10 ບ້ານກຸ່ມໂຄກສີວິໄລ ຮັບຮອງເປັນບ້ານສາມັກຄີປອງດອງ

    ກຸ່ມໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດບ້ານໄຊສົມບູນ ບ້ານສະພັງຄະນົງ ບ້ານໂພຄຳ ບ້ານໂຄກສີວິໄລ ບ້ານນາມົນ ບ້ານໜອງບົວ ບ້ານນາລ້ອມ ບ້ານໂຄກໃຫຍ່ ບ້ານໂຄກນ້ອຍ ແລະ ບ້ານໂຄກສະອາດ ເປັນບ້ານສາມັກຄີປອງດອງ ຂຶ້ນວັນທີ 11 ພະຈິກ 2022 ເປັນປະທານໂດຍທ່ານ ແກ້ວດວງມະນີ ຄະນະພັກນະຄອນຫຼວງວຽງຈັນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ທ່ານນາງ ສົມປະເສີດ ສີຫາລາດ ຮອງປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ທ່ານ ສີວິໄລ ຫຼວງລາດ ຄະນະປະຈຳພັກ ປະທານແນວລາວສ້າງຊາດເມືອງ ມີຫົວໜ້າຫ້ອງການ ເລຂາຄະນະພັກຮາກຖານກຸ່ມໂຄກສີວິໄລ ອົງການປົກຄອງບ້ານ 10 ບ້ານເຂົ້າຮ່ວມ.

    ໃນພິທີ ທ່ານ ຄຳຕັນ ກວ້າງມະນີວັນ ນາຍບ້ານໄຊສົມບູນ ຕາງໜ້າ ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດບ້ານສາມັກຄີປອງດອງທັງ 10 ບ້ານ ພາຍຫຼັງໄດ້ມີຄຳແນະນຳຂອງຄະນະປະຈຳສູນກາງແນວລາວສ້າງຊາດ ວ່າດ້ວຍການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງທາງໜ່ວຍພັກບ້ານ ສົມທົບກັບແນວລາວສ້າງຊາດບ້ານ ແລະ ອົງການປົກຄອງບ້ານ ກໍໄດ້ລົງປະເມີນຜົນມາດຖານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງບ້ານຂອງຕົນ ຜົນໄດ້ຮັບຕົວຈິງແຕ່ລະມາດຖານແຕ່ລະບ້ານໄດ້ຄື ບ້ານໄຊສົມບູນ ມີ 324 ຄອບຄົວ ສາມາດຕີລາຄາສະເລ່ຍ 6 ມາດຖານ ບ້ານຕີລາຄາໄດ້ 93,6% ຄະນະຮັບຜິດຊອບຕີລາຄາໄດ້ 94% ບ້ານສະພັງຄະນົງ ມີ 230 ຄອບຄົວ ບ້ານສາມາດຕີລາຄາໄດ້ 93,8% ຄະນະຮັບຜິດຊອບຕີລາຄາໄດ້ 94% ບ້ານໂພຄຳ ມີ 254 ຄອບຄົວ ຕີລາຄາສະເລ່ຍ 6 ມາດຖານບ້ານສາມາດຕີລາຄາໄດ້ 93,33% ຄະນະຮັບຜິດຊອບຕີລາຄາໄດ້ 94% ບ້ານໂຄກສີວິໄລ ມີ 324 ຄອບຄົວ ສາມາດຕີລາຄາສະເລ່ຍ 6 ມາດຖານ ບ້ານສາມາດຕີລາຄາໄດ້ 95% ຄະນະຮັບຜິດຊອບຕີລາຄາໄດ້ 95% ບ້ານນາມົນ 170 ຄອບຄົວ ສາມາດຕີລາຄາ 6 ມາດຖານ ບ້ານສາມາດຕີລາຄາໄດ້ 94,5% ຄະນະຮັບຜິດຊອບສາມາດຕີລາຄາໄດ້ 95% ບ້ານໜອງບົວ ມີ 157 ຄອບຄົວ ບ້ານສາມາດຕີລາຄາໄດ້ 92,6% ຄະນະຮັບຜິດຊອບຕີລາຄາໄດ້ 93% ບ້ານນາລ້ອມ ມີ 354 ຄອບຄົວ ບ້ານສາມາດຕີລາຄາໄດ້ 92,1% ຄະນະຮັບຜິດຊອບສາມາດຕີລາຄາໄດ້ 92% ບ້ານໂຄກໃຫຍ່ ມີ 196 ຄອບຄົວ ບ້ານສາມາດຕີລາຄາໄດ້ 91,8% ຄະນະຮັບຜິດຊອບສາມາດຕີລາຄາໄດ້ 92% ບ້ານໂຄກນ້ອຍ ມີ 228 ຄອບຄົວ ບ້ານສາມາດຕີລາຄາໄດ້ 91,5% ຄະນະຮັບຜິດຊອບ ຕີລາຄາໄດ້ 92% ແລະ ບ້ານໂຄກສະອາດມີ 357 ຄອບຄົວ ບ້ານສາມາດຕີລາຄາສະເລ່ຍ6ມາດຖານ ໄດ້ 93,1% ຄະນະຮັບຜິດຊອບຕີລາຄາໄດ້ 93%  ເຫັນວ່າແຕ່ລະບ້ານໄດ້ຄະແນນສະເລ່ຍຕາມມາດຖານຂັ້ນເທິງວາງອອກ ຈິ່ງສາມາດ ປະກາດເປັນບ້ານສາມັກຄີປອງດອງ.

error: Content is protected !!