ສະເຫຼີມສະຫຼອງວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ

    ວັນທີ 11 ພະຈິກ 2022 ຢູ່ທີ່ທົ່ງນາ ບ້ານນາສ້ານ ເມືອງຫົງສາ ແຂວງໄຊຍະບູລີ ຈັດພິທີສະເຫຼີມສະຫຼອງ 3 ວັນປະຫວັດສາດຄື: ວັນຊົນລະປະທານແຫ່ງຊາດ ວັນທີ 3 ພະຈິກ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ ວັນທີ 11 ພະຈິກ ແລະ ວັນເປີດຂະບວນການຜະລິດລະດູແລ້ງ ວັນທີ 15 ພະຈິກ ໂດຍເປັນປະທານຂອງທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກວດກາພັກ ຫົວໜ້າອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນເມືອງ ມີການນໍາຂອງເມືອງ ຫົວໜ້າຫ້ອງການ ນາຍບ້ານ ແລະ ເຈົ້າຂອງສັດລຽ້ງທັງ 3 ບ້ານຄື: ບ້ານນາສ້ານ ວຽງແກ້ວ ແລະ ບ້ານຈໍາປາ ເຂົ້າຮ່ວມ.

    ທ່ານ ພູວົງ ກອງຊັບ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ໄດ້ກ່າວຈຸດປະສົງການສະເຫຼີມສະຫຼອງ 3 ວັນ ດັ່ງກ່າວນັ້ນ ພ້ອມນັ້ນ ທ່ານ ແຫຼ້ ອ່ອນສົມບູນ ໄດ້ຫວນຄືນ 3 ວັນດັ່ງກ່າວ ເຊິ່ງບາງຕອນ ທ່ານໄດ້ກ່າວວ່າ: ເພື່ອເປັນການປຸກລະດົມຂະບວນການຜະລິດທາງດ້ານກະສິກຳໃຫ້ກວ້າງຂວາງ ແລະ ລົງເລິກເຖິງຮາກຖານການຜະລິດ ໃຫ້ໄປຕາມແນວທາງນະໂຍບາຍຂອງພັກ-ລັດ ເພື່ອຕອບສະໜອງ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຜະລິດຂອງຊາວກະສິກອນ ທາງພາກລັດ ເອົາໃຈໃສ່ລົງທຶນເຂົ້າໃນການກໍ່ສ້າງຊົນລະປະ ທານໃຫ້ກວ້າງຂວາງ.

    ທົ່ວເມືອງຫົງສາ ມີຊົນລະປະທານທັງໝົດ 112 ແຫ່ງ ໃນນີ້ ຖາວອນ 24 ແຫ່ງ ແລະ ປະຖົມປະຖານ 88 ແຫ່ງ ສາມາດສະໜອງນໍ້າເຂົ້າເນື້ອທີ່ນາໃນລະດູຝົນໄດ້ 1.430,19 ເຮັກຕາ ແລະ ລະດູແລ້ງໄດ້ພຽງແຕ່ 680 ເຮັກຕາ ມາຮອດປັດຈຸບັນ ມີກຸ່ມຜູ້ຊົມໃຊ້ນໍ້າທັງໝົດ 14 ກຸ່ມ ມອບໂອນແລ້ວ 14 ກຸ່ມ ສະເພາະສົກປີ 2022-2023 ເມືອງຫົງສາ ຍັງໄດ້ວາງແຜນການສູ້ຊົນຜະລິດພືດລະດູແລ້ງໃຫ້ໄດ້ທັງໝົດ 935  ເຮັກຕາ ໃນນີ້ ນາແຊງໃຫ້ໄດ້ 20 ເຮັກຕາ ມີສັດລ້ຽງ​ທັງໝົດ 376.152 ​ໂຕ ​​ມີ​ຊ້າງ 13 ​ໂຕ ຄວາຍ 2.874 ​ໂຕ ງົວ 13.775 ​ໂຕ ​ແບ້ 3.916 ​ໂຕ ໝູ 15.356 ​ໂຕ ​ແລະ ສັດ​ປີກ 338.386 ​ໂຕ ​ຜ່ານ​ມາ ​​ໄດ້​ຮັບ​ການ​ສັກ​ຢາວັກ​ຊີ​ນ​ແລ້ວ​ 40.092 ​ໂຕ ​ເທົ່າ​ກັບ 11,7 % ຂອງ​ສັດ​ທັງໝົດ.

error: Content is protected !!