ປະທານປະເທດ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງທູດ ສ. ເກົາຫຼີ ຄົນໃໝ່

     ວັນທີ 14 ພະຈິກ 2022 ທີ່ສະພາແຫ່ງຊາດ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານ ຈອງ ຢອງ ຊູ (Jung Yung-soo) ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ໃນໂອກາດມາຍື່ນສານຕາຕັ້ງເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳລາວ ຄົນໃໝ່.

    ໃນໂອກາດດັ່ງກ່າວ ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ໃຫ້ກຽດໂອລົມຕໍ່ທ່ານທູດ ຈອງ ຢອງ ຊູ (Jung Yung-soo) ໃນໂອກາດມາຍື່ນສານໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຈາກ ລັດຖະບານ ກໍຄືປະຊາຊົນ ສ. ເກົາຫຼີ ທີ່ໄດ້ມອບຫມາຍໃຫ້ມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ  ແລະ  ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການຂອງທ່ານທູດ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ ແລະ ສ. ເກົາຫຼີ ຈະໄດ້ຮັບການສືບຕໍ່ເພີ່ມທະວີຮັດແໜ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນໃນອະນາຄົດ ພ້ອມນັ້ນ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ເຕັມໄປດ້ວຍໝາກຜົນລະຫວ່າງສອງປະເທດ ລາວ-ສ.ເກົາຫຼີ ໂດຍສະເພາະ ດ້ານການເມືອງ ເຫັນໄດ້ຈາກການພົບປະແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ເຖິງວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ສ້າງຄວາມຫຍຸ້ງຍາກກໍຕາມ ແລະ ການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນ ດ້ານການຄ້າ-ການລົງທຶນ ການທ່ອງທ່ຽວ ການພັດທະນາຊັບພະຍາກອນມະນຸດ ສາທາລະນະສຸກ ໂຄງລ່າງພື້ນຖານ ດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການຮ່ວມມືດ້ານສະພາ ແມ່ນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ພິເສດໃນປີ 2020 ຜ່ານມາ ສອງປະເທດໄດ້ຮ່ວມກັນຈັດກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 25 ປີ (25/10/1995 – 25/10/2020). ພ້ອມດຽວກັນນີ້ ທ່ານປະທານປະເທດ ໄດ້ຕາງຫນ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈເປັນຢ່າງຍິ່ງມາຍັງລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ແລະ ທັນການແກ່ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນການຊ່ວຍເຫຼືອເພື່ອການພັດທະນາ (ODA) ແລະ ການສະໜອງເງິນກູ້ຜ່ານກອງທຶນຮ່ວມມືພັດທະນາເສດຖະກິດ (EDCF) ຂອງ ສ.ເກົາຫຼີ ໂດຍສະເພາະ ດ້ານການພັດທະນາພື້ນຖານໂຄງລ່າງ ສາທາລະນະສຸກ ສຶກສາ ກະສິກຳ ແລະ ອື່ນໆ  ເພື່ອແນໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ  ລວມທັງການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ເພື່ອຮັບມືກັບການລະບາດຂອງພະຍາດໂຄວິດ-19 ໂດຍໃຫ້ການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ອຸປະກອນການແພດ ມູນຄ່າ 2,5 ລ້ານກວ່າໂດລາສະຫະລັດ ລັດຖະບານລາວ ຍັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມືໃນຂອບອາຊຽນ-ສ.ເກົາຫຼີ ແມ່ຂອງ-ສ.ເກົາຫຼີ ແລະ ການເປັນປະທານອາຊຽນຂອງ ສປປ ລາວ ໃນໄລຍະຜ່ານມາ ລວມທັງການກະກຽມເປັນປະທານໃນປີ 2024 ພ້ອມທັງຊົມເຊີຍການລົງທຶນຂອງ ສ. ເກົາຫຼີ ຢູ່ ສປປ ລາວ ມີ 312 ໂຄງການ ມູນຄ່າການລົງທຶນທັງໝົດ 758 ລ້ານກວ່າໂດລາສະຫະລັດ ເຊິ່ງໄດ້ຈັດຢູ່ອັນດັບຕົ້ນໆຂອງການລົງທຶນໂດຍກົງຈາກຕ່າງປະເທດໃນ ສປປ ລາວ ອັນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ.

    ໃນໂອກາດດຽວກັນນີ້ທ່ານ ປະທານປະເທດ ຍັງໄດ້ສົ່ງຄຳເຊື້ອເຊີນທ່ານປະທານາທິບໍດີ ສ.ເກົາຫຼີ ມາຢ້ຽມຢາມ ສປປ ລາວ ໃນເວລາທີ່ສະດວກ ແລະ ທ່ານ ເອກອັກຄະລັດຖະທູດ ສ. ເກົາຫຼີ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມ ແລະ ການເຊື້ອເຊີນຂອງທ່ານປະທານປະເທດລາວ ແລະ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ໄດ້ຮັບໜາກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ..

error: Content is protected !!