
ຖ້າຈະວ່າບໍ່ແພງຄົງຊິບໍ່ແມ່ນ ເພາະວ່າຫຼາຍ ຮ້ານຂາຍຜ້າອັດປາກ-ອັດດັງ ແຜ່ນໜຶ່ງລາຄາ ຫ້າພັນ ເຖິງສິບ ຫຼື ຊາວພັນ ຊະນິດຫູຢາງຍືດຈາກ ລາຄາປົກກະຕິພຽງແຕ່ໜຶ່ງພັນກີບ ອ່ານໃຫ້ຈົບ ເພາະຜູ້ຂຽນບໍ່ໄດ້ເວົ້າເກີນຈິງ ເຊິ່ງເຄີຍຊື້ມາແລ້ວແຜ່ນລະຫ້າພັນກີບ ຊ້ຳຕື່ມຍັງມີຫາງສຽງສັງຄົມ ວ່າ ລາຄາຜ້າອັດປາກ-ອັດດັງຫຼາຍຮ້ານຂາຍແພງ ລາຄາເກີນຈິງ ແລະ ເກີນແຈ້ງການຂອງກະຊວງການຄ້າໄດ້ແຈ້ງລາຄາເອົາໄວ້.
ກະຊວງການຄ້າ ແຈ້ງການເລກທີ 0142 ລົງວັນ ທີ 07 ກຸມພາ 2020 ຂໍ້ (1) ກຳນົດລາຄາສິນຄ້າ ຂໍ້ (2) ຜ້າອັດປາກ-ອັດດັງ (ແຜ່ນຕອງ 3 ຊັ້ນ ຊະນິດສາຍຢາງຍືດ) ສູງສຸດລາຄາບໍ່ໃຫ້ເກີນ 25.000 ກີບຕໍ່ 1 ກັບ ເພາະ 1 ກັບມີ 50 ອັນ ຖ້າວ່າແຍກຂາຍບໍ່ໃຫ້ເກີນ 1.000 ກີບຕໍ່ອັນໜຶ່ງ ພາສາລາວຂຽນແບບນີ້ ເຂົ້າໃຈວ່າ ຄົນລາວທົ່ວສັງຄົມເຮົາກະອ່ານເຂົ້າໃຈແຈ້ງ ແຕ່ເວລາສະພາບ ການແບບນີ້ ຄົນຂາຍບາງບ່ອນ ບາງຄົນ ເອີ້ນລາ ຄາແພງເກີນໄປ.
ສຳລັບປະເທດເຮົາ ຍັງບໍ່ຈຳເປັນໃສ່ສຳລັບປະຊາຊົນທົ່ວໄປ ຜູ້ທີ່ບໍ່ມີອາການທາງລະບົບຫາຍໃຈ ເລື່ອງນີ້ຕ້ອງໂທສອບຖາມ ເບີໂທ 166 ເພື່ອຄວາມ ກະຈ່າງແຈ້ງ.
ເຖິງຢ່າງໃດ ຫາງສຽງຂ້າງເທິງນີ້ ຝ່າຍກ່ຽວຂ້ອງ ລອງລົງກວດກາ ຕິດຕາມຕົວຈິງເບິ່ງ ເຮັດແບບ ການຄ້າລົງກວດກາຕາຊີງນັ້ນກະໄດ້ ຫຼື ສົ່ງຕົວແທນໄປເລາະຊື້ກະຈະຮູ້ລາຄາໂລດ ຂໍ້ (3) ຂອງແຈ້ງການກໍໄດ້ບອກແຈ້ງລະເດວ່າ ຫ້າມບໍ່ໃຫ້ບຸກ ຄົນ ນິຕິບຸກຄົນ ບັນດາຮ້ານຂາຍຢາ ຮ້ານຈຳໜ່າຍຜະລິດຕະພັນການຢາຕ່າງໆ ສວຍໂອກາດຂຶ້ນລາ ຄາ ຫຼື ກັກຕຸນສິນຄ້າ ເພື່ອເກງກຳໄລຕາມທີ່ໄດ້ກຳ ນົດຫ້າມໄວ້ ຖ້າຝ່າຍກ່ຽວຂ້ອງຟ້າວແກ້ບັນຫານີ້ ຮີບດ່ວນຄົງຈະດີບໍ່ໜ້ອຍຕໍ່ການຫຼຸດຜ່ອນຫາງ ສຽງບໍ່ດີຂອງສັງຄົມ
ຄໍລຳນີ້ ຂໍຝາກເຖິງຝ່າຍກ່ຽວຂ້ອງຮີບຮ້ອນກວດ ກາເບິ່ງ ເພາະສັງຄົມເຂົາເປັນຫ່ວງ ໃຜກະຢາກ ປອດໄພ ແຕ່ພໍເວລາໄປຊື້ຜ້າອັດປາກ-ອັດດັງຜັດ ມີສວຍໂອກາດ ຕາມທີ່ຈະເຂົ້າໃຈຄວາມທຸກຂອງ ສັງຄົມ ໜ້າເປັນຫ່ວງນຳກັນເດີ!.
ໂດຍ: ດັ້ນກີບເມກ