ໃຫ້ຄວາມຮູ້ການປ້ອງກັນພະຍາດ COVID-19

    ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບການສະກັດກັ້ນພະຍາດປອດອັກ ເສບຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຂຶ້ນເມື່ອບໍ່ດົນມານີ້ ຢູ່ ມຊ ໂດຍມີທ່ານ ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ ທ່ານ ຄຳຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ ທ່ານ ພອນປະ ດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ທ່ານ ສຸຊາດາ ສຸລິຍະວົງ ຜູ້ອຳນວຍການໂຮງໝໍວິທະຍາເຂດດົງໂດກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພອນປະດິດ ສັງໄຊຍະລາດ ໄດ້ຍົກໃຫ້ເຫັນສະພາບການລະບາດຂອງພະຍາດ COVID-19ໃນໂລກ ແລະ ສະຖານະການຢູ່ ສປປ ລາວ ເຊິ່ງປັດຈຸບັນ ສປປ ລາວ ຍັງຢັ້ງຢືນບໍ່ມີຜູ້ຕິດເຊື້ອ ແຕ່ກະ ຊວງສາທາລະນະສຸກກໍໄດ້ກຽມຄວາມພ້ອມເພື່ອຮັບມືກັບການລະບາດຂອງພະຍາດດັ່ງກ່າວ ໂດຍມີການແຕ່ງຕັ້ງຄະນະສະເພາະກິດເພື່ອປະສານງານ ໃຫ້ຂໍ້ມູນຂ່າວສານປະຊາຊົນ ອອກແຈ້ງການກ່ຽວກັບການເຝົ້າລະວັງການລະບາດຂອງພະຍາດ ກວດກາ ແລະ ກັ່ນກອງຜູ້ທີ່ເດີນທາງມາແຕ່ປະເທດທີ່ມີຄວາມສ່ຽງສູງ ຕັ້ງເຄື່ອງກວດຢູ່ຊາຍແດນທຸກຈຸດ ນອກນີ້ຍັງລົງເຜີຍແຜ່ວິທີປ້ອງກັນ ແລະ ຫຼີກລ່ຽງຈາກພະຍາດຢູ່ເຂດທີ່ມີຄວາມສ່ຽງສູງ ເຊິ່ງພະຍາດດັ່ງກ່າວສາມາດຕິດໄດ້ຈາກຄົນສູ່ຄົນ ໂດຍການໄອ ຈາມ ແລະ ສຳ ຜັດກັບຜູ້ທີ່ຕິດເຊື້ອ ວິທີປ້ອງກັນ ທຸກຄົນຄວນໜັ່ນອອກກຳລັງກາຍ ໝັ່ນລ້າງມືໃຫ້ສະອາດ ກິນອາຫານທີ່ປຸງສຸກ ຫຼີກລ່ຽງຈາກຜູ້ຕິດເຊື້ອ ເວລາໄອ ຈາມ ຄວນປິດປາກ-ດັງ ແລະ ຄວນໃສ່ຜ້າອັດປາກ ເມື່ອຈຳເປັນຕ້ອງອອກໄປຢູ່ຮ່ວມກັບຄົນຈຳນວນຫຼາຍ.

    ສຳລັບອາການຂອງຜູ້ຕິດເຊື້ອ ຈະມີອາການໄຂ້ ໄອ ເຈັບຄໍ ແລະ ຫາຍໃຈຍາກ ຖ້າຫາກມີອາການດັ່ງທີ່ກ່າວມານັ້ນ ຫຼື ຫາກພົບຜູ້ທີ່ມີອາການມີຄວາມສ່ຽງທີ່ຈະຕິດເຊື້ອພະຍາດ ຕ້ອງແນະນໍາໃຫ້ເຂົາເຈົ້າໄປກວດຢູ່ໂຮງໝໍທີ່ຂັ້ນເທິງໄດ້ຮອງຮັບ ຫຼື ໂທເບີ 166 ໄດ້ຕະຫຼອດ 24 ຊົ່ວໂມງ.

error: Content is protected !!