ຮອງລັດຖະມົນຕີກະຊວງ ຜທ ຕ້ອນຮັບການເຂົ້າຢ້ຽມຢາມຂອງເອກອັກຄະລັດຖະທູດລັດກາຕາ

——————————————-

    ວັນທີ 11 ພະຈິກ 2022 ຜ່ານມາ ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ນະຄອນຫຼວງວຽງຈັນ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ຜທ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ H.E. Ahmed Ali A.J Al-Tamimi ເອກອັກຄະລັດຖະທູດແຫ່ງລັດກາຕາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.

    ທ່ານ ນາງ ຄຳຈັນ ວົງແສນບູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ H.E. Ahmed Ali A.J Al-Tamimi ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດວຽກງານ ໂດຍສະເພາະ ວຽກງານການຄ້າ-ການລົງທຶນ ລະຫວ່າງສອງປະເທດ ລາວ ແລະ ກາຕາ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດອດໄປໃນອະນາຄົດ ແລະ ຍາວນານ ພ້ອມຂໍຊົມເຊີຍທີ່ປະເທດກາຕາ ໄດ້ເປັນເຈົ້າພາບໃນການຈັດກິລາເຕະບານໂລກທີ່ຈະມາເຖິງນີ້ ແລະ ຂໍອວຍພອນໄຊໃຫ້ມີຜົນສຳເລັດຢ່າງສະຫງ່າງາມ.

    ໂອກາດດຽວກັນນີ້ ທ່ານ H.E. Ahmed Ali A.J Al-Tamimi ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງລັດຖະມົນຕີກະຊວງ ຜທ ທີ່ໄດ້ສະຫຼະເວລາອັນມີຄ່າໃນການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງຢືນຢັນວ່າຈະເພີ່ມທະວີການຮ່ວມມືເພື່ອການພັດທະນາ ແລະ ການສະໜັບສະໜູນໃຫ້ແກ່ ສປປ ລາວ ໃນຂົງເຂດການຄ້າ ແລະ ການລົງທຶນ ແລະ ວຽກງານອື່ນໆ.

error: Content is protected !!