
ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄຕບ) ມອບເຄື່ອງຮັບໃຊ້ວຽກງານວິຊາສະ ເພາະ ມູນຄ່າ 3.600.000 ກີບ ໃຫ້ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ (ນວ) ວັນທີ 17 ມີນາ 2020 ຢູ່ຫ້ອງການ ຄຕບ ເຊິ່ງມອບໂດຍທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການ ຄຕບ ແລະ ຮັບຂອງທ່ານ ພັນໂທ ເພັງສະຫວັນ ທຳມະບູນ ຫົວໜ້າພະແນກຕຳຫຼວດຈະລາຈອນ ນວ ມີພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ບຸນຈັນ ແກ້ວສີທຳມະ ກ່າວວ່າ: ໂດຍອີງໃສ່ຄວາມຈຳເປັນໃນການປະຕິບັດວຽກງານຈະລາ ຈອນໃນປັດຈຸບັນ ຫ້ອງການ ຄຕບ ຈຶ່ງໄດ້ສະໜັບສະໜູນຈວຍສີແດງ 30 ອັນ ແລະ ສາຍກັ້ນເຂດພື້ນທີ່ ຫ້າມເຂົ້າ 2 ກໍ້ ໃຫ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ເພື່ອນຳໃຊ້ໃນວຽກງານການຈັດສັນຄວາມບໍ່ເປັນລະບຽບ ຮຽບຮ້ອຍ ໂດຍສະເພາະເຂດທີ່ກຳນົດຫ້າມຈອດລົດຕາມທີ່ໄດ້ອອກແຈ້ງການໄປແລ້ວ ເຊິ່ງອີງໃສ່ດຳລັດ 188/ນຍ ແລະ ຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ 184 ກ່ຽວກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ເປັນຕົ້ນຫ້າມຜູ້ຂັບຂີ່ລົດຈອດລົດ ຫຼື ຂີ່ລົດຂຶ້ນໄປຈອດທາງຄົນຍ່າງ ເຊິ່ງກີດຂວາງການສັນຈອນໄປ-ມາ ເພື່ອເຮັດໃຫ້ຕົວເມືອງ ນວ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສວຍງາມ ສົມກັບເປັນເມືອງ ເອກຂອງ ສປປ ລາວ.
ໂອກາດນີ້ ທ່ານ ພັນໂທ ເພັງສະຫວັນ ທຳມະບູນ ກໍໄດ້ສະແດງຂອບໃຈຫ້ອງການ ຄຕບ ທີ່ໃຫ້ ຄວາມສຳຄັນຕໍ່ວຽກງານດັ່ງກ່າວນີ້ ເຊິ່ງເປັນນິມິດໝາຍທີ່ດີ ທີ່ຫ້ອງການ ຄຕບ ແລະ ເຈົ້າໜ້າທີ່ຕຳຫຼວດ ຈະລາຈອນ ນວ ຈະໄດ້ພ້ອມກັນຈັດຕັ້ງປະຕິບັດ ແລະ ຮ່ວມມືກັນແກ້ໄຂວຽກງານການສັນຈອນຢູ່ ນວ ໃຫ້ມີຄວາມເປັນລະບຽບ ໂດຍອີງໃສ່ດຳລັດ 103 ຂອງທ່ານເຈົ້າຄອງ ນວ ກ່ຽວກັບການປັບໃໝຄູນ 10 ເທົ່າ ຂອງດຳລັດ 188/ນຍ ໃຫ້ເຂັ້ມງວດ ແລະ ໃຫ້ທຸກຄົນເປັນເຈົ້າການໃນການປະຕິບັດລະບຽບກົດໝາຍ ສຳລັບເຄື່ອງທີ່ມອບໃຫ້ຄັ້ງນີ້ ພະແນກຕຳຫຼວດຈະລາຈອນຈະນຳໄປໃຊ້ໃຫ້ເກີດຜົນປະໂຫຍດ ເພື່ອແກ້ໄຂບໍ່ ໃຫ້ບັນດານັກຂັບຂີ່ລ່ວງມະເມີດກົດລະບຽບການສັນຈອນທາງຖະໜົນ.
ຂ່າວ-ພາບ: ຊິລິການດາ