ເຝິກອົບຮົມການປະກອບກິດຈະການໃຫ້ 3 ອົງການຈັດຕັ້ງມະຫາຊົນ

    ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ໄດ້ຈັດກອງປະຊຸມເຝິກອົບຮົມ ໃນຫົວຂໍ້ “ການປະກອບກິດຈະການ” ໃຫ້ແກ່ພະນັກງານ 3 ອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກີລາ (ສສກ) ແລະ ສະມາຊິກຈາກອົງການຈັດຕັ້ງມະຫາຊົນເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ເພື່ອເຮັດໃຫ້ຜູ້ຮຽນມີຄວາມເຂົ້າໃຈເຖິງຄວາມສຳຄັນຂອງວຽກງານສົ່ງເສີມການສຶກສາຜູ້ປະກອບກິດຈະການ ເປັນການປູກຈິດສຳນຶກກ່ຽວກັບການປະກອບກິດຈະການໃຫ້ແກ່ພະນັກງານໄດ້ມີແນວຄວາມຕິດໃໝ່ໆໃນການຈັດຕັ້ງກິດຈະກໍາກຸ່ມໃຫ້ເປັນລະບົບ ເພື່ອສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ.

    ກອງປະຊຸມຝຶກອົບຮົມດັ່ງກ່າວ ມີຂຶ້ນວັນທີ 14 ພະຈິກ 2022 ທີ່ຫ້ອງປະຊຸມ ສລດ ເມືອງຫາດຊາຍຟອງ ນວ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງ ສສກ ທ່ານ ນາງ ສຸດສາຍໃຈ ດວງສະຫວັນ  ຜູ້ອຳນວຍການ ສລດ ມີຮອງຜູ້ອຳນວຍການ  ຫົວໜ້າ-ຮອງຫົວໜ້າຂະແໜງ ພະນັກງານ ສໍາມະນາກອນຈາກ 3 ອົງການຈັດຕັ້ງມະຫາຊົນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ໄດ້ກ່າວວ່າ: ການຈັດເຝິກອົບຮົມຄັ້ງນີ້ ເພື່ອເປັນການເຮັດໃຫ້ກຸ່ມເປົ້າໝາຍທີ່ເຂົ້າຮ່ວມ ໄດ້ມີຄວາມຮູ້ຄວາມເຂົ້າໃຈເຖິງຄວາມສຳຄັນຂອງວຽກງານສົ່ງເສີມການສຶກສາຜູ້ປະກອບກິດຈະການ ເພື່ອເປັນການປູກຈິດສຳນຶກກ່ຽວກັບການປະກອບກິດຈະການໃຫ້ແກ່ພະນັກງານໄດ້ມີແນວຄວາມຕິດໃໝ່ໆໃນການຈັດຕັ້ງກິດຈະກໍາກຸ່ມໃຫ້ເປັນລະບົບ ເພື່ອສ້າງລາຍຮັບ ແລະ ເພື່ອສົ່ງເສີມໃຫ້ມີຜູ້ປະກອບກິດຈະການຮຸ່ນໃໝ່ ໂດຍສະເພາະແມ່ນໄວໜຸ່ມໃນ ສປປ ລາວ ໃຫ້ຫຼາຍຂຶ້ນຕາມທິດທາງການສ້າງລະບົບເສດຖະກິດໃຫ້ມີການຂະຫຍາຍຕົວຕາມທີ່ລັດຖະບານວາງອອກ.

    ສຳລັບການເຝິກອົບຮົມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 12 ວັນ ລະຫວ່າງວັນທີ 14-25 ພະຈິກ 2022 ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບການປະກອບກິດຈະການ ແລະ ການສ້າງຕັ້ງວິສາຫະກິດໃໝ່ (NEC) ຫຼັກການບໍລິຫານ (ບໍລິຫານທຸລະກິດ ແລະ ອົງກອນ) ຫຼັກການຕະຫຼາດ ການນໍາໃຊ້ເຄື່ອງມືສີ່ສັງຄົມອອນລາຍ ໃນການໂຄສະນາ (Ads Factbook) ຫຼັກການບັນຊີ ແລະ ການຄິດໄລ່ອາກອນ ຕົ້ນທຶນ ແລະ ການເຂົ້າຫາແຫຼ່ງທຶນ ການກໍານົດຍຸດທະສາດທາງທຸລະກິດ ຮູບແບບຈໍາລອງທຸລະກິດ ແລະ ແຜນທຸລະກິດ ກົດໝາຍວິສາຫະກິດ ທຸລະກິດຄອບຄົວ ການເງິນທຸລະກິດ ຄອມພິວເຕີສໍາລັບທຸລະກິດ.

error: Content is protected !!