ເທັນນິດ ນວ ຢຸດເຂົ້າຮ່ວມແຂ່ງຂັນທຸກລາຍການ ປ້ອງກັນຕິດເຊື້ອໂຄວິດ-19

    ທ່ານ ຕຸ້ຍ ບຸນ​ທະ­ລາ ປະ­ທານ​ສະ­ຫະ­ພັນ​ເທັນ​ນິດ ນວ ແຈ້ງ​ໃຫ້​ຊາບ​ວ່າ: ອີງ­ໃສ່​ປະ­ຕິ­ບັດ​ຕາມ​ແຈ້ງ​ການ​ຂອງ​ລັດ­ຖະ­ບານ ແລະ ແຈ້ງ​ການ​ຂອງ​ທ່ານ​ເຈົ້າ​ຄອງ ນວ ກ່ຽວ​ກັບ​ການ​ຢຸດ​ຊົ່ວ­ຄາວ ໃນ​ການ​ເກັບ​ຕົວ​ເຝິກ­ຊ້ອມ​ນັກ­ກີ­ລາ ເພື່ອ​ເຂົ້າ​ຮ່ວມ ຊຽງ​ຂວາງ​ເກມ ທັງ​ນີ້ ກໍ​ຍ້ອນ​ເປັນ​ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ​ພະ­ຍາດ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ ໂຄ​ວິດ-19  ທີ່​ກຳ­ລັງ​ແຜ່​ລະ­ບາດ​ຢ່າງ​ໜັກ​ໃນ​ທົ່ວ​ໂລກ ດັ່ງ­ນັ້ນ ຈຶ່ງ​ໄດ້​ຢຸດ​ການ­ເຄື່ອນ­ໄຫວ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ທຸກ​ລາຍ­ການ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເພື່ອ​ເປັນ​ການ​ຮັກ­ສາ​ຄວາມ​ປອດ​ໄພ​ໄວ້​ກ່ອນ​ໃຫ້​ນັກ­ກີ­ລາ ແຕ່​ພວກ​ເຮົາ​ຈະ​ມາ​ເນັ້ນ​ການ​ເຝິກ­ຊ້ອມ​ເປັນ­ຕົ້ນ​ຕໍ ເພື່ອ​ຮັກ­ສາ​ມາດ­ຕະ­ຖານ​ຄຸນ​ນະ​ພາບ​ຄວາມ​ສາ­ມາດ​ຂອງ​ນັກ­ກີ­ລາ​ໃຫ້​ສະ​ໝ່ຳ​ສະ­ເໝີ ໂດຍ​ແມ່ນ ທ່ານ ອາ­ລັນ ຄູ​ເຝິກ​ຊາວ ອົດ​ສະ​ຕຣາ​ລີ ເປັນ​ຜູ້​ດູ​ແລ​ນຳ­ພາ​ນັກ­ກີ­ລາ​ເຝິກ­ຊ້ອມ ຢູ່​ທີ່​ສະ­ໂມ­ສອນ​ກີ­ລາ​ໄດ​ມ້ອນ ເທັນ​ນິດ ເຂດ​ບ້ານ​ປາກ​ທ້າງ ເມືອງ​ສີ​ໂຄດ​ຕະ­ບອງ ນັບ​ມາ​ຮອດ​ປັດ­ຈຸ­ບັນ ສາ­ມາດ​ປະ​ເມີນ​ຕີ​ລາ­ຄາ​ໄດ້​ສູງ ນັກ ກີ­ລາ ຈຳ­ນວນ 12 ຄົນ ຍິງ 6 ຄົນ ແມ່ນ​ໄດ້​ມີ​ຄວາມ​ພ້ອມ​ຢ່າງ​ເຕັມ​ຮ້ອຍ​ແລ້ວ ແລະ ພ້ອມ​ທຸກ​ສະ­ຖາ­ນະ​ການ ຈະ​ເຂົ້າ​ຮ່ວມ​ຍາດ​ເອົາ​ຫຼຽນ​ຄຳ ຊຽງ​ຂວາງ ເກມ.

    ໃນ​ເບື້ອງ​ຕົ້ນ​ສະ­ເພາະ ການ​ແຂ່ງ­ຂັນ​ກີ­ລາ​ເທັນ​ນິດ ຊຽງ​ຂວາງ ເກມ 2020 ຈະ​ມີ​ການ​ຊີງ​ໄຊ​ກັນ​ທັງ​ໝົດ​ເຖິງ 7 ລາຍ­ການ ປະ­ກອບ​ມີ: ປະ­ເພດ​ດ່ຽວ​ຍິງ ດ່ຽວ​ຊາຍ ທີມ​ຄູ່​ຍິງ ທີມ​ຄູ່​ຊາຍ ທີມ​ຊຸດ​ຍິງ ທີມ​ຊຸດ​ຊາຍ ແລະ ທີມ​ຄູ່​ປະ­ສົມ ໂດຍ​ຄາດ​ວ່າ​ຈະ​ມີ​ຫຼາຍ​ແຂວງ​ສົ່ງ​ເຂົ້າ​ຮ່ວມ​ແຂ່ງ­ຂັນ ສະ­ເພາະ​ທັບ​ນັກ­ກີ­ລາ​ເທັນ​ນິດ ນະ­ຄອນ­ຫຼວງ​ວຽງ​ຈັນ ແມ່ນ​ຈະ​ສົ່ງ​ນັກ­ກີ­ລາ 12 ຄົນ ຍິງ 6 ຄົນ ແລະ ເຂົ້າ​ຮ່ວມ​ຊີງ​ໄຊ​ຄົບ​ທຸກ​ລາຍ­ການ ພ້ອມ​ທັງ​ຕັ້ງ​ເປົ້າ​ໄວ້ 3 ຫຼຽນ​ຄຳ ໃນ​ຊຽງ​ຂວາງ ເກມ.

error: Content is protected !!