ຮ່ວມມືສົ່ງເສີມຊາວກະສິກອນປູກໝາກນໍ້າເຕົ້າຍີ່ປຸ່ນເປັນສິນຄ້າ

    ພິທີເຊັນສັນຍາຮ່ວມມືທຸລະກິດດ້ານການຄ້າ ການທ່ອງທ່ຽວ ແລະ ການຊໍາລະດ້ວຍລະບົບ SMS ລະຫວ່າງບໍລິສັດ ດອກຈຳປາຄຳ ຈຳກັດຜູ້ດຽວ ກັບ ສະຫະກອນເຄທີສົ່ງເສີມກະສິກຳ ຈັດຂຶ້ນວັນທີ 11 ພະຈິກ 2022 ທີ່ຫ້ອງການສະຫະກອນເຄທີສົ່ງເສີມກະສິກຳ ບ້ານຄໍາສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງທ່ານ ຫວັດສະດີ ຂຸມເພັດສະວົງ ປະທານບໍລິສັດ ດອກຈຳປາຄຳ ຈຳກັດຜູ້ດຽວ ແລະ ທ່ານນາງ ຂວັນຕາ ລິດຕິ ປະທານສະຫະກອນເຄທີສົ່ງເສີມກະສິກຳ ມີທ່ານ ຊິຈີໂຣ ອີຊາວະ ປະທານບໍລິສັດ ອີຊາວະ ໂຊເທັນ ຈຳກັດ ປະເທດຍີ່ປຸ່ນ ຕາງໜ້າບໍລິສັດ ແອວທີແກຣນການຄ້າ ຈຳກັດຜູ້ດຽວ ບໍລິສັດ ໄທເລີຍຟາມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ການຮ່ວມມືທຸລະກິດສອງຝ່າຍຄັ້ງນີ້ ເພື່ອສ້າງທຸລະກິດການຄ້າ ແລະ ການທ່ອງທ່ຽວຮ່ວມກັນຢ່າງຍາວນານໃຫ້ສາມາດຍົກສູງມາດຕະຖານສາກົນເທື່ອລະກ້າວ ຮ່ວມກັນນໍາໃຊ້ລະບົບຫ້ອງການຂອງສະຫະກອນເຄທີສົ່ງເສີມກະສິກຳເປັນບ່ອນເຮັດວຽກ ຮ່ວມມືກັນໃຊ້ລະບົບຊໍາລະຊະສາງການບໍລິການ ການທ່ອງທ່ຽວ ແລະ ການຄ້າ ຮ່ວມມືດ້ານການບໍລິການ Payment SMS ໃນດ້ານການທ່ອງທ່ຽວ ການຊື້-ຂາຍ ການຄ້າ ແລະ ການຊໍາລະສະສາງຜ່ານລະບົບ SMS ຂອງສະຫະກອນເຄທີ (Payment SMS) ແລະ ຮ່ວມມືດ້ານອື່ນໆ ເຊິ່ງສະຫະກອນເຄທີສົ່ງເສີມກະສິກໍາ ໄດ້ຊຸກຍູ້ສົ່ງເສີມຊາວກະສິກອນທົ່ວປະເທດ ປູກໝາກນໍ້າເຕົ້າຍີ່ປຸ່ນເປັນສິນຄ້າສົ່ງອອກຕ່າງປະເທດ ໂດຍສະເພາະ ສົ່ງໄປຕະຫຼາດຍີ່ປຸ່ນ ເພື່ອເປັນການສ້າງວຽກເຮັດງານທໍາ ສ້າງລາຍຮັບໃຫ້ປະຊາຊົນ ເປົ້າໝາຍຂອງສະຫະກອນເບື້ອງຕົ້ນ ຈະສົ່ງເສີມຊາວກະສິກອນປູກໝາກນໍ້າເຕົ້າຍີ່ປຸ່ນຜະລິດເປັນເສັ້ນໝີ່ແຫ້ງສົ່ງໄປຕະຫຼາດຍີ່ປຸ່ນກ່ອນ ຈາກນັ້ນຈະຊຸກຍູ້ສົ່ງເສີມການປູກພືດຊະນິດອື່ນໆ ສ່ວນຜະລິດຕະພັນໝີ່ແຫ້ງໝາກນໍ້າເຕົ້າຍີ່ປຸ່ນເປັນສິນຄ້າທີ່ຕະຫຼາດຍີ່ປຸ່ນ ມີຄວາມຕ້ອງການຈຳນວນຫຼາຍ ໂດຍແມ່ນບໍລິສັດ ອີຊາວະໂຊເທັນຈະເປັນຜູ້ເກັບຊື້ ເຊິ່ງຜ່ານມາ ບໍລິສັດດັ່ງກ່າວແມ່ນເກັບຊື້ຈາກປະເທດຈີນ ແລະ ໄທ ແຕ່ກໍບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ດັ່ງນັ້ນ ບໍລິສັດຈຶ່ງໄດ້ມາຊຸກຍູ້ສົ່ງເສີມປະຊາຊົນປູກຢູ່ລາວຕື່ມອີກ ຕາມແຜນການຂອງສະຫະກອນ ຈະສົ່ງເສີມປະຊາຊົນປູກຢູ່ 10 ແຂວງ ສະເພາະປີ 2022 ໄດ້ສົ່ງເສີມປູກເນື້ອທີ່ 50 ເຮັກຕາຄາດວ່າທ້າຍປີນີ້ ຈະເລີ່ມເກັບກູ້ຜົນຜະລິດ ແລະ ໝາກນໍ້າເຕົ້າຍີ່ປຸ່ນຈະບໍ່ເລືອກດິນປູກໃຫ້ຜົນຜະລິດສູງ ຕົ້ນໜຶ່ງໄດ້ 20 ໜ່ວຍຂຶ້ນໄປ ແລະ ໜ່ວຍໜຶ່ງມີນໍ້າໜັກ 8-12 ກິໂລ ໂດຍລວມແລ້ວ ການປູກໝາກນໍ້າເຕົ້າຍີ່ປຸ່ນເປັນສິນຄ້າ ໄດ້ຮັບຜົນຕອບແທນສູງ ດັ່ງນັ້ນ ປະຊາຊົນຜູ້ທີ່ສົນໃຈຢາກເຂົ້າຮ່ວມໂຄງການເປັນສະມາຊິກປູກໝາກນໍ້າເຕົ້າຍີ່ປຸ່ນ ສາມາດຕິດຕໍ່ພົວພັນໄດ້ທີ່ສະຫະກອນເຄທີສົ່ງເສີມກະສິກຳ.

error: Content is protected !!