ຮອງປະທານສະພາແຫ່ງຊາດ ສຳເລັດການເຂົ້າຮ່ວມກອງປະຊຸມ AIPA ແລະ ຜູ້ນຳອາຊຽນ

    ລະຫວ່າງວັນທີ 9-11 ພະຈິກ 2022 ທ່ານ ປອ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຫົວໜ້າຄະນະຜູ້ແທນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ແລະ ຜູ້ນໍາອາຊຽນ ໃນລະຫວ່າງກອງປະຊຸມສຸດຍອດອາຊຽນຄັ້ງທີ 40 ແລະ 41 ທີ່ພະນົມເປັນ ລາຊະອານາຈັກກໍາປູເຈຍ.

    ກອງປະຊຸມດັ່ງກ່າວ ເປັນກົນໄກປະຈຳລະຫວ່າງໄອປາ ແລະ ອາຊຽນ ເຊິ່ງເປີດໂອກາດໃຫ້ຜູ້ນໍາສອງອົງການໄດ້ມີການພົບປະ ແລະ ປຶກສາຫາລືກັນ ເພື່ອສະໜັບສະໜູນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມຕ່າງໆຂອງອາຊຽນ.

    ກ່ອນການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາໄອປາ ແລະ ອາຊຽນຄັ້ງນີ້ ຄະນະຜູ້ແທນຈາກສະມາຊິກໄອປາ ທີ່ນໍາໂດຍຂັ້ນປະທານ ຮອງປະທານ ແລະ ສະມາຊິກສະພາແຫ່ງຊາດຈາກ 8 ປະເທດຄື: ບຣູໄນ ກຳປູເຈຍ ອິນໂດເນເຊຍ ລາວ ຫວຽດນາມ ສິງກະໂປ ຟິລິບປິນ ແລະ ໄທ ພ້ອມດ້ວຍເລຂາທິການໃຫຍ່ໄອປາ ໄດ້ມີກອງປະຊຸມປຶກສາຫາລື ແລະ ກະກຽມເນື້ອໃນສານຂອງຜູ້ນຳໄອປາ ເຖິງຜູ້ນຳອາຊຽນ ໃນກອງປະຊຸມດັ່ງກ່າວ ທ່ານ ປອ ນາງ ສູນທອນ ໄຊຍະຈັກ ໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ຮ່າງສານຂອງຜູ້ນຳໄອປາທີ່ຈະສະເໜີໃນກອງປະຊຸມພົບປະລະຫວ່າງຜູ້ນຳໄອປາ ແລະ ອາຊຽນ ໂດຍທ່ານໄດ້ເນັ້ນເພີ່ມເຖິງການເສີມສ້າງການເຊື່ອມຈອດດ້ານການຄົມມະນາຄົມ ແລະ ການເຊື່ອມໂຍງດ້ານດ້ານໂລຈິສະຕິກໃນພາກພື້ນອາຊຽນ.

.

error: Content is protected !!