ວັນທີ 4 ມິຖຸນາ 2020 ບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ໄດ້ມອບເງິນ 1 ແສນໂດລາສະຫະລັດ ຫຼືປະມານ 900 ລ້ານກີບ ໃຫ້ລັດຖະບານ ໃນນັ້ນ 50.000 ໂດລາ ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ 50.000 ໂດລາ ໃຫ້ກະຊວງສາທາລະນະສຸກ ເພື່ອສະໜັບສະໜູນວຽກງານແກ້ໄຂການລະບາດພະຍາດ COVID-19 ແລະ ຟື້ນຟູເສດຖະກິດຈາກຜົນກະທົບຂອງການລະບາດພະຍາດ COVID-19 ປັດຈຸບັນ ລາວເຮົາສາມາດຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວໃນປະເທດໄດ້ ແຕ່ແນວໃດກໍຕາມ ກໍຍັງໄດ້ຮັບຜົນກະທົບຈາກສະພາບເສດຖະກິດໂລກທີ່ຖົດຖອຍລົງ.

ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ ລຊມລ ກ່າວວ່າ: ໃນຂະນະທີ່ລາວເລີ່ມຜ່ອນຜັນມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ແລະ ເລີ່ມເປີດເສດຖະກິດຄືນເປັນກ້າວໆ ການປະກອບສ່ວນດ້ານການເງິນຂອງ ລຊມລ ແນໃສ່ສະໜັບສະໜູນວຽກງານຂອງຂະແໜງການລົງທຶນ ແລະ ສາທາລະນະສຸກ ໃນໄລຍະສຳຄັນນີ້ ເພື່ອຮັກສາປະຊາຊົນໃຫ້ແຂງແຮງ ແລະ ປອດໄພຈາກພະຍາດ COVID-19 ພ້ອມທັງອູ້ມຊູໃຫ້ຂະແໜງເອກະຊົນສືບຕໍ່ຜ່ານຜ່າ ແລະ ດຳເນີນງານໃນໄລຍະທີ່ມີການລະບາດ COVID-19 ໃນລາວ ກໍຄືໃນໂລກ.
ປັດຈຸບັນ ລຊມລ ໄດ້ສະໜັບສະໜູນທັງເງິນ ແລະ ອຸປະກອນ ເປັນມູນຄ່າລວມ 170.000 ໂດລາ ຫຼືປະມານ 1,45 ຕື້ກີບໃຫ້ເມືອງວິລະບູລິ ເຊິ່ງເປັນທີ່ຕັ້ງຂອງໂຄງການຂຸດຄົ້ນ-ຜະລິດຄຳ-ທອງເຊໂປນ ໃຫ້ແຂວງສະຫວັນນະເຂດ ແລະ ສປປ ລາວ.

ເດືອນເມສາ ແລະ ພຶດສະພາຜ່ານມາ ລຊມລ ໄດ້ຮີບເລັ່ງໃຫ້ການສະໜັບສະໜູນເບື້ອງຕົ້ນໃຫ້ເມືອງວິລະບູລີ ແລະ ແຂວງສະຫວັນນະເຂດ ໂດຍສະໜອງເຄື່ອງມື ແລະ ອຸປະກອນການແພດ ລວມມີ ຜ້າອັດປາກ ເຄື່ອງກວດອຸນຫະພູມຮ່າງກາຍ ນ້ຳຢາລ້າງມື ເຄື່ອງພົ່ນຢາຂ້າເຊື້ອດ້ວຍໄຟຟ້າ ພ້ອມດ້ວຍນ້ຳຢາຂ້າເຊື້ອ ອຸປະກອນ ແລະ ເຄື່ອງມືການແພດເຫຼົ່ານີ້ ໄດ້ແຈກຢາຍໃຫ້ແກ່ພະນັກງານໃນແຖວໜ້າ ກໍຄືແພດໝໍ ແລະ ປະຊາຊົນເມືອງວິລະບູລີ ແລະ ແຂວງສະຫວັນນະເຂດ ເພື່ອໃຫ້ພາກສ່ວນກ່ຽວຂ້ອງມີຄວາມພ້ອມປ້ອງກັນ ແລະ ຮັບມືກັບຄວາມສ່ຽງຈາກການຕິດເຊື້ອພະຍາດ COVID-19.
ໃນເດືອນກຸມພາ 2020 ນັບເປັນເດືອນທີ 2 ຫຼັງຈາກທີ່ໄດ້ມີການລະບາດຂອງພະຍາດ COVID-19 ແຜ່ລາມຢ່າງວ່ອງໄວໃນທົ່ວ ສປ ຈີນ ແລະ ໃນຫຼາຍກວ່າ 20 ປະເທດໃນໂລກ ບໍລິສັດ ລຊມລ ໄດ້ມອບເງິນສົມທົບ 15.000 ໂດລາ ຫຼື ປະມານ 135 ລ້ານກີບ ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອປະກອບສ່ວນເຂົ້າໃສ່ທຶນທີ່ທາງສະມາຄົມມິດຕະພາບລາວ-ຈີນ ຮ່ວມກັບນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນເພື່ອລະດົມທຶນໄປຊ່ວຍເຫຼືອປະຊາຊົນຜູ້ປະສົບເຄາະຮ້າຍຈາກພະຍາດ COVID-19 ຢູ່ ສປ ຈີນ.
ໃນຂະນະທີ່ສະພາບການລະບາດຂອງພະຍາດ COVID-19 ໄດ້ມີການປ່ຽນແປງໃນແຕ່ລະວັນຢູ່ນັ້ນ ທາງບໍລິສັດກໍພ້ອມເຮັດວຽກຮ່ວມມືຢ່າງໃກ້ຊິດກັບລັດຖະບານ ເພື່ອຫາວິທີທາງສະໜັບສະໜູນ ແລະ ການຮ່ວມມືທີ່ເປັນຜົນທີ່ສຸດ ໃຫ້ແກ່ການຮັບມືຕ້ານກັບພະຍາດ COVID-19 ໃນປະເທດເຮົາ.
ບໍລິສັດ ລຊມລ ມີຄວາມມຸ່ງໝັ້ນໃນການປົກປ້ອງພະນັກງານ ຜູ້ຮັບເໝົາຂອງບໍລິສັດ ແລະ ຊຸມຊົນທ້ອງຖິ່ນໃຫ້ມີຄວາມປອດໄພ ແລະ ບໍ່ສ່ຽງຈາກການຕິດເຊື້ອພະຍາດ COVID-19.