ສະຫວັນນະເຂດ ຈັດຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ

ສະຫວັນນະເຂດ ຈັດຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ

     ພິທີຕ້ອນຮັບຂະບວນຄາຣາວານລົດຖີບ 2 ຝັງຂອງເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ ແຂວງສະຫວັນນະເຂດ-ແຂວງມຸກດາຫານ ປະເທດໄທ ໄດ້ຈັດຂຶ້ນວັນທີ 13 ພະຈິກ 2022 ຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 2 ແຂວງສະຫວັນນະເຂດ-ມຸກດາຫານ ໂດຍມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ  ທ່ານ ປະສົງສິນ ຈະເລີນສຸກ ເຈົ້າຄອງນະຄອນໄກສອນ ທ່ານ ວະໄລພັນ ນ້ອຍສັນເທ໊ຍ ຮອງເຈົ້າແຂວງມຸກດາຫານ ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສູນໃຫຍ່ແຫ່ງລາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ໄດ້ກ່າວວ່າ: ໂຄງການຈັດກິດຈະກໍາຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ ເປົ້າໝາຍເພື່ອແນໃສ່ການຟື້ນຟູ ແລະ ການສົ່ງເສີມການທ່ອງທ່ຽວລະຫວ່າງແຂວງສະຫວັນນະເຂດ ແລະ ແຂວງມຸກດາຫານ ທັງເປັນການກະຕຸ້ນເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອເຮັດໃຫ້ຜູ້ປະກອບການນັກທຸລະກິດທັງ 2 ຝັ່ງມີລາຍຮັບດີຂຶ້ນຈາກນັກທ່ອງທ່ຽວ ເຊິ່ງການກະກຽມກິດຈະກຳດັ່ງກ່າວ ແມ່ນໄດ້ລິເລີ່ມມາເປັນເວລາ 2 ເດືອນ ແຕ່ເດືອນກັນຍາຫາເດືອນຕຸລາ ໄດ້ມີການສົມທົບລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ມີພະແນກ ຖວທ ແຂວງ ສຳນັກງານກິລາ ແລະ ທ່ອງທ່ຽວແຂວງມຸກດາຫານ ແລະ ສະມາຄົມລົດຖີບແຂວງສະຫວັນນະເຂດ-ມຸກດາຫານ ໄດ້ມີການສຳຫຼວດເສັ້ນທາງຂີ່ລົດຖີບ ແລະ ປະຊຸມຮ່ວມກັນໃນການປຶກສາຫາລືວາງແຜນຈັດກິດຈະກຳການທ່ອງທ່ຽວຮ່ວມກັນ 5 ຄັ້ງ ມີການໂຄສະນາປະຊາສຳພັນທົ່ວສັງຄົມໃນແຂວງສະຫວັນນະເຂດ ແລະ ແຂວງມຸກດາຫານ ແລະ ຮັບລົງທະບຽນດ້ວຍຫຼາຍຮູບແບບ ທັງແບບອອນລາຍ ແລະ ແບບສະໝັກດ້ວຍຕົນເອງ ການເຂົ້າຄາຣາວານຄັ້ງນີ້ ມີຈຳນວນຄົນທັງໝົດ 580 ຄົນ ໃນນີ້ ແຂວງມຸກດາຫານ 430 ຄົນ ແລະ ແຂວງສະຫວັນນະເຂດ 150 ຄົນ ການປະກອບສ່ວນຈາກສັງຄົມ ເຊັ່ນ: ພະແນກການອ້ອມຂ້າງງແຂວງ ກົມກອງ ຫ້ອງການ ແລະ ບັນດາຫົວໜ່ວຍທຸລະກິດ ທຸກພາກສ່ວນຕ່າງໆທາງດ້ານວັດຖຸ ແລະ ປັດໄຈ ລວມມູນຄ່າທັງໝົດ 61.300.000 ກີບ.

    ສຳລັບຄາຣາວານລົດຖີບ 2 ຝັງຂອງເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ ແມ່ນໄດ້ເລີ່ມຂີ່ຈາກຂົວມິດຈະພາບໄປຫາ ພຣະທາດອີງຮັງ ແລ້ວກັບເຂົ້າມາກົງສູນໃຫຍ່ແຫ່ງລາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ຂີ່ມາເສັ້ນແຄມຂອງຕໍ່ໜ້າພະຍານາກໃຫຍ່ໜ້າວັດໃຫຍ່ໄຊຍະພູມ ກັບມາຮັບປະທານອາຫານທ່ຽງ ແລະ ຈັດກິດຈະກຳທີ່ຫໍພິພິທະພັນແຂວງ ນອກນີ້ ໃນຕອນແລງວັນດຽວກັນ ກໍໄດ້ມີພິທີບາສີສູ່ຂວັນທີ່ໂຮງໜັງເກົ່າລາວຈະເລີນ ພ້ອມຮັບຊົມກິດຈະກຳຕ່າງໆ ແລະ ໃນຕອນເຊົ້າວັນທີ 14 ພະຈິກ 2022 ໄດ້ມີພິທີຕັກບາດທີ່ແຄມຂອງຕໍ່ໜ້າພະຍານາກໃຫຍ່ ໜ້າວັດໃຫຍ່ໄຊຍະພູມ ໂດຍມີພະສົງ 39 ອົງ ເຂົ້າຮ່ວມຕື່ມອີກ.

error: Content is protected !!