ມຕ ແທ່ນຄຳ ໄດ້ຮັບນາມມະຍົດເປັນໂຮງຮຽນ 3 ດີ 4 ຮູ້

    ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານແທ່ນຄຳ ເມືອງຫົງສາ ແຂວງໄຊຍະບູລີ ຈັດພິທີປະກາດຮັບຮອງກອງເຍົາວະຊົນທັນວາ 3 ດີ 4 ຮູ້ ຂຶ້ນຢູ່ໂຮງຮຽນດັ່ງກ່າວ ໃນວັນທີ 11 ພະຈິກ 2022 ໂດຍເປັນປະທານຮ່ວມຂອງທ່ານ ໄກສອນ ນາລີອອມ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງຫົງສາ ທ່ານ ອຸ່ນເຮືອນ ບົວສອນ ຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານແທ່ນຄຳ ພ້ອມດ້ວຍແຂກຖືກເຊີນພະນັກງານຄູ-ອາຈານ ແລະ ສະມາຊິກເຍົາວະຊົນທັນວາພາຍໃນໂຮງຮຽນເຂົ້າຮ່ວມ.

    ສະຫາຍ ນາງ ຄໍາແພງ ດວງສີຈັນ ຜູ້ຮັບຜິດຊອບວຽກງານອະນຸຊົນ-ເຍົາວະຊົນທັນວາຂອງໂຮງຮຽນໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານເຍົາວະຊົນຜ່ານມາໂດຍຫຍໍ້ ເຊິ່ງຜ່ານມາ ຄະນະອຳນວຍການໂຮງຮຽນ ແລະ ຜູ້ຮັບຜິດຊອບວຽກນີ້ ໄດ້ເອົາໃຈໃສ່ນຳພາຈັດຕັ້ງປະຕິບັດຕາມພາລະບົດບາດ ສິດ ໜ້າທີ່ ແລະ ເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ກ່ຽວຂ້ອງເຊັ່ນ: ຂໍ້ແຂ່ງຂັນ 3 ດີ 4 ຮູ້ ຄໍາສອນຂອງທ່ານຜູ້ນໍາ 6 ຮັກ 3 ຊັງ ກົດລະບຽບກອງເຍົາວະຊົນທັນວາ ແລະ ລະບຽບຂອງໂຮງຮຽນວາງອອກ ໃຫ້ນ້ອງນ້ອຍເຍົາວະຊົນ-ອານຸຊົນພາຍໃນໂຮງຮຽນໄດ້ຮັບຮູ້ ແລະ ເຂົ້າໃຈ.

    ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານແທ່ນຄຳ ປະກອບມີ 4 ຊັ້ນຮຽນ ຄື: ແຕ່ຊັ້ນ ມ 1-ມ 4 ມີຈຳນວນນັກຮຽນທັງໝົດ 150 ຄົນ ຍິງ 75 ຄົນ ໃນນີ້ ເປັນເຍົາວະຊົນ 87 ຄົນ ຍິງ 54 ຄົນ ແລະ ມີຄູ-ອາຈານທັງໝົດ 12 ຄົນ ຍິງ 7 ຄົນ ມີກອງເຍົາວະຊົນທັນວາ 2 ກອງ ເປັນກອງເຍົາວະຊົນທັນວາ 3 ດີ 4 ຮູ້ ຈຳນວນ 1 ກອງ ແລະ ມີກອງນຳໜ້າ 1 ກອງ ຜ່ານການປະເມີນກວດກາຕາມມາດຖານ ແລະ ເງື່ອນໄຂ 3 ດີ 4 ຮູ້ ໄດ້ 90% ໄດ້ລື່ນຄາດໝາຍທີ່ວາງໄວ້ ຈຶ່ງໄດ້ຈັດພິທີ່ມອບໃບຢັ້ງຢືນໂຮງຮຽນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາໃຫ້ແກ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນແທ່ນຄຳ.

    ໂອກາດນີ້ ທ່ານ ໄກສອນ ນາລີອອມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ອຳນວຍການໂຮງຮຽນ ກໍຄືຄະນະຮັບຜີດຊອບວຽກງານອະນຸຊົນ-ເຍົາວະຊົນທັນວາ ທີ່ເອົາໃຈໃສ່ໃສ່ໃນການເຜີຍແຜ່ ສຶກສາອົບ ຮົມນ້ອງນ້ອຍອະນຸຊົນ-ເຍົາວະຊົນພາຍໃນໂຮງຮຽນຂອງຕົນ ດ້ວຍຄວາມຮັບຜິດຊອບ ທັງສິດສອນສົ່ງຄວາມຮູ້ ແລະ ສຶກສາສາອົບຮົມແນວຄິດຈິດໃຈ ພ້ອມເຄື່ອນໄຫວກິດຈະກຳຕ່າງໆ ສ້າງໃຫ້ເປັນນັກຮຽນຮູ້ ມີຄຸນສົມບັດ ສິນທຳປະຕິວັດ ກາຍເປັນອະນຸຊົນ ເຍົາວະຊົນ ຄົນຮຸ່ນໃໝ່ ຕາມທີດທາງນະໂຍບາຍຂອງພັກ ແລະ ລັດ ພັດທະນາຕົນເອງຮອບດ້ານ ຈົນໄດ້ຮັບນາມມະຍົດ 3 ດີ 4 ຮູ້ ແລະ ຂົ່ງພ້ອມກັນຮັກສາມູນເຊື້ອ ເສີມຂະຫຍາຍ ຈຸດດີ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ.

error: Content is protected !!