ວັນທີ 15 ມິຖຸນາ 2020 ທີ່ຫ້ອງການບໍລິສັດ ອາລຸນຂົນສົ່ງດ່ວນ ບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ພິທີເຊັນສັນຍາລະຫວ່າງບໍລິສັດ ຮຸ່ງອາລຸນຂົນສົ່ງດ່ວນ ແລະ ບໍລິສັດ ຫຼັກຊັບລາວ-ຈີນ ຈຳກັດ ເພື່ອກຽມຄວາມພ້ອມກ່ອນການອອກຈຳໜ່າຍຮຸ້ນ IPO ໂດຍການລົງນາມຂອງທ່ານ ສີສະຫວັນ ມ່າຍົງເຊີນ ປະທານບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ແລະ ທ່ານ ສຸດທິເດດ ບຸນລືໄຊ ຮອງອຳນວຍການ ບໍລິສັດ ຫຼັກຊັບລາວ-ຈີນ ຈຳກັດ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ສ້າງຕັ້ງຂຶ້ນໃນຕົ້ນປີ 2019 ໂດຍມີຈຸດປະສົງເພື່ອບໍລິການຂົນສົ່ງເຄື່ອງຈຳໜ່າຍຂອງຫົວໜ່ວຍທຸລະກິດ ບຸກຄົນ ພໍ່ຄ້າຊາວ-ຂາຍ ໃຫ້ໄປເຖິງລູກຄ້າທັງພາຍໃນທົ່ວປະເທດ ແນໃສ່ຄວາມສະດວກສະບາຍ ມີລາຄາເລີ່ມຕົ້ນແຕ່ 12 ພັນກີບຂຶ້ນໄປ ຫຼືລາຄາຂຶ້ນກັບຂະໜາດ ແລະ ນ້ຳໜັກຂອງສິນຄ້າ ປັດຈຸບັນ ບໍລິສັດ ຮຸ່ງອາລຸນ ມີຈຸດບໍລິການຮັບຝາກເຄື່ອງທັງໝົດ 43 ສາຂາ ໃນນີ້ ສະເພາະນະຄອນຫຼວງວຽງຈັນ ມີ 23 ສາຂາ.

ໃນວັນດຽວກັນ ທ່ານ ສີສະຫວັນ ມ່າຍົງເຊີນ ປະທານບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ກໍໄດ້ລົງນາມເຊັນສັນຍາໃຫ້ການສະໜັບສະໜູນສະໂມສອນ ລາວອໍສະຕາຣ໌ ໂດຍຕາງໜ້າລົງນາມຂອງທ່ານ ດາວສະຫວັດ ເມກສະຫວັນ ຮອງປະທານສະໂມສອນ ລາວອໍສະຕາຣ໌ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ການລົງນາມຄັ້ງນີ້ ເປັນການສືບຕໍ່ໃຫ້ການສະໜັບສະໜູນສະໂມສອນ ລາວອໍສະຕາຣ໌ ໃນການເຄື່ອນໄຫວກິດຈະກຳພາຍໃນສະໂມສອນ ແລະ ກິດຈະກຳຕ່າງໆ ເພື່ອຊ່ວຍເຫຼືອສັງຄົມ.

# ຂ່າວ & ພາບ: ຂັນທະວີ