ກອງປະຊຸມໃຫຍ່ຄັ້ງທີ 9 ຂອງສະມາຄົມອຸດສາຫະກຳຕັດຫຍິບລາວ

    ກອງປະຊຸມໃຫຍ່ຄັ້ງທີ 9 ຂອງສະມາຄົມອຸດສາຫະກຳຕັດຫຍິບລາວ ຈັດຂຶ້ນວັນທີ 11 ພະຈິກ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ມີທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະບໍລິຫານງານສະມາຄົມອຸດສາຫະກຳຕັດຫຍິບລາວ ຊຸດທີ 8 ແລະ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ສະມາຊິກຂອງສະມາຄົມເຂົ້າຮ່ວມ.

    ທ່ານ ດຣ ໄຊບັນດິດ ຣາຊະພົນ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ໄດ້ລາຍງານການປະຕິບັດວຽກງານຂອງຄະນະບໍລິຫານງານສະມາຄົມອຸດສາຫະກຳຕັດຫຍິບລາວ ຊຸດທີ 8 ໄລຍະປີ 2019-2022 ເຊິ່ງສະມາຄົມໄດ້ເຮັດໜ້າທີ່ເຕົ້າໂຮມບັນດາຫົວໜ່ວຍການຜະລິດ ດ້ານອຸດສາຫະກຳແຜ່ນແພ ແລະ ເຄື່ອງນຸ່ງຫົ່ມທັງພາກລັດ ແລະ ພາກເອກະຊົນເຂົ້າເປັນກຸ່ມອັນໜຶ່ງອັນດຽວກັນ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດນະໂຍບາຍ ແລະ ລະບຽບກົດໝາຍຕ່າງໆທີ່ພາກລັດວາງອອກ ສຳຄັນ ແມ່ນເອກະພາບກັນໃນການສະເໜີຂໍ້ຄິດເຫັນຕໍ່ພາກລັດ ໃນການປົກປ້ອງ ຄຸ້ມຄອງ ສົ່ງເສີມອຸດສາຫະກຳເຄື່ອງນຸ່ງຫົ່ມໃນ ສປປ ລາວ ໃຫ້ມີຄວາມຢູ່ລອດ ແລະ ຂະຫຍາຍຕົວເທື່ອລະກ້າວ ຊຸກຍູ້ ສົ່ງເສີມ ຊ່ວຍເຫຼືອ ແລະ ແກ້ໄຂບັນຫາຕ່າງໆພາຍໃນຂະແໜງການ ແຕ່ຕົ້ນປີ 2019 ມີໂຮງງານອຸດສາຫະກຳຕັດຫຍິບ 78 ແຫ່ງ ເມື່ອທຽບກັບຕົ້ນປີ 2022 ມີໂຮງງານທັງໝົດ 77 ແຫ່ງ ໂຮງງານຂະໜາດໃຫຍ່ ເຮັດການຜະລິດເພື່ອສົ່ງອອກມີ 51 ແຫ່ງ ແລະ 26 ແຫ່ງ ເປັນໂຮງງານຂະໜາດນ້ອຍ ເຮັດການຜະລິດເພື່ອຕະຫຼາດພາຍໃນ ມີສະມາຊິກຂອງສະມາຄົມ 53 ໂຮງງານ ໃນນັ້ນ ຜູ້ຜະລິດສົ່ງອອກ 40 ແຫ່ງ ດ້ານການລົງທຶນ ໄດ້ມີໂຮງງານຄົນລາວລົງທຶນ 100% ມີ 7 ແຫ່ງ ໂຮງງານລາວຮ່ວມທຶນກັບຕ່າງປະເທດມີ 6 ແຫ່ງ ເຊັ່ນ: ໄທ ຍີ່ປຸ່ນ ຮົງກົງ ຫວຽດນາມ ແລະ ເຢຍລະມັນ ພ້ອມນັ້ນ ຍັງມີໂຮງງານລົງທຶນຂອງຕ່າງປະເທດ 100% ມີ 38 ແຫ່ງ (ເພີ່ມຂື້ນ2ແຫ່ງ) ໃນນັ້ນ ລົງທຶນຫຼາຍກ່ວາໝູ່ແມ່ນປະເທດຍີ່ປຸ່ນມີ 12 ແຫ່ງ  ກວມເອົາ 33% ໄທມີ 7 ແຫ່ງກວມເອົາ 19% ໃນບັນດາໂຮງງານຂ້າງເທິງນັ້ນ ສັງລວມໃນຕົ້ນປີ 2022 ມີແຮງງານ 25.000 ຄົນ ແຮງງານເພດຍິງກວມເອົາ 90% ແຮງງານຕ່າງປະເທດປະມານ 0.5% ສ່ວນໃຫ່ຍເປັນແຮງງານລະດັບຜູ້ບໍລິຫານ ແລະ ວິຊາການທີ່ມາຈາກປະເທດໄທ ຍີ່ປຸ່ນ ຈີນ ແລະ ສີລັງກາ ໃນການຜະລິດການສົ່ງອອກໄລຍະ 2019-2021 ເຊິ່ງໃນປີ 2019 ມູນຄ່າການຜະລິດສົ່ງອອກໄດ້ 212 ລ້ານກວ່າໂດລາສະຫະລັດ ເມື່ອທຽບໃສໄລຍະດຽວກັນຂອງປີ 2018 ຜ່ານມາ ເພີ່ມຂື້ນ 16,5% ປີ 2020 ມູນຄ່າການຜະລິດສົ່ງອອກ 192 ລ້ານກວ່າໂດລາສະຫະລັດ ເມື່ອທຽບໃສ່ ປີ 2019 ຫຼຸດລົງ 10% ແລະ ປີ 2021 ມູນຄ່າການຜະລິດສົ່ງອອກ 189 ລ້ານກວ່າໂດລາສະຫະລັດ ເມື່ອທຽບໃສ່ປີ 2020 ຫຼຸດລົງ 1,4%. ສ່ວນແຜນການຕໍ່ໜ້າ ສືບຕໍ່ເຕົ້າໂຮມຄວາມສາມັກຄີບັນດາໂຮງງານອຸດສາຫະກຳຕັດຫຍິບຢູ່ ສປປ ລາວ ທັງເປັນສະມາຊິກ ແລະ ບໍ່ເປັນສະມາຊິກ ເພື່ອຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດຕາມລະບຽບກົດໝາຍຕ່າງໆ ເອກະພາບກັນໃນການສະເໜີບັນຫາຕ່າງໆຂອງຂະແໜງການ ເພື່ອຂໍທິດທາງແກ້ໄຂທີ່ເໜາະສົມ ເຕົ້າໂຮມບັນດາໂຮງງານຜະລິດເກີບ ໂຮງງານຜະລິດຖົງຕີນ ແລະ ໂຮງງານອື່ນໆທີ່ຕິດພັນກັບຕັດຫຍິບ ເພື່ອລະດົມເຂົ້າເປັນສະມາຊິກ ຊຸກຍູ້ສົ່ງເສີມການຜະລິດເພື່ອເຮັດໃຫ້ມູນຄ່າການສົ່ງອອກເພີ່ມຂຶ້ນໃຫ້ໄດ້ຢ່າງໜ້ອຍ 10% ໃນແຕ່ລະປີ ຊອກຫາແນວທາງແກ້ໄຂບັນຫາທີ່ເປັນອຸປະສັກຕໍ່ການດຳເດີນການຜະລິດຂອງບັນດາໂຮງງານອຸດສາຫະກຳຕັດຫຍິບ ແລະ ສົມທົບກັບອົງການ 3 ຝ່າຍ ແລະ ອົງການແຮງງານສາກົນ ເພື່ອສຶກສາຄົ້ນຄ້ວາຊອກຫາເງື່ອນໄຂ ແລະ ແຫຼ່ງທຶນສະໜັບສະໜູນສ້າງເປັນໂຄງການ Better Work ຢູ່ລາວ ເພື່ອສ້າງຄວາມເຊື່ອຖືໃຫ້ກັບລູກຄ້າດຶງດູດເອົາການລົງທຶນການສັ່ງຊື້ໃຫ້ຫຼາຍຂຶ້ນ.

    ໃນໂອກາດດຽວກັນນີ້ ສະມາຊິກຂອງສະມາຄົມອຸດສຫະກຳຕັດຫຍິບລາວ ຍັງໄດ້ປ່ອນບັດເອົາຄະນະບໍລິຫານງານສະມາຄົມອຸດສາຫະກຳຕັດຫຍິບລາວຊຸດໃໝ່ ເພື່ອຊີ້ນຳວຽກງານອຸດສາຫະກຳຕັດຫຍິບລາວຕໍ່ໄປ ໂດຍຄະນະບໍລິຫານງານສະມາຄົມອຸດສາຫະກຳຕັດຫຍິບລາວຊຸດໃໝ່ ປະກອບມີ 11 ທ່ານ ໃນນີ້ ທ່ານ ດຣ ໄຊບັນດິດ ຣາຊະພົນ ເປັນປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ແລະ ມີຮອງປະທານ 4 ທ່ານ ພ້ອມຄະນະ 6 ທ່ານ.

    ໃນຕອນທ້າຍກອງປະຊຸມ ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຄະນະບໍລິຫານງານສະມາຄົມອຸດສາຫະກຳຕັດຫຍິບລາວຊຸດເກົ່າ ແລະ ຊຸດໃໝ່ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນເອງຢ່າງຕັ້ງໜ້າ ຖືໄດ້ວ່າຂະແໜງອຸດສາຫະກຳຕັດຫຍິບໄດ້ປະກອບສ່ວນອັນສຳຄັນເຂົ້າໃນເສດຖະກິດຂອງປະເທດ ເຖິງວ່າໄລຍະຜ່ານມາ ອຸດສາຫະກຳຕັດຫຍິບໄດ້ພົບກັບບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ ແຕ່ທາງສະມາຄົມກໍສາມາດພ້ອມກັນຜ່ານຜ່າ ພ້ອມນັ້ນ ຍັງໄດ້ໃຫ້ທິດຊີ້ນຳຄະນະຊຸດໃໝ່ ເພີ່ມຄວາມເອົາໃຈໃສ່ໃນການແກ້ໄຂບັນຫາທີ່ຄົງຄ້າງໃນໄລຍະຜ່ານມາ ແລະ ສຸມໃສ່ທິດທາງໃນຕໍ່ໜ້າໃຫ້ເກີດປະສິດທິພາບຕື່ມອີກ.

error: Content is protected !!