​3 ຝ່າຍ ຫາລືບັນຫາຮີບດ່ວນທີ່ເກີດຂຶ້ນໃນສັງຄົມ ພົວພັນກັບການດຳເນີນຄະດີຕາມຂະບວນການຍຸຕິທຳ

    ກອງປະຊຸມຮ່ວມລະຫວ່າງຄະນະປະຈຳສະພາແຫ່ງຊາດ ຮ່ວມກັບອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ຂຶ້ນວັນທີ 14 ພະຈິກ 2022 ທີ່ສະພາແຫ່ງຊາດ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານຄະນະປະຈຳສະພາແຫ່ງຊາດ ປະທານສະພາແຫ່ງຊາດ ມີທ່ານນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຮອງປະທານຄະນະປະຈຳສະພາແຫ່ງຊາດ ຄະນະປະຈຳສະພາແຫ່ງຊາດ ຮອງປະທານສານປະຊາຊົນສູງສຸດ ແລະ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.   

     ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນເພື່ອສ້າງຄວາມເປັນເອກະພາບລະຫວ່າງຄະນະປະຈຳສະພາແຫ່ງຊາດ ກັບອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ໃນການແກ້ໄຂບັນຫາຕ່າງໆໃຫ້ສອດຄ່ອງກັບແນວທາງນະໂຍບາຍ ​ລັດຖະທຳມະນູນ ແລະ ກົດໝາຍ ທັງເພື່ອປຶກສາຫາລື ແລະ ຮ່ວມກັນຊອກຫາວິທີການແກ້ໄຂບັນຫາເຄັ່ງຮ້ອນຮີບດ່ວນທີ່ເກີດຂຶ້ນໃນສັງຄົມ ທີ່ພົວພັນກັບການດຳເນີນຄະດີຕາມຂະບວນການຍຸຕິທຳ ບັນຫາທີ່ພົວພັນກັບຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດຂັ້ນຕ່າງໆ.

​    ພ້ອມນັ້ນ ກອງປະຊຸມໄດ້ຮັບຟັງການລາຍງານການປະຕິບັດບົດບາດຂອງອົງການໄອຍະການປະຊາຊົນສູງສຸດໃນການຕິດຕາມກວດກາການດຳເນີນຄະດີຢູ່ສານ ລາຍງານສະພາບການດຳເນີນຄະດີ 3 ຂັ້ນ ສານຂັ້ນຕົ້ນ ຂັ້ນອຸທອນ ແລະ ຂັ້ນລົບລ້າງ ມີຂໍ້ສະດວກ ຫຍຸ້ງຍາກ ແລະ ສາເຫດເກີດຈາກໃສ ໂດຍສະເພາະ ການຊັກຊ້າ ແກ່ຍາວ ຫຼົບໄປຫຼົບມາ ແລະ ຄູ່ຄວາມຍັງບໍ່ພໍໃຈຕໍ່ການຕັດສິນໃຈພິພາກສາຂອງສານ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!