ໃຫ້ຄວາມຮູ້ ທັກສະ ຕອບໂຕ້ສະຖານະການສຸກເສີນ

    ວັນທີ 12 ພະຈິກ 2022 ຝ່າຍພັດທະນາສັງຄົມ ແລະ ຝ່າຍຄວາມປອດໄພ ສຸຂະພາບອະນາໄມສິ່ງແວດລ້ອມ ແລະ ຄຸນນະພາບ ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ຮ່ວມກັບເມືອງຫົງສາ ຈັດເຝິກຊ້ອມຈໍາລອງຮັບມືເຫດການສຸກເສີນ ຈາກເຫດການໄຟໄໝ້ ແລະ ນໍ້າຖ້ວມທີ່ຢູ່ອາໄສ ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ຂັ້ນບ້ານ ທີ່ຜາມໄຊບ່ອນຊ່ວງເຮືອ ບ້ານສີບຸນເຮືອງ ເມືອງຫົງສາ ແຂວງໄຊຍະບູລີ ເພື່ອໃຫ້ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ມີຄວາມຮູ້ ທັກສະ ແລະ ຄວາມສາມາດຫຼາຍຂຶ້ນ ມີສະຕິໃນການຮັບມື ເພື່ອຕອບໂຕ້ສະຖານະການສຸກເສີນ ແລະ ຊ່ວຍເຫຼືອກັນໃຫ້ທັນເມື່ອເກີດເຫດ ໂດຍມີການສາທິດຂອງເຈົ້າໜ້າທີ່ ຫຼື ຜູ້ຊ່ຽວຊານທີ່ມາຈາກພະແນກແຮງງານ ແລະ ສະຫວັດດີການ ແຂວງໄຊຍະບູລີ ຫ້ອງການແຮງງານ ແລະ ສະຫວັດດີການເມືອງຫົງສາ ແລະ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຕາມລໍາດັບຂັ້ນຕອນ ຖ້າຫາກວ່າເກີດເຫດຂຶ້ນຈິງ.

    ໂດຍການເປັນປະທານຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ມີທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງຫົງສາ ທ່ານນາງ ສຸລານີ ພູສຸວັນ ຮອງຜູ້ອໍານວຍການຝ່າຍພັດທະນາສັງຄົມ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍຄະນະຕົວແທນຈາກ 10 ເມືອງ ແລະ ປະຊາຊົນທົ່ວໄປເຂົ້າຮ່ວມ.

    ການເຝິກຊ້ອມແຜນໃນຄັ້ງນີ້ ເປັນຄັ້ງທີ 4 ທີ່ໄດ້ຮ່ວມເຝິກຊ້ອມແຜນສຸກເສີນກັບທາງເມືອງຫົງສາ ໂດຍການເຝິກຄັ້ງທໍາອິດ ເປັນການເຝິກຈໍາລອງຮັບມືກັບເຫດການໄຟຟ້າໄໝ້ທີ່ບ້ານຫານ ໃນເດືອນມິຖຸນາ 2019 ຄັ້ງທີ 2 ຊ້ອມແຜນຮັບມືເຫດການນໍ້າປ່າໄຫຼຖ້ວມເຮືອນປະຊາຊົນທີ່ບ້ານສີບຸນເຮືອງ ໃນເດືອນສິງຫາ 2020 ແລະ ຄັ້ງທີ 3 ເປັນການເຝິກຊ້ອມແຜນຮັບມືເຫດການແຜ່ນດິນໄຫວ ທີ່ສະໝາມບິນເມືອງຫົງສາ ບ້ານຈອມແຈ້ງ ໃນເດືອນມີນາ 2021.

    ການເຝິກຊ້ອມແຜນໃນຄັ້ງນີ້ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ໃຫ້ການສະໜັບສະໜຸນເງິນງົບປະມານໃນການຈັດງານ 84.720.000 ກີບ.

# ພາບ – ຂ່າວ : ໄຟຟ້າຫົງສາ

error: Content is protected !!