ຍົກລະດັບທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານຫຼັກແຫຼ່ງ ລລທ ແລະ ກະຊວງ ຕສ

ວັນທີ 14 ພະຈິກ 2022 ທີ່ສໍານັກງານໃຫຍ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ໄດ້ໄຂເຝິກອົບຮົມທິດສະດີການເມືອງ-ການປົກຄອງ ຊຸດທີ IV ເປັນປະທານຂອງທ່ານ ຄໍາພູ ດວງຖະໜອມ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ມີທ່ານ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລລທ ພ້ອມຄະນະພັກຮາກຖານ ລລທ ຄະນະໜ່ວຍ ແລະ ນັກສຳມະນາກອນເຂົ້າຮ່ວມ. 

ການເຝິກອົບຮົມຊຸດນີ້ ແມ່ນຄວາມຕັດສິນໃຈສູງຂອງຄະນະພັກ-ຄະນະອໍານວຍການ ບໍລິສັດ ລລທ ພາຍໃຕ້ການນໍາພາ-ຊີ້ນໍາຈາກຄະນະພັກ-ຄະນະນໍາກະຊວງ ຕສ ໂດຍມີຈຸດປະສົງຄື: ເພື່ອປະກອບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ ເປັນຕົ້ນແມ່ນຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ ແນວທາງນະໂຍບາຍຂອງພັກ (ມະຕິ X.XI ຂອງພັກ) ເພື່ອຍົກລະດັບທາງດ້ານທິດສະດີການເມືອງ ຫຼັກໝັ້ນ ແລະ ທັດສະນະຊົນຊັ້ນກໍາມະກອນ ຮູ້ຈໍາແນກມິດ-ສັດຕູ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືຈຸດໝາຍການປະຕິວັດຂອງປະເທດເຮົາ ເພື່ອເຝິກຝົນຫຼໍ່ຫຼອມຄຸນສົມບັດ ຄຸນທາດປະຕິວັດ ສ້າງແບບແຜນການດໍາລົງຊີວິດທີ່ປອດໃສ ຂາວສະອາດ ຍົກສູງສະຕິລະວັງຕົວຕໍ່ທຸກເລ່ລ່ຽມກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ ກຽມພ້ອມຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ແລະ ປະຕິບັດສອງໜ້າທີ່ຍຸດທະສາດໃຫ້ສໍາເລັດຜົນ ແລະ ອື່ນໆ. 
ການເຝິກອົບຮົມຄັ້ງນີ້ ແມ່ນຈະດໍາເນີນໄປເປັນເວລາ 45 ວັນ (ເລີ່ມວັນທີ 14 ພະຈິກ 2022 ຫາ 17 ມັງ ກອນ 2023) ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 50 ສະຫາຍ ຍິງ 17 ສະຫາຍ ໃນນັ້ນ ມາຈາກກະຊວງ ຕສ 11 ສະຫາຍ ຍິງ 4 ສະຫາຍ.

ຂ່າວ – ພາບ : ຊິລິການດາ

error: Content is protected !!