ຊຽງຂວາງມີຄວາມພ້ອມທຸກດ້ານ ໃນການເປັນເຈົ້າພາບຈັດງານກີລາແຫ່ງຊາດ

     ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ທີ່ຈະຈັດຂຶ້ນໃນວັນທີ 13-22 ທັນວາ 2022 ເຊິ່ງແຂວງຊຽງຂວາງໃນນາມເປັນເຈົ້າພາບ ໄດ້ມີຄວາມພ້ອມໃນທຸກໆດ້ານ ໂດຍສະເພາະ ດ້ານບຸຄະລາກອນ ນັກກີລາ ສະຖານທີ່ີພັກເຊົາ ສະບຽງອາຫານ ສະໜາມແຂ່ງຂັນກີລາທຸກປະເພດ ແລະ ອື່ນໆ ເວົ້າລວມແລ້ວ ມາຮອດປັດຈຸບັນ ແຂວງຊຽງຂວາງໄດ້ມີຄວາມພ້ອມ 100% ເພື່ອເປັນເຈົ້າພາບ.

    ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ລາຍງານໃຫ້ຮູ້ໃນວັນທີ 11 ພະຈິກ 2022 ຜ່ານມານີ້ວ່າ: ມາຮອດປັດຈຸບັນ ແຂວງຊຽງຂວາງໄດ້ມີຄວາມພ້ອມໃນທຸກດ້ານ ໃນການເປັນເຈົ້າພາບຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ເປັນຕົ້ນ ສະໜາມຮັບໃຊ້ການແຂ່ງຂັນກີລາແມ່ນມີຄວາມພ້ອມຈັດການແຂ່ງຂັນ 100% ເຊິ່ງມີທັງໝົດ 5 ຈຸດຄື: ສະໜາມທົ່ງໄຫຫີນ (ເປັນສະໜາມໄຂ-ປິດ ການແຂ່ງຂັນ) ສະໜາມໄຊຊະນະ(ບ້ານໂພນມີໄຊ) ສະໜາມວິທະຍາໄລຄູຄັງໄຂ ສະໜາມຮົ່ມສວນມອນ (ບ້ານໂງຍ) ແລະ ສະໜາມຍິງປືນ ໂຮງຮຽນນາຍສິບ ປກສ ແຂວງ ພ້ອມນັ້ນ ແຂວງຍັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃນການຫ້າງຫາກະກຽມ ດ້ານສະບຽງອາຫານ ສະຖານທີ່ພັກເຊົາຂອງບັນດາການນຳຂັ້ນສູງທັງພາຍໃນ ແລະ ຕ່າງປະເທດ ທີ່ພັກຄະນະນໍານັກກີລາແຕ່ລະພາກສ່ວນ ທີ່ພັກຄູເຝິກ ນັກກີລາ ນອກນັ້ນ ຍັງມີບ້ານພັກ ແລະ ໂຮງແຮມໄວ້ຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດໄດ້ຢ່າງພຽງພໍ ສຳລັບວຽກງານປ້ອງກັນຄວາມສະຫງົບ ໄດ້ນຳກຳລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບລົງຮາກຖານທ້ອງຖິ່ນບ້ານ ກຸ່ມບ້ານ ຈັດສັນເວນຍາມຕາມເສັ້ນທາງເຂົ້າ-ອອກແຂວງຊຽງຂວາງທຸກທິດທາງ ພ້ອມບັນດາຈຸດແຂ່ງຂັນ ແລະ ທີ່ພັກນັກກີລາແຕ່ລະແຫ່ງ ໄດ້ມອບໝາຍໃຫ້ບັນດາເມືອງທົ່ວແຂວງ ແລະ ປກສ ປກຊ ບ້ານ ຈັດຕັ້ງເວນຍາມຮັກສາຄວາມສະຫງົບ ຄວາມປອດໄພຮອບດ້ານຢູ່ຕາມສາຍທາງຕ່າງໆ.

    ທ່ານ ສີວິໄລ ແສງຈະເລີນ ໃຫ້ຮູ້ອີກວ່າ: ງານມະຫະກຳກິລາແຫ່ງຊາດໃນຄັ້ງນີ້ ແຂວງຊຽງຂວາງໄດ້ສົ່ງນັກກີລາ 25 ປະເພດເຂົ້າຮ່ວມ ປັດຈຸບັນ ທຸກປະເພດກີລາແມ່ນໄດ້ເຂົ້າສູນເຝິກຊ້ອມ ເລີ່ມແຕ່ເດືອນກັນຍາເປັນຕົ້ນມາ ເຫັນວ່າທັບນັກກີລາແມ່ນມີຄວາມພ້ອມ 100% ໃນນີ້ ມີຄະນະນໍາ ຄູເຝິກ ແລະ ນັກກີລາເຂົ້າຮ່ວມທັງໝົດ 576 ຄົນ ຍິງ 209 ຄົນ ແລະ ຄູເຝິກ 63 ຄົນ ສະນັ້ນ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນພາຍໃນແຂວງ ຮ່ວມກັນເປັນເຈົ້າພາບທີ່ດີ ເພື່ອຕ້ອນຮັບແຂກທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາ ພ້ອມທັງເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມງານມະຫະກຳກີລາແຫ່ງຊາດໃນຄັ້ງນີ້ດ້ວຍຄວາມມ່ວນຊື່ນ ນອກຈາກງານມະຫະກຳກີລາແຫ່ງຊາດແລ້ວ ແຂວງຊຽງຂວາງຍັງຈະມີງານສົມໂພດພະເຈົ້າອົງຫຼວງ ງານສະເຫຼີມສະຫຼອງ ໄຫຫີນເປັນມໍລະດົກໂລກ ງານບຸນກິນຈຽງ ຂອງຊົນເຜົ່າມົ້ງ ແລະ ອື່ນໆ.

error: Content is protected !!