ວັນທີ 14 ພະຈິກ 2022 ວິທະຍາຄານນາຍທະຫານບົກກົມມະດຳ ໄດ້ຈັດຕັ້ງພິທີປະດັບເລື່ອນຊັ້ນໃຫ້ທະຫານນາຍສີບ ຂຶ້ນໂດຍການເປັນປະທານຂອງທ່ານ ພັນໂທ ວອນແກ້ວ ແກ້ວສຸວັນ ຮອງຫົວໜ້າຫ້ອງການວິທະຍາຄານນາຍທະຫານບົກກົມມະດຳ ມີຄະນະພັກ-ຄະນະບັນຊາ ຈາກກົມກອງ ແລະ ບັນດານາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.


ໃນພິທີ ທ່ານ ພັນໂທ ຄຳມີ່ງ ສີປະເສີດ ຫົວໜ້າພະແນກກຳລັງພົນວິທະຍາຄານ ນາຍທະຫານບົກ ກົມມະດຳ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກົມໃຫ່ຍເສນາທິການກອງທັບ ວ່າດ້ວຍການອະນຸມັດເລື່ອນຊັ້ນນາຍສີບ ສະບັບເລກທີ່ 1681/ກປທ ອີງຕາມໜັງສືສະເໜີຂອງກົມກຳລັງພົນ ກົມໃຫ່ຍເສນາທິການກອງທັບ ສະບັບເລກທີ 2210/ກລພ ໃນນີ້ປະກາດເລື່ອນຊັ້ນສິບເອກ ຂື້ນຊັ້ນວາທີ 9 ຄົນ ແລະ ເລື່ອນຊັ້ນ ສິບຕີ ຂື້ນສິບໂທ 3 ຄົນ.


ໃນຕອນທ້າຍພິທີ ທ່ານ ພັນໂທ ວອນແກ້ວ ແກ້ວສຸວັນ ປະທານພິທີ ໄດ້ມີຄຳເຫັນໂອ້ລົມບາງບັນຫາ ພ້ອມທັງຮຽກຮ້ອງໃຫ້ບັນດາທ່ານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາສຳຄັນ ອອກແຮງຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ຄຸນສົມບັດ ສີນທຳປະຕິວັດ ຍົກສູງຄວາມຮູ້ ຄວາມສາມາດຂອງຕົນ ເຂົ້າໃນໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໜາຍໃຫ້ ຕັ້ງໜ້າປະກອບສ່ວນເຂົ້າໃນການຂະບວນການດ້ານຕ່າງໆຂອງກົມກອງ ໃຫ້ເປັນຂະບວນການຟົດຟື້ນ ເອົາໃຈໃສ່ປະຕິບັດຂໍ້ກຳນົດ ກົດລະບຽບຂອງກອງທັບ ກໍຄືຂອງກົມກອງວາງອອກໃຫ້ເຂັ້ມງວດ ເພື່ອໃຫ້ກາຍເປັນພະນັກງານຮຸ່ນສືບທອດທີ່ດີຂອງກອງທັບຢ່າງເຂັ້ມແຂງ.
(ລັດເວລາ)