ມອບ-ຮັບ ໂຄງການເຂົ້າເຖິງນໍ້າສະອາດໃຫ້ 3 ບ້ານຂອງເມືອງຫີນບູນ

    ພິທີມອບ-ຮັບໂຄງການເຂົ້າເຖິງນໍ້າສະອາດ ໃຫ້ບ້ານນາໂນ ບ້ານນາທານ ແລະ ບ້ານນາຫ້າງ ເມືອງຫີນບູນ ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2022 ທີ່ໂຮງຮຽນປະຖົມບ້ານນາຫ້າງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວ ອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ທ່ານ ຊັງຫຼຸຍ ຊາກໂລ ຫົວໜ້າໂຄງການສະມາຄົມພະລັງງານການຮ່ວມມືການພັດທະນາ (ECD) ປະເທດຝຣັ່ງ ມີທ່ານຫົວໜ້າຫ້ອງວ່າການແຂວງ ພະແນກຕ່າງປະເທດ ຮອງເຈົ້າເມືອງ ຄະນະຮັບຜິດຊອບໂຄງການທີ່ກ່ຽວຂ້ອງ ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ທັງ 3 ບ້ານເຂົ້າຮ່ວມ.

    ໂຄງການເຂົ້າເຖິງນໍ້າສະອາດດ້ວຍລະບົບນໍ້າປະປາຊຸມຊົນຂອງບ້ານນາໂນ ບ້ານນາທານ ແລະ ບ້ານນາຫ້າງ ເລີ່ມຈັດຕັ້ງການກໍ່ສ້າງແຕ່ຕົ້ນປີ 2020 ແລະ ສຳເລັດໃນກາງປີ 2022 ໃນມູນຄ່າ 160.000 ເອີໂຣ (ປະມານ 2,8 ຕື້ກີບ) ແລະ ທຶນສົມທົບຂອງປະຊາຊົນຈຳນວນ 23 ລ້ານກວ່າກີບ ພ້ອມດ້ວຍແຮງງານການກໍ່ສ້າງ ໂຄງການແມ່ນໄດ້ຮັບການສະໜັບສະໜູນທຶນໂດຍ ບໍລິສັດ ລີຢົງ ເມໂຕຼໂປນ ບໍລິສັດ ນໍ້າ ກຼັງ ລືຢົງ ບໍລິສັດ ນໍ້າດື່ມ ຫ້ອງການບ້ານ ບວກ ອັງແບຼດເສິ ກິດຈະກຳເພື່ອສັງຄົມຂອງອົງການດ້ານພະລັງງານ ອົງການນໍ້າ ພູພຽງ ເມືອງ ເກຼມີເອີ ແລະ ຈັດຕັ້ງປະຕິບັດໂດຍສະມາຄົມພະລັງງານການຮ່ວມມືການພັດທະນາ ປະເທດຝຣັ່ງ ເຊິ່ງແຕ່ລະບ້ານແມ່ນກໍ່ສ້າງອ່າງຊາໂຕໂດນໍ້າ ສູງ 10 ແມັດ ມີຫ້ອງການບໍລິຫານນໍ້າຢູ່ກ້ອງອ່າງໃຊ້ເປັນລະບົບນໍ້າປະປາຊຸມຊົນ ດ້ວຍໝໍ້ນັບນໍ້າ ຕິດຕັ້ງໃຫ້ແຕ່ລະຄອບຄົວໃຊ້ນໍ້າສ້າງດັ້ງເດີມ ດູດດ້ວຍລະບົບຈັກແບບອັດຕະໂນມັດ ຕິດຕັ້ງໝໍ້ນັບນໍ້າໃຫ້ແຕ່ລະເຮືອນ ວັດ ແລະ ໂຮງຮຽນ ລວມທັງໝົດມີ 246 ກົງເຕີ ໃນນີ້ ບ້ານນາໂນ 66 ກົງເຕີ ບ້ານ ນາທານ 122 ກົງເຕີ ບ້ານນາຫ້າງ 58 ກົງເຕີ ພ້ອມທັງໄດ້ເຝິກອົບຮົມວຽກງານໃຫ້ຄະນະບໍລິຫານນໍ້າຂອງບ້ານ ແລະ ປະກອບວັດຖຸອຸປະກອນສຳລັບການບໍລິຫານໃຫ້ບ້ານຄົບຊຸດ ພ້ອມນີ້ທາງໂຄງການກໍ່ໄດ້ສ້າງວິດຖ່າຍ ແລະ ອ່າງລ້າງມື ໃຫ້ໂຮງຮຽນມັດທະຍົມນາໂນຈຳນວນ 4 ຫ້ອງ ໂຮງຮຽນມູນລະປະຖົມ ບ້ານນາທານ 3 ຫ້ອງ ແລະ ໂຮງຮຽນມູນລະປະຖົມບ້ານນາຫ້າງ 3 ຫ້ອງ. ໂອກາດນີ້ ທ່ານ ແກ້ວອຸດອນ ບຸດສິງຂອນ ຍັງໄດ້ສະແດງຄວາມຂອບໃຈມາຍັງອົງການທີ່ໃຫ້ການຊ່ວຍເຫຼືອຄັ້ງນີ້ ແລະ ຫວັງວ່າໃນຕໍ່ໜ້າທາງໂຄງການຈະໃຫ້ການຊ່ວຍເຫຼືອປະຊາຊົນ ກໍຄືແຂວງຄຳມ່ວນຕື່ມອີກ ພ້ອມນັ້ນຍັງໄດ້ຮຽກຮ້ອງມາຍັງອຳນາດການປົກຄອງບ້ານ ປະຊາຊົນ ຈົ່ງພ້ອມກັນເອົາໃຈ ໃສ່ປົກປັກຮັກສາ ນຳໃຊ້ໃຫ້ມີຄວາມຍາວນານ ແລະ ເກີດປະໂຫຍດສູງສຸດ ໂຄງການນີ້ ແມ່ນເປັນໂຄງການທີ່ດີຫຼາຍ ໂດຍໄດ້ຕອບສະໜອງນໍ້າທັງພຽງພໍ ແລະ ມີຄຸນນະພາບ ທັງນີ້ ກໍເພື່ອແນໃສ່ປັບປຸງຊິວິດການເປັນຢູ່ຂອງປະຊາຊົນໃນຊຸມຊົນ ໄດ້ມີຊີວິດທີ່ດີຂຶ້ນ ຮັບປະກັນໃຫ້ປະຊາຊົນໄດ້ບໍລິໂພກນໍ້າທີ່ສະອາດ ຖືກຫຼັກອະນາໄມ ແລະ ໂອກາດຮ່ວມພິທີຄັ້ງນີ້ ທ່ານຮອງເຈົ້າແຂວງຄຳມ່ວນ ພ້ອມດ້ວຍແຂກທີ່ເຂົ້າຮ່ວມຍັງໄດ້ພ້ອມກັນຢ້ຽມຊົມອ່າງຊ່າໂຕໂດ້ນໍ້າບາດານ ຫ້ອງການບໍລິຫານນໍ້າ ແລະ ມອບເຄື່ອງຕອງນໍ້າດື່ມເຊຣາມິກຈຳນວນ 8 ໜ່ວຍ ໃຫ້ໂຮງຮຽນບ້ານນາໂນ ອີກດ້ວຍ..

error: Content is protected !!