ກະຊວງແຜນການ ແລະ ການລົງທຶນ ປັບປຸງການຈັດຕັ້ງພາຍໃນ

——————————

    ພິທີປະກາດການຈັດຕັ້ງພາຍໃນກະຊວງແຜນການ ແລະ ການລົງທຶນ (ຜທ) ຈັດຂຶ້ນວັນທີ 11 ພະຈິກ 2022 ຜ່ານມາ ທີ່ກະຊວງ ຜທ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ນາງ ຄໍາຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງ ຜທ ມີຄະນະປະຈໍາພັກ ຄະນະພັກ ເລຂາໜ່ວຍພັກ ຄະນະໜ່ວຍພັກ ແລະ ຄະນະພະແນກພາຍໃນກະຊວງເຂົ້າຮ່ວມ.

    ໃນພິທີ ທ່ານ ບົວຄຳ ວິລະວົງ ຮອງເລຂາໜ່ວຍພັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຜທ ໄດ້ຂຶ້ນຜ່ານຂໍ້ຕົກລົງ ເຊິ່ງມີລາຍລະອຽດດັ່ງນີ້:

  1. ຂໍ້ຕົກລົງສັບຊ້ອນ ແລະ ແຕ່ງຕັ້ງ ທ່ານ ປອ ນິດຖາ ບຸບຜາ ຫົວໜ້າພະແນກສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ເຝິກອົບຮົມ ເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ
  2. ຂໍ້ຕົກລົງແຕ່ງຕັ້ງ ທ່ານ ຄຳແພງ ລັດມະນີ ເປັນຮອງຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ
  3. ຂໍ້ຕົກລົງສັບຊ້ອນ ແລະ ແຕ່ງຕັ້ງທ່ານ ນາງ ບາງທອງ ທິບສົມພັນ ຮອງຫົວໜ້າກົມສະຖະຕິເສດຖະກິດ ເປັນຮອງຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ ສູນສະຖິຕິແຫ່ງຊາດ
  4. ຂໍ້ຕົກລົງຮັບເອົາ ແລະ ແຕ່ງຕັ້ງທ່ານ ນາງ ຄຳເມິງ ບັນນະລາດ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ ເປັນຮອງຫົວໜ້າກົມສະຖິຕິເສດຖະກິດ ສູນສະຖິຕິແຫ່ງຊາດ.
error: Content is protected !!