງ​ທ່າ​ເດື່ອ​ເສັ້ນ­ທາງ​ຄູ​ວຽງ ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 13 ເລື່ອງ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ເລັກ​ໜ້ອຍ 3 ຄົນ ສົມ­ຄວນ 10 ຄົນ ສາ­ຫັດ 6 ຄົນ ພາ­ຫະ­ນະ​ເປ່​ເພ​ເລັກ​ນ້ອຍ 8 ຄັນ ສົມ­ຄວນ 17 ຄັນ ມີ​ຄະ­ດີ​ຕົກ​ຄ້າງ 13 ເລື່ອງ ລວມ​ກັນ​ທັງ​ໝົດ​ເປັນ 26 ເລື່ອງ ສາ­ມາດ​ແກ້​ໄຂ​ໄດ້ 14 ເລື່ອງ ແລະ ກຳ­ລັງ​ດຳ­ເນີນ​ການ​ແກ້​ໄຂ​ຢູ່​ປັດ­ຈຸ­ບັນ 10 ເລື່ອງ ສ່ວນ​ສາ­ເຫດ​ທີ່​ພາ­ໃຫ້​ເກີດ​ອຸ­ບັດ­ເຫດ ແມ່ນ​ນັກ​ຂັບ​ຂີ່​ບໍ່​ປະ­ຕິ­ບັດ​ກົດ​ຈະ­ລາ­ຈອນ​ຢ່າງ​ເຂັ້ມ​ງວດ ເປັນ­ຕົ້ນ ຂັບ​ຂີ່​ລົດ​ປ່ຽນ​ທິດ​ທາງ​ກະ­ທັນ­ຫັນ ບໍ່​ຮັກ­ສາ​ໄລ­ຍະ​ຫ່າງ ແລະ ຍ້ອນ​ຜູ້​ຂັບ​ຂີ່​ດື່ມ​ສິ່ງ​ມຶນ­ເມົາ​ແລ້ວ​ຂັບ​ຂີ່​ລົດ.

    ທ່ານ​ຫົວ­ໜ້າ​ກອງ­ຮ້ອຍ​ຕຳ­ຫຼວດ​ຈະ­ລາ­ຈອນ ກ່າວ​ຕື່ມ​ວ່າ: ເພື່ອ​ຫຼຸດ­ຜ່ອນ​ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ ແລະ ການ​ສັນ­ຈອນ​ແອ​ອັດ ພາຍ​ໃນ​ເມືອງ​ສີ​ສັດ­ຕະ​ນາກ ຕຳ­ຫຼວດ​ຈະ­ລາ­ຈອນ ຈະ​ສຸມ​ໃສ່​ໂຄ­ສະ­ນາ​ຕາມ​ຈຸດ​ຕ່າງໆ​ເປັນ­ຕົ້ນ​ແມ່ນ​ທາງ 3 ແຍກ 4 ແຍກ ຈຸດ​ທີ່​ມີ​ຄວາມ​ສ່ຽງ​ພາ­ໃຫ້​ເກີດ​ອຸ­ບັດ­ເຫດ ໂຄ­ສະ­ນາ​ຕາມ​ໂຮງ­ຮຽນ ແລະ ລົງ​ຕັ້ງ​ດ່ານ​ກວດ­ກາ​ຢູ່​ບັນ­ດາ​ເສັ້ນ­ທາງ​ຕ່າງໆ​ພາຍ​ໃນ​ເມືອງ ເພື່ອ​ເຮັດ​ໃຫ້​ຜູ້​ຂັບ​ຂີ່​ມີ​ສະ­ຕິ ຮູ້ ແລະ ເຂົ້າ­ໃຈ​ເຖິງ​ກົດ​ຈະ­ລາ­ຈອນ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

    ຈາກ​ສະ­ພາບ​ອຸ­ບັດ­ເຫດ​ທີ່​ເກີດ​ຂຶ້ນ ສາ­ເຫດ​ຫຼັກໆ​ແມ່ນ​ມາ​ຈາກ​ຜູ້​ຂັບ​ຂີ່​ເອງ​ນັ້ນ​ກໍ​ຄື ການ​ບໍ່​ປະ­ຕິ­ບັດ​ກົດ​ຈະ­ລາ­ຈອນ ດັ່ງ­ນັ້ນ ການ​ແກ້​ໄຂ​ບັນ­ຫາ​ອຸ­ບັດ­ເຫດ​ບໍ່​ຄວນ​ປ່ອຍ​ໃຫ້​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ ເປັນ​ເຈົ້າ​ການ​ໃນ​ການ​ປະ­ຕິ­ບັດ​ຕາມ​ໜ້າ­ທີ່​ຢູ່​ຝ່າຍ​ດຽວ ບໍ່​ວ່າ​ຈະ​ເປັນ​ການ​ລົງ​ໂຄ­ສະ­ນາ​ເຜີຍ­ແຜ່​ກົດ​ລະ­ບຽບ​ການ​ສັນ­ຈອນ​ຕາມ​ຈຸດ​ຕ່າງໆ ແກ້​ໄຂ​ການ​ສັນ­ຈອນ​ແອ​ອັດ​ຢູ່​ແຕ່​ລະ​ຈຸດ ແລະ ອື່ນໆ ແຕ່​ຝ່າຍ​ຜູ້​ຂັບ​ຂີ່​ເອງ​ກໍ​ຕ້ອງ​ໄດ້​ສັງ­ເກດ​ພຶດ­ຕິ​ກຳ​ຕົນ​ເອງ ການ​ຂັບ​ຂີ່​ແມ່ນ​ປະ­ຕິ­ບັດ​ຕາມ​ກົດ​ຈະ­ລາ­ຈອນ​ໄດ້​ດີ​ແລ້ວ ຫຼື ບໍ່ ທັງ​ການ​ຈອດ ການ​ຂັບ​ຂີ່​ໄປ​ມາ ແລະ ອື່ນໆ ແນ­ໃສ່​ເພື່ອ​ໃຫ້­ການ​ຈະ­ລາ­ຈອນ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຄວາມ​ເປັນ​ລະ­ບຽບ​ຈົບ­ງາມ ພ້ອມ​ທັງ​ເຮັດ​ໃຫ້​ຈຳ­ນວນ​ອຸ­ບັດ­ເຫດ​ຄ່ອຍໆ​ຫຼຸດ​ລົງ.

ໂດຍ: ເມັດ​ຝົນ

error: Content is protected !!