ແຂວງໄຊສົມບູນ ຈັດພິທີທາງສາສະໜາເທທອງຫຼໍ່ໝວກເຈົ້າອະນຸວົງ

    ວັນທີ 13 ພະຈິກ 2022 ເຊິ່ງກົງກັບມື້ແຮມ 5 ຄໍ່າ ເດືອນ 12 ລາວ ແຂວງໄຊສົມບູນ ໄດ້ຈັດພິທີທາງສາສະໜາ ເພື່ອເທທອງຫຼໍ່ໝວກເຈົ້າອະນຸວົງຂຶ້ນ ຢູ່ເດີ່ນສວນສາທາລະນະຖໍ້າເຈົ້າອະນຸວົງ ເຂົ້າຮ່ວມພິທີຄັ້ງນີ້ ມີທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມການນໍາແຂວງ ບໍລິສັດຮັບເໝົາກໍ່ສ້າງ ບໍລິສັດທີ່ປຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງ.

    ກ່ອນດຳເນີນພິທີສູດປະລິຕະມຸງຄຸນ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງການກໍ່ສ້າງອະນຸສາວະລີ ກໍຄືສວນສາທາລະນະຖໍ້າເຈົ້າອະນຸວົງແຫ່ງນີ້ ກໍເພື່ອໃຫ້ພະນັກງານ-ລັດຖະກອນ ທະຫານ-ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວແຂວງໄຊສົມບູນ ໂດຍສະເພາະ ແມ່ນຄົນຮຸ່ນໃໝ່ ໄດ້ເຂົ້າໃຈ ແລະ ກໍາໄດ້ມູນເຊື້ອອັນດີງາມຂອງເຈົ້າອະນຸວົງ ແລະ ບັນດານັກຮົບປະຕິວັດທີ່ເຄີຍເສຍສະຫຼະເພື່ອພາລະກິດປົກປັກຮັກສາປະເທດຊາດ ກໍຄືແຂວງໄຊສົມບູນ ໃນໄລຍະທີ່ເພີ່ນເຄີຍມາພັກຜ່ອນຢູ່ຖໍ້າແຫ່ງນີ້ ແລະ ອີກຢ່າງໜຶ່ງ ກໍເພື່ອເປັນການສ້າງສະຖານທີ່ແຫ່ງນີ້ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມສວຍງາມ ຄົງຄວາມເປັນທໍາມະຊາດ ແລະ ເຕັມໄປດ້ວຍຄວາມໝາຍທາງປະຫວັດສາດ.

    ຈາກນັ້ນ ໄດ້ມີພິທີທາງສາສະໜາສູດປະລິຕະມຸງຄຸນ ຢາດນໍ້າ ແລະ ສູດຖອດເທທອງຫຼໍ່ໝວກເຈົ້າອະນຸວົງ ເພື່ອເປັນສິລິມຸງຄຸນ ສັກສິດ ແລະ ກາຍເປັນມິ່ງຂວັນຂອງຊາວແຂວງໄຊສົມບູນຕະຫຼອດໄປ.

# ຂ່າວ – ພາບ : ພາພອນ ນະວົງໄຊ ແຂວງໄຊສົມບູນ

error: Content is protected !!