
ຄວາມຈິງເລື່ອງຂໍ້ຫ້າມ ແມ່ນມາດຕະການໜຶ່ງ ທີ່ໃຊ້ເພື່ອຮັບປະກັນຄວາມປອດໄພທັງຢູ່ໃນພື້ນນ້ຳ ໜ້ານ້ຳ ພື້ນດິນ ລວມທັງນ່ານຟ້າ ແລະ ອາກາດທັງໝົດນັ້ນ ແມ່ນເພື່ອຫຼີກເວັ້ນ ຄວາມເປັນອັນຕະລາຍ ແລະ ຫາຍຍະນະ ຊຶ່ງຈະກະທົບໂດຍກົງ ຕໍ່ຊີວິດ ສຸຂະພາບຂອງຄົນ ສັດ ແລະ ທຳມະຊາດ. ດ້ວຍເຫດນີ້ ລັດພວກເຮົາຈຶ່ງຕ້ອງມີມາດຕະການໃນການຕ້ານ ແລະ ສະກັດກັ້ນ ເພື່ອຫຼີກເວັ້ນຜົນກະທົບທາງລົບທີ່ຈະເກີດຂຶ້ນ ພວມເກີດຂຶ້ນ ແລະ ຈະເກີດຂຶ້ນໃນຕໍ່ໜ້າໄວ້ໃຫ້ຄົນເຮົາເຈົ້າຂ້ອຍເປັນຜູ້ເຄົາລົບ ແລະ ເປັນຜູ້ປະຕິບັດ ຫາກບໍ່ແມ່ນເພື່ອໃຫ້ສັດສາວາສິ່ງເປັນຜູ້ປະຕິບັດແທນ.
ຂຶ້ນເຮືອບິນ ເຄື່ອງບິນ ຫຼື ຍົນແລ້ວແຕ່ຜູ້ຊິເອີ້ນ ເພິ່ນໄດ້ຂຽນຂໍ້ຫ້າມໃຫ້ຜູ້ໂດຍສານໄດ້ອ່ານ ໄດ້ພ້ອມກັນປະຕິບັດ ຖ້າຫາກໃຜລະເມີດລະບຽບການ ຫຼື ຂໍ້ຫ້າມນັ້ນຈະຕ້ອງໄດ້ຮັບຜິດຊອບ ຕໍ່ຄວາມຜິດ ແລະ ຄວາມເສຍຫາຍທີ່ເກີດຂຶ້ນ. ສະນັ້ນ ມື້ນີ້ຜູ້ຂຽນຈຶ່ງຢາກເວົ້າເລື່ອງການຂຶ້ນເຮືອບິນ ຂອງຜູ້ໂດຍສານ ແລະ ຂໍ້ຫ້າມຈຳນວນໜຶ່ງ ຊຶ່ງປະມວນກົດໝາຍອາຍາໄດ້ກຳນົດໄວ້. ໃນມາດຕາ 161 ໄດ້ກຳໄວ້ວ່າ: ການນຳເອົາອາວຸດ ວັດຖຸລະເບີດ ຫຼື ທາດເຄມີອັນຕະລາຍ ຂຶ້ນເທິງເຮືອບິນ ຫຼື ເຂົ້າສະໜາມບິນ ຫຼື ເຂດຕິດຕັ້ງອຸປະກອນອຳນວຍຄວາມສະດວກການບິນຈະມີໂທດດັ່ງນີ້: ບຸກຄົນຜູ້ໃດ ຫາກນຳເອົາອາວຸດ ວັດຖຸອັນຕະລາຍ ຫຼື ວັດຖຸໃດໜຶ່ງ ທີ່ສາມາດກໍ່ໃຫ້ເກີດຄວາມເສຍຫາຍຂຶ້ນເທິງເຮືອບິນ ຫຼື ເຂົ້າສະໜາມບິນ ຫຼື ເຂົ້າໃນເຂດຕິດຕັ້ງອຸປະກອນອຳນວຍຄວາມສະດວກການບິນ ຫຼື ເຂົ້າສະໜາມບິນ ໂດຍບໍ່ຖືກຕ້ອງ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝແຕ່ 100.000.000 ກີບຫາ 500.000.000 ກີບ.
ໃນກໍລະນີທີ່ການກະທຳນັ້ນ ຫາກໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ສຸຂະພາບ ຫຼື ຊັບສິນຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ສິບປີ ຫາ ຊາວປີ ຫຼື ຕັດອິດສະຫຼະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ 500.000.000 ກີບຫາ 1.000.000.000 ກີບ. ດັ່ງນັ້ນ ຜູ້ໂດຍສານ ຫຼື ບຸກຄົນໃດກໍຕາມຫາກໄດ້ມີການກະທຳ ຫຼື ມີການເຄື່ອນໄຫວສ້າງຄວາມເສຍຫາຍ ຫຼື ກຳລັງສ້າງ ຫຼື ຄິດຈະສ້າງຄວາມເສຍຫາຍທັງຢູ່ເທິງເຮືອບິນ ຫຼື ຂອບເຂດສະໜາມບິນ ຫຼື ຕໍ່ອຸປະກອນອຳນວຍຄວາມສະດວກຂອງການບິນ ຈະຕ້ອງຮັບຜິດຊອບຕາມມາດຕານີ້ ຂອງປະມວນກົດໝາຍອາຍາ.