ໃນວັນທີ 8-12 ມິຖຸນາ 2020 ທີ່ສຳນັກງານສູນກາງພັກ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X ພາຍໃຕ້ການເປັນປະທານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ.

ກອງປະຊຸມສູນກາງຄັ້ງນີ້ ໄດ້ລົງເລິກປຶກສາຫາລື ແລະ ປະກອບຄຳເຫັນຕໍ່ເອກະສານສຳຄັນຂອງຊາດ ແລະ ບັນດາເນື້ອໃນທີ່ເປັນບັນຫາຍຸດທະສາດຂອງພັກ ຂອງຊາດ ທີ່ຈະນຳເຂົ້າຮັບຮອງຢູ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃນຕໍ່ໜ້າ ດັ່ງນີ້:
1. ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຄັ້ງທີ 7, 8, 9 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ຕິດພັນກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ງົບປະມານ ເງິນຕາປະຈຳໄຕມາດທີ I ປີ 2020. ກອງປະຊຸມໄດ້ສຸມໃສ່ຕີລາຄາຄືນຜົນສຳເລັດ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7, 8, 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໃນຊຸມປີຜ່ານມາ ພ້ອມດຽວກັນນັ້ນ ກອງປະຊຸມໄດ້ເປັນເອກະພາບຕໍ່ບັນດາມາດຕະການກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ-ສັງຄົມ ໂດຍສະເພາະຄວາມພະຍາຍາມປັບປຸງສະພາບແວດລ້ອມຂອງການລົງທຶນ ກໍ່ຄືການເຄື່ອນໄຫວທຸລະກິດ ແລະ ການບໍລິການ ການແບ່ງຂັ້ນຄຸ້ມຄອງ ການແບ່ງສິດຄວາມຮັບຜິດຊອບ ແລະ ການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ການແກ້ໄຂໜີ້ສິນ ການປັບປຸງໂຄງສ້າງຂອງລັດວິສາຫະກິດຈຳນວນໜຶ່ງ ລວມທັງການແກ້ໄຂການຮົ່ວໄຫລຂອງງົບປະມານ ການປະຕິບັດລາຍຈ່າຍບໍລິຫານ ກໍຄືການລົງທຶນຂອງລັດຢ່າງມີຈຸດສຸມ ແນໃສ່ສ້າງການຫັນປ່ຽນທີ່ແທ້ຈິງໃນຊຸມປີຕໍ່ໜ້ານີ້.

2. ຮ່າງລາຍງານການເມືອງ ກອງປະຊູມໃຫຍ່ ຄັ້ງທີ XI ຂອງພັກ ກອງປະຊຸມໄດ້ປະກອບຄວາມເຫັນຢ່າງກົງໄປກົງມາ ແລະ ລົງເລິກເນັ້ນໜັກໃສ່ບັນຫາທີ່ເປັນທັດສະນະພື້ນຖານ ເປັນຫຼັກການນຳພາຂອງພັກ ກໍຄືເດັດດ່ຽວຍຶດໝັ້ນອຸດົມການສັງຄົມນິຍົມຂອງພັກ ແລະ ລັກສະນະນຳໜ້າຂອງພັກ ການສ້າງຄວາມສາມັກຄີພາຍໃນພັກ ແລະ ສ້າງຄວາມສາມັກຄີຂອງທົ່ວປວງຊົນລາວທັງຊາດ ແລະ ບັນຫາອື່ນໆ ທີ່ພົວພັນເຖິງການສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ການປັບປຸງຍົກລະດັບ ສ້າງຄວາມຢູ່ດີກິນດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ ການສ້າງຄວາມສະເໝີພາບ ແລະ ຄວາມຍຸຕິທຳໃນສັງຄົມ.
3. ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າປຶກສາຫາລື ແລະ ຊອກໃຫ້ເຫັນໝົດທ່າແຮງບົ່ມຊ້ອນຂອງຊາດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ແກ້ໄຂຄວາມຫຍຸ້ງຍາກຂອງເສດຖະກິດ-ການເງິນ ເພື່ອສ້າງບາດກ້າວບຸກທະລຸທີ່ໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ ໃນຊຸມປີຕໍ່ໜ້າ ຕາມທິດຮັບປະກັນຄຸນນະພາບ ມີຈຸດສຸມ ຍືນຍົງ ແລະ ສີຂຽວ. ໃນນັ້ນໄດ້ວາງຄາດໝາຍໃຫຍ່ ການສ້າງປະຖົມປັດໄຈໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຮອດປີ 2025 ຕ້ອງໃຫ້ສຳເລັດໂດຍພື້ນຖານ ສູ້ຊົນບຸກບືນຢ່າງແຂງແຮງ ເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ມີດ້ານຫັນປ່ຽນ ໃນການພັດທະນາ ມີຄວາມໝັ້ນທ່ຽງ ແລະ ຍືນຍົງ.
4. ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ ປຶກສາຫາລື ຕໍ່ການປັບປຸງຮ່າງກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ X ເພື່ອປັບປຸງ-ດັດແປງ ໃຫ້ສອດຄ່ອງກັບສະພາບການໃນໄລຍະໃໝ່ ແນໃສ່ເຮັດໃຫ້ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຄົບຖ້ວນ ຊັດເຈນ ຮັດກຸມ ແລະ ສົມບູນຍິ່ງຂຶ້ນ ເພື່ອເຮັດໃຫ້ພັກມີຄວາມປອດໄສ-ເຂັ້ມແຂງ ແລະ ໜັກແໜ້ນ.
ນອກຈາກນີ້ ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການປັບປຸງກົງຈັກບໍລິຫານລັດ ໃຫ້ມີຄວາມເໝາະສົມ ສອດຄ່ອງ ແລະ ສາມາດປະຕິບັດພາລະບົດບາດໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ເຮັດໃຫ້ແນວທາງປ່ຽນແປງໃໝ່ຂອງພັກ ກໍຄືການພັດທະນາ ເສດຖະກິດ-ສັງຄົມ ແຕ່ລະໄລຍະໄດ້ມີບາດກ້າວຂະຫຍາຍຕົວດ້ວຍຈັງວະທີ່ຕໍ່ເນື່ອງ.
ໂອກາດດຽວກັນນີ້ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຍັງໄດ້ເນັ້ນໜັກໃຫ້ທົ່ວພັກ ທົ່ວປວງຊົນ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃຫ້ເປັນປຶກແຜ່ນ ພ້ອມກັນສືບຕໍ່ສ້າງຂະບວນການຮອບດ້ານໃຫ້ແຂງແຮງ ເພື່ອສ້າງຜົນງານຄຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ວັນສ້າງຕັ້ງ ສປປ ລາວ ຄົບຮອບ 45 ປີ (1975-2020) ຢ່າງເປັນຂະບວນພົດຟື້ນ ແລະ ມີຜົນສຳເລັດເປັນຮູບປະທຳ.