ສັງທອງ ສ້າງບ້ານຕົວແບບຕ້ານໄຂ້ຍຸງລາຍ

    ກອງປະຊຸມສະຫຼຸບວຽກງານຕ້ານໄຂ້ຍຸງລາຍປະຈໍາປີ 2019 ແລະ ທິດທາງ 2020 ຈັດຂຶ້ນວັນທີ 11 ມິຖຸນາ 2020 ທີ່ສະໂມສອນ ປກສ ເມືອງສັງທອງ ເປັນປະທານຂອງທ່ານ ບຸນຮອງ ດວງມາລາ ຫົວໜ້າຫ້ອງການສາທາລະນະສຸກເມືອງສັງທອງ ມີທ່ານ ດາວເພັດ ອາລຸນ ເຈົ້າເມືອງສັງທອງ ທ່ານ ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ (ນວ) ບັນດາຄະນະກໍາມະການຕ້ານໄຂ້ຍຸງລາຍຂັ້ນເມືອງ ຫົວໜ້າຊີ້ນໍາຈຸບ້ານ ແລະ ນາຍບ້ານເຂົ້າຮ່ວມ.

    ທ່ານ ດ່ຽນສີໃສ ຫົວໜ້າໜ່ວຍງານສົ່ງເສີມສຸຂະພາບສາທາລະນະສຸກເມືອງສັງທອງ ຂຶ້ນລາຍງານວຽກງານໄຂ້ຍຸງລາຍປີ 2019 ແລະ ທິດທາງແຜນການປີ 2020 ວ່າ:  ວຽກງານໄຂ້ຍຸງລາຍແມ່ນວຽກງານໜຶ່ງໃນໜ່ວຍງານສົ່ງເສີມສຸຂະພາບ ຫ້ອງການສາທາລະນະສຸກເມືອງສັງທອງ ປະຕິບັດໜ້າທີ່ໂຄສະນາເຜີຍແຜ່ວຽກງານປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍໃນຂອບເຂດ 35 ບ້ານທົ່ວເມືອງ ໄລຍະຜ່ານມາໄດ້ຈັດຕັ້ງຜັນຂະຫຍາຍວຽກງານຕາມທິດທາງ ແລະ ແຜນການປ້ອງກັນໄຂ້ຍຸງລາຍຂອງ ນວ ພາຍໃຕ້ການຊີ້ນໍາໂດຍກົງຂອງຫ້ອງການສາທາເມືອງ ໂດຍໄດ້ເນັ້ນໃສ່ວຽກງານປ້ອງກັນເປັນຕົ້ນຕໍ ຄືການເຜີຍແຜ່ໃຫ້ທຸກພາກສ່ວນປະຕິບັດ 5 ປ ເຊິ່ງເປັນມາດຕະການທີ່ໃຊ້ງົບປະມານບໍ່ສູງ ທັງໄດ້ຮັບຜົນດີ ແລະ ທຸກຄົນສາມາດມີສ່ວນຮ່ວມໄດ້ ໃນ 1 ປີຜ່ານມາ ມີກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍທັງໜົດ 375 ກໍລະນີ ເສຍຊີວິດ 1 ຄົນ ນອກນັ້ນ ຍັງໄດ້ຈັດເຝິກອົບຮົມໃຫ້ຄະນະກໍາມະການຮັກສາສຸຂະພາບຂັ້ນບ້ານທົ່ວເມືອງ 2 ຄັ້ງ ມີຜູ້ເຂົ້າຮ່ວມ 223 ຄົນ ລົງຊຸກຍູ້ຂະຫຍາຍທະນາຄານ ແລະ ອ່າງລ້ຽງປາຫາງນົກຍຸງ ຈັດກິດຈະກໍາສັບປະດາຕ້ານໄຂ້ຍຸງລາຍເພື່ອເຜີຍແຜ່ກິດຈະກໍາ 5 ປ ໃນການປ້ອງກັນພະຍາດໄຂ້ຍຸງລາຍ ແລະ ນໍາໃຊ້ປາຫາງນົກຍຸງເພື່ອກໍາຈັດໜອນນໍ້າຍຸງລາຍ ແລະ ເປັນການຊຸກຍູ້ສ້າງບ້ານຕົວແບບຕ້ານໄຂ້ຍຸງລາຍໃຫ້ບັນລຸຕົວຊີ້ວັດທີ່ວາງໄວ້ ລົງກວດໜອນນໍ້າຍຸງລາຍ ແລະ ໂຄສະນາ 5 ປ ແບບຄົງທີ່ ແລະ ເຄື່ອນທີ່ຕາມບ້ານໄດ້ 101 ເທື່ອບ້ານ ເປີດຂະບວນການຕ້ານໄຂ້ຍຸງລາຍຂັ້ນເມືອ ງຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງກໍາມະບານລາວ ສ້າງບ້ານຕົວແບບຕ້ານໄຂ້ຍຸງລາຍໄດ້ 1 ບ້ານຄື: ບ້ານໃຫຍ່ນາຈະເລີນ ມີ 7 ຕົວຊີ້ວັດ ບັນລຸ 5 ຕົວຊີ້ວັດ.

    ສໍາລັບແຜນການຕໍ່ໜ້າ ສືບຕໍ່ເຝິກອົບຮົມວຽກງານຄວບຄຸມໄຂ້ຍຸງລາຍໃຫ້ສຸກສາລາ ແລະ ອສບ 35 ບ້ານ ລົງຕິດຕາມກວດໜອນນໍ້າຍຸງລາຍບ້ານເປົ້າໜາຍ 11 ບ້ານ ຈັດກິດຈະກໍາສັບປະດາຕ້ານໄຂ້ຍຸງລາຍຂັ້ນເມືອງ ລົງຕິດຕາມຊຸກຍູ້ສຸກສາລາ 4 ແຫ່ງ ແລະ ອື່ນໆ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຜົນສຳເລັດເປັນກ້າວໆ. ຂ່າວ-ຮູບ ວຽງມາ

error: Content is protected !!