ນຳເອົາຄຸນນະພາບຂອງສະຕາບັກຊ໌ ມາມອບໃຫ້ຜູ້ບໍລິໂພກໃນລາວ

    ສະຕາບັກຊ໌ ຖືເປັນຍີ່ຫໍ້ອັນດັບຕົ້ນໆຂອງໂລກ ທີ່ຜູ້ບໍລິໂພກກາເຟໃນຄວາມນິຍົມ ໃນວັນທີ 3 ພະຈິກ 2022 ສະຕາບັກຊ໌ໄດ້ມາດຳເນີນການໄຂສາຂາທຳອິດຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ສປປ ລາວ ຢ່າງເປັນທາງການ ເຊິ່ງ ສປປ ລາວ ຖືເປັນປະເທດທີ 15 ໃນພາກພື້ນອາຊີປາຊີຟິກ ແລະ ເປັນປະເທດທີ 84 ຂອງໂລກ ທີ່ສະຕາບັກຊ໌ໄດ້ມາໄຂສາຂາດຳເນີນທຸລະກິດຢູ່ ສປປ ລາວ ເພື່ອເພີ່ມທາງເລືອກໃນການດື່ມກາເຟໃຫ້ລູກຄ້າຢູ່ ສປປ ລາວ ແລະ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາ ແລະ ຊຸກຍູ້ການຂະຫຍາຍຕົວຂອງອຸດສາຫະກຳກາເຟໃຫ້ມີຄວາມຟົດຟື້ນເພີ່ມຂຶ້ນ.

    ທ່ານ Por Lim ຜູ້ຈັດການທົ່ວໄປຂອງສະຕາບັກຊ໌ປະຈຳປະເທດລາວ ແລະ ກຳປູເຈຍ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ສະຕາບັກຊ໌ ມີຄວາມດີໃຈທີ່ສຸດທີ່ໄດ້ເຂົ້າມາໄຂສາຂາທໍາອິດຢູ່ ສປປ ລາວ ແລະ ຮ່ວມມີບົດບາດໃນຕະຫຼາດກາເຟລາວ ເຊິ່ງສະຕາບັກຊ໌ແມ່ນໄດ້ນຳເອົາເອກະລັກ ປະສົບການ ແລະ ຄຸນນະພາບທີ່ສະຕາບັກຊ໌ມີມາແຕ່ຍາວນານ ນຳມາມອບໃຫ້ລູກຄ້າຢູ່ ສປປ ລາວໄດ້ສຳຜັດຄຸນນະພາບຂອງກາເຟ ພ້ອມກັບສູດສະເພາະທີ່ເປັນເອກະລັກ ແລະ ພະນັກງານທີ່ມີປະສົບການໃນການຊົງກາເຟເຊິ່ງເປັນການເຊື່ອມຕໍ່ໃຫ້ລູກຄ້າໄດ້ບໍລິໂພກກາເຟ ກໍຄືເຄື່ອງດື່ມທີ່ມີຄຸນນະພາບຂອງສະຕາບັກຊ໌ເຊັ່ນ: ຊາ ເຄື່ອງດື່ມປັ່ນ ອາຫານ ແລະ ສິນຄ້າສໍາລັບລູກຄ້າ ຂອງພວກເຮົານຳອີກ ແລະ ພວກເຮົາຍັງໄດ້ສ້າງສັນສິນຄ້າຊຸດທີ່ມີລວດລາຍບອກເລົ່າເຖິງຕົວເມືອງຕ່າງໆ ເຊິ່ງໄດ້ຮັບແຮງບັນດານໃຈໃນການອອກແບບຈາກສິ່ງຂອງ ແລະ ສະຖານທີ່ສຳຄັນພາຍໃນປະເທດ ເພື່ອເປັນ ການນຳສະເໜີຄວາມເປັນເອກະລັກຂອງປະເທດລາວ ໂດຍໄດ້ຮ່ວມມືກັບສິລະປິນໃນທ້ອງຖິ່ນ ເພື່ອສ້າງສັນສິລະ ປະຕ່າງໆພາຍໃນຮ້ານ ແລະ ພວກເຮົາຍັງໄດ້ນໍາໃຊ້ວັດສະດຸພາຍໃນປະເທດເຂົ້າໃນການຕົບແຕ່ງເກືອບທັງໝົດ ເພື່ອສ້າງຮ້ານແຫ່ງນີ້ຂຶ້ນ ສະນັ້ນ ສິລະປະ ເຄື່ອງດື່ມ ອາຫານ ແລະ ທຸກສິ່ງທຸກຢ່າງພາຍໃນຮ້ານແຫ່ງນີ້ແມ່ນຖືກ ສ້າງຂຶ້ນມາເພື່ອລູກຄ້າພາຍໃນ ສປປ ລາວ ລວມເຖິງນັກທ່ອງທ່ຽວ ໄດ້ມາຢ້ຽມຢາມ ແລະ ຮ່ວມແບ່ງປັນ ຄວາມສວຍສົດງົດງາມຂອງປະເທດລາວ ຄຽງຄູ່ກັນນັ້ນ ຍັງເນັ້ນໃຫ້ບໍລິການທີ່ມີຄຸນນະພາບມາສູ່ລູກຄ້າທີ່ມາໃຊ້ບໍລິການ ທີ່ສຳຄັນ ສະຕາບັກຊ໌ຍັງເປີດໂອກາດໃຫ້ລູກຄ້າສາມາດປັບແຕ່ງເຄື່ອງດື່ມຕາມຄວາມມັກຂອງລູກຄ້າໄດ້ເອງ ເຊິ່ງເປັນສິ່ງໜຶ່ງທີ່ເຮັດໃຫ້ສະຕາບັກຊ໌ແຕກຕ່າງຈາກຮ້ານກາເຟອື່ນໆ ນັ້ນກໍເພື່ອສ້າງຄວາມເພິ່ງພໍໃຈໃຫ້ກັບລູກຄ້າ ນອກນັ້ນ ເພື່ອສ້າງຄວາມສຳພັນທີ່ດີລະຫວ່າງລູກຄ້າ ແລະ ພະນັກງານພວກເຮົາຈະຖາມຊື່ຂອງລູກຄ້າເພື່ອຂຽນໃສ່ຈອກທຸກຄັ້ງທີ່ທ່ານມາຢ້ຽມຢາມຮ້ານ ເພື່ອໃຫ້ຮູ້ສຶກວ່າເຄື່ງດື່ມຈອກນັ້ນຖືກເຮັດມາເພື່ອລູກຄ້າໂດຍສະເພາະ.

    ນອກຈາກນີ້ ສະຕາບັກຊ໌ຍັງຈະມີເມນູໃໝ່ເຂົ້າມາເລື້ອຍໆ ໂດຍສະເພາະເມນູຕາມລະດູການ ແລະ ງານເທສະການຕ່າງໆ ເຊິ່ງຈະເຮັດໃຫ້ລູກຄ້າສາມາດມ່ວນຊື່ນເພີດເພີນກັບເຄື່ອງດື່ມຂອງພວກເຮົາ ພ້ອມນັ້ນທາງຮ້ານເຮົາຍັງມີເຄື່ອງດື່ມຫຼາຍຊະນິດ ຫຼາຍຂະໜາດໃຫ້ບໍລິການດ້ວຍລາຄາທີ່ແຕກຕ່າງກັນ ນັ້ນກໍເພື່ອເພີ່ມທາງເລືອກໃຫ້ກັບລູກຄ້າ ນອກຈາກນຳເອົາຄຸນນະພາບຂອງສະຕາບັກຊ໌ມາມອບໃຫ້ຜູ້ບໍລິໂພກໃນລາວແລ້ວ ສະຕາບັກຊ໌ເຮົາຍັງໄດ້ປະກອບສ່ວນກັບຊຸມຊົນທ້ອງຖິ່ນ ໂດຍທາງຮ້ານໄດ້ສ້າງວຽກເຮັດງານທຳໃຫ້ຄົນທ້ອງຖິ່ນ ປັດຈຸບັນຮ້ານຂອງພວກເຮົາໄດ້ມີພະນັກງານເປັນຄົນລາວເຖິງ 21 ຄົນ ໂດຍຈະເປີດໂອກາດໃຫ້ພະນັກງານໄປຮ່ວມເຝິກອົບຮົມເພື່ອສ້າງຄວາມຊຳນານໃນສາຍອາຊີບ.

    ທ່ານ Por Lim ໄດ້ກ່າວຕື່ມວ່າ: ໃນອະນາຄົດ ພວກເຮົາຈະມີໂອກາດໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບ ທີມງານໃນທ້ອງຖິ່ນ ເພື່ອສຶກສາເພີ່ມເຕີມກ່ຽວກັບຕະຫຼາດກາເຟ ແລະ ກາເຟໃນປະເທດລາວ ແລະ ເນື່ອງຈາກ ສະຕາບັກຊ໌ ເຊິ່ງເປັນຍີ່ຫໍ້ລະດັບໂລກ ການເຂົ້າມາດຳເນີນທຸລະກິດໃນປະເທດລາວ ຍັງຈະເປັນການດຶງດູດ ຄວາມສົນໃຈຈາກນັກລົງທຶນໃນທົ່ວໂລກອີກດ້ວຍ ແລະ ໃນຕໍ່ໜ້າ ແມ່ນຈະສືບຕໍ່ຂະຫຍາຍທຸລະກິດໃນລາວ ກໍຄື ຂະຫຍາຍສາຂາໄປແຂວງອື່ນໆ.

error: Content is protected !!