ກະຊວງເຕັກໂນໂລຊີ ແລະ ການສື່ສານ ສຳເລັດເຝິກອົບຮົມວຽກງານ ກໍ່ສ້າງພັກໃຫ້ກັບພະນັກງານຫຼັກແຫຼ່ງ

     ປິດຊຸດເຝິກອົບຮົມວຽກງານກໍ່ສ້າງພັກ-ພະນັກງານ  ຊຸດ​ທີ V  ໃຫ້ບັນດາສະຫາຍເລຂາ ຮອງເລຂາຄະນະໜ່ວຍພັກ ຄະນະພັກຮາກຖານ ແລະ ບັນດາສະຫາຍກອງເລຂາ ຜູ້ຊ່ວຍວຽກພັກຂອງບັນດາໜ່ວຍພັກ ທົ່ວອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ດຳເນີນມາແຕ່​ວັນ​ທີ 9 ພະຈິກ 2022 ເປັນຕົ້ນມາ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍເປັນປະທານຂອງສະຫາຍ ບັນດີດ ສຈ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ຈົນເຖິງວັນທີ 11 ພະຈິກ 2022 ໄດ້ສຳເລັດລົງ ໂດຍມີສະຫາຍ ຄຳພູ ດວງຖະໝອມ ຄະນະປະຈຳພັກກະຊວງ ເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ສະຫາຍນາງ ສີບານ ສີສະອາດ ຄະນະບໍລິຫານພັກ ຄະນະຈັດຕັ້ງສູນກາງພັກ ຮັກສາການຫົວໜ້າກົມກໍ່ສ້າງພັກ ບັນດາສະຫາຍ ຄະນະບໍລິຫານງານພັກກະຊວງ ສະຫາຍເລຂາໜ່ວຍພັກ ແຂກຖືກເຊີນ ແລະ ບັນດາສະຫາຍນັກສຳມະກອນເຂົ້າຮ່ວມ.

    ສະຫາຍນາງ ສຸພາລັກ ສີລາເພັດ ຫົວໜ້າຫ້ອງການອົງຄະນະພັກ ແລະ ອົງການຈັດຕັ້ງມະຫາຊົນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂຶ້ນຜ່ານບົດສະຫຼຸບ ໃຫ້ຮູ້ວ່າ: ຜູ້ເຂົ້າຮ່ວມການເຝິກອົບຮົມຄັ້ງນີ້ ມີທັງໝົດ 72 ສະຫາຍ ຍິງ 24 ສະຫາຍ ໃນນີ້້ ມີຮອງເລຂາໜ່ວຍພັກ 6 ສະຫາຍ ຍິງ 2 ສະຫາຍ ຄະນະໜ່ວຍພັກ 12 ສະຫາຍ ຍິງ 4 ສະຫາຍ ສະມາຊິກພັກສົມບູນ 51 ສະຫາຍ ຍິງ 21 ສະຫາຍ ສະມາຊິກພັກສຳຮອງ 3 ສະຫາຍ ຍິງ 1 ສະຫາຍ.

    ຈຸດປະສົງ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໃນໄລຍະໃໝ່ ເຊື່ອມຊືມບັນດາເອກະສານທິດສະດີມາກ-ເລນິນ ຄວາມຈຳເປັນໃນການປ່ຽນແປງແບບແຜນການນຳພາຂອງພັກ ແມ່ນຄວາມຕ້ອງການອັນຈຳເປັນພາວະວິໄສ ແນໃສ່ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ ໃນໄລຍະໃໝ່ນີ້ ພັກເຮົາຍິ່ງສືບຕໍ່ຢືດໝັ້ນ ແລະ ເສີມຂະຫຍາຍແບບແຜນນຳພາທີ່ເປັນມູນເຊື້ອອັນດີງາມຂອງພັກ ແລະ ເປີດກວ້າງການພົວພັນກັບສາກົນ ໄປພ້ອມກັບການເພີ່ມທະວີແບບແຜນການນຳພາທີ່ມີວິທະຍາສາດ ແທດເໝາະກັບຕົວຈິງ  ແລະ ປະຊາທິປະໄຕ.  ​

    ເນື້ອໃນຫຼັກສູດເອກະສານເຝິກອົບຮົມ: ລວມ 7 ຫົວບົດ ຄື:

  1. ພາວະການເປັນຜູ້ນຳ
  2. ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ
  3. ການຕີລາຄາຄຸນນະພາບແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ
  4. ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່
  5. ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ
  6. ການອອກບັດ-ມອບບັດ ສະມາຊິກພັກສົມບູນ
  7. 7 ເນື້ອໃນພື້ນຖານກ່ຽວກັບວຽກງານປ້ອງກັນພັກ-ພະນັກງານ.

    ຊຸດ​ເຝິກກ​ອົບຮົມ​ຄັ້ງ​ນີ້ ​ໄດ້​ເຊື່ອມຊຶມ ຮັບ​ຟັງ​ການສະເໜີເອກະສານ ຈາກວິທະຍາກອນຄະນະຈັດຕັ້ງສູນກາງພັກ ແລະ ໄດ້ສົນທະນາແລກປ່ຽນຄຳຄິດຄຳເຫັນຂອງບັນດາສະຫາຍນັກສຳມະນາກອນຢ່າງກົງ​ໄປ​ກົງ​ມາ ສັງເກດລວມ ຄວາມຮັບຮູ້ ແລະ ເຂົ້າໃຈ ໃນບົດຮຽນປະເມີນໄດ້ 95 %.

    ບົດຮຽນທີ່ໄດ້ຮຽນໃນຊຸດນີ້ ມີຄຸນປະໂຫຍດຫຼາຍຕໍ່ກັບພະນັກງານຫຼັກແຫຼ່ງ ກຳແໜ້ນບັນດານິຕິກຳກົດໝາຍຂອງລັດ ບັນດານິຕິກຳຄຳແນະນຳກ່ຽວກັບວຽກງງານກໍ່ສ້າງພັກ-ພະນັກງານ ເພື່ອຫັນເອົາທິດສະດີດເຂົ້າໃນແຜນວຽກລະອຽດໃຫ້ປkກົດຜົນເປັນຈິງ ​ແລະ ປະສານ​ງານ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ໃຫ້​ເຂັ້ມ​ແຂງ.

error: Content is protected !!