ສ້າງຄວາມເຂັ້ມແຂງ ແລະ ຄວາມເຂົ້າໃຈວຽກງານການບັນຊີ

    ພະແນກການເງິນນະຄອນຫຼວງວຽງຈັນ (ນວ) ຮ່ວມກັບກົມບັນຊີ ກະຊວງການເງິນ ຈັດເຝິກ ອົບຮົມວຽກງນການບັນຊີຂອງອົງການຈັດຕັ້ງລັດ ແລະ ລະບຽບກົດໝາຍດ້ານການເງິນໃຫ້ພະນັກງານການເງິນຂອງຫົວໜ່ວຍງົບປະມານ ນວ ຂຶ້ນວັນທີ 15-19 ມິຖຸນາ 2020 ທີ່ພະແນກການເງິນ ນວ ມີທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມບັນຊີ ກະຊວງການເງິນ ທ່ານ ສີລີລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ພ້ອມດ້ວຍສຳມະນາກອນ ແລະ ວິທະຍາກອນເຂົ້າຮ່ວມ. 

    ທ່ານ ສີລີລາດທົງສິນ ທອງເພັງ ກ່າວວ່າ: ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ ຄວາມເຂັ້ມແຂງດ້ານການບັນຊີ ແລະ ເຊື່ອມຊຶມເນື້ອໃນກົດໝາຍວ່າດ້ວຍການບັນຊີຂອງຂະແໜງການເງິນ ລະບົບບັນຊີຄູ່ຂອງອົງການຈັດຕັ້ງລັດ ເຊິ່ງລະບົບບັນຊີນີ້ ມີຄວາມສອດຄ່ອງກັບພາກພື້ນ ແລະ ສາກົນ ກໍຄືສະພາບເສດຖະກິດ-ສັງຄົມຂອງລາວເຮົາໃນປັດຈຸບັນ ແນໃສ່ໃຫ້ມີຄວາມເປັນເອກະພາບທາງດ້ານທັດສະນະວິຊາການ ເປັນພື້ນຖານບ່ອນອີງເພື່ອຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ກຳນົດໄວ້ ແລະ ເປັນພື້ນຖານໃຫ້ແກ່ການຄຸ້ມຄອງ ກວດກາພາຍໃນຂອງຫົວໜ່ວຍຖືບັນຊີ ແລະ ການກວດສອບຈາກພາຍນອກ ການຖືບັນຊີຂອງຫົວໜ່ວຍງົບປະມານໄດ້ກາຍເປັນເຄື່ອງມືໃນການຄຸ້ມຄອງການເງິນຂອງລັດ ຄຸ້ມຄອງ ກວດກາພາກສ່ວນກ່ຽວຂ້ອງ ປະກອບສ່ວນເຂົ້າໃນການຈັດລາຍຮັບເຂົ້າງົບປະມານແຫ່ງລັດໄດ້ລະດັບອັນແນ່ນອນ.

    ບັນດາສຳມະນາກອນທີ່ເຂົ້າຮ່ວມເຝິກອົບຮົມຄັ້ງນີ້ ຈະໄດ້ຮຽນຮູ້ກ່ຽວກັບຄຳແນະນຳການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍບັນຊີ ການຂຶ້ນແຜນລາຍຈ່າຍງົບປະມານ ລະບຽບການ ແລະ ຂັ້ນຕອນການຈັດຊື້-ຈັດຈ້າງ ການອອກໃບສັ່ງມອບ ສ້າງໃບດຸນດ່ຽງ (ກ່ອນການປັບປຸງ) ສ້າງເອກະສານລາຍງານການເງິນ (ວຽງງານທ້າຍປີ) ແລະ ອື່ນໆ.

error: Content is protected !!