ບໍລິສັດເຄບີ ໂຄລາວ ເຊົ່າສິນເຊື່ ອມອບລົດໄຟຟ້າໃຫ້ ສສສຄ

     ພິທີມອບ-ຮັບພາຫະນະໃຫ້ແກ່ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ຈັດຂຶ້ນວັນທີ 15 ພະຈິກ 2022 ທີ່ຫ້ອງການ ສສສຄ ຕາງໜ້າມອບໂດຍທ່ານ ຮ່ວງຊຸນຳ ປະທານ ບໍລິສັດ ເຄບີ ແຄັບປີທັລ (KB Capital) ເຊິ່ງເປັນບໍລິສັດແມ່ຂອງບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ກ່າວຮັບໂດຍທ່ານນາງ ຈັນສີ ພິມພະຈັນ ປະທານສະມາຄົມ ສສສຄ ມີທ່ານ ອີຊີກກອງ ຜູ້ອຳນວຍການບໍລິສັດເຄບີ ໂຄລາວ ເຊົ່າສິນເຊື່ອ (KB KOLAO Leasing) ຕາງໜ້າຈາກກະຊວງພາຍໃນ ຮອງປະທານ ສສສຄ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ທ່ານນາງ ຈັນສີ ພິມພະຈັນ ກ່າວວ່າ ສສສຄ ເປັນສະມາຄົມທີ່ບໍ່ຫວັງຜົນກໍາໄລ ຫຼື ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ທີ່ໄດ້ຮັບການອະນຸມັດສ້າງຕັ້ງຈາກກະຊວງພາຍ ນັບຕັ້ງແຕ່ປີ 2012 ໂດຍໄດ້ສຸມໃສ່ວຽກງານສຸຂະພາບຈະເລີນພັນ ສຸຂະພາບທາງເພດ ແລະ ສິດທິທາງເພດ ເຊິ່ງເຮັດວຽກໃນຂອບເຂດທົ່ວປະເທດ ໂດຍການປະສານງານ ແລະ ຮ່ວມມືກັບຄູ່ຮ່ວມພັດທະນາອື່ນໆ ເຄືອຂ່າຍທັງລະດັບຊາດ ແລະ ສາກົນ ເພື່ອຊ່ວຍກຸ່ມຜູ້ທີ່ທຸກຍາກ ແລະ ຜູ້ດ້ອຍໂອກາດໃນຊົນນະບົດ ໂດຍສະເພາະ ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ ເພື່ອເຂົ້າເຖິງການບໍລິການດ້ານສຸຂະພາບ ສສສຄ ເປັນຄູ່ຮ່ວມທີ່ດີໃນການປະກອບສ່ວນພັດທະນາປະເທດຊາດ ກໍຄືຕັ້ງໜ້າຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດຂອງລາວ ກໍຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030. ເພື່ອບັນລຸວຽກງານ ແລະ ເພື່ອຄຸ້ມຄອງອົງກອນໃຫ້ມີປະສິດທິພາບ ສສສຄ ຍັງຕ້ອງການ 4 ອົງປະກອບ ຫຼືເອີ້ນວ່າ 4 Ms ຄື Money ເງິນ Manpower ກໍາລັງຄົນ Machine ເຄື່ອງຈັກ ແລະ Materials ວັດສະດຸອຸປະກອນ ເຊິ່ງພາຫະນະທີ່ໄດ້ຮັບຄັ້ງນີ້ ເປັນສ່ວນໜຶ່ງທີ່ນອນຢູ່ໃນອົງປະກອບດັ່ງກ່າວ ເຊິ່ງພາຫະນະດັ່ງກ່າວ ສສສຄ ຈະສາມາດນໍາໃຊ້ເຂົ້າໃນການເດີນທາງໄປເຮັດວຽກກັບຄູ່ຮ່ວມງານ ເດີນທາງໄປພົບປະ ເຂົ້າຮ່ວມກອງປະຊຸມການເຝິກອົບຮົມຕ່າງໆ ແລະ ຈະຊ່ວຍໃຫ້ເຮັດວຽກໄດ້ສະດວກຂຶ້ນ ແລະໄວຂຶ້ນ.

    ລົດທີ່ນຳມາມອບຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ຈຳນວນ 2 ຄັນ ເຊິ່ງເປັນລົດໄຟຟ້າ ມູນຄ່າ 70 ລ້ານວອນ ໂດຍມອບໃຫ້ ສສສຄ ນະຄອນຫຼວງວຽງຈັນ ແລະ ສສສຄ ສາຂາແຂວງບໍ່ແກ້ວ ໂອກາດນີ້ ປະທານ ສສສຄ ໄດ້ສະແດງຄວາມຮູ້ບູນຄູນມາຍັງບໍລິສັດ ເຄບີ ໂຄລາວເຊົ່າສິນເຊື່ອ ທີ່ໃຫ້ການສະໜັບສະໜູນພາຫະນະດັ່ງກ່າວ ເຊິ່ງມັນຈະສ້າງມູນຄ່າເພີ່ມໃຫ້ກັບວຽກຂອງ ສສສຄ ແລະ ຢືນຢັນວ່າຈະນໍາໃຊ້ຢ່າງຖືກຕ້ອງຕາມລະບຽບການຄຸ້ມຄອງພາຫະນະຂອງ ສສສຄ.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!