ອົງການສຸພະນິມິດສາກົນ ປະຈໍາລາວ ມອບເຄື່ອງອຸປະກອນໃຫ້ອາສາສະໝັກບ້ານ 4 ເມືອງເປົ້າໝາຍ

——————————————-

    ໃນວັນທີ 8 ພະຈິກ 2022 ຢູ່ສະໂມສອນໃຫຍ່ ຫ້ອງວ່າການເມືອງມະຫາໄຊ ອົງການສຸພະນິມິດສາກົນ ປະຈໍາລາວ ໄດ້ຈັດພິທີມອບ-ຮັບ ເຄື່ອງອຸປະກອນໃຫ້ແກ່ອາສາສະໝັກບ້ານ (ອສບ) ຈໍານວນ 52 ບ້ານເປົ້າໝາຍ ໃນ 4 ເມືອງ ຄື: ເມືອງຍົມມະລາດ ໄຊບົວທອງ ມະຫາໄຊ ແລະ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໂດຍມີ ທ່ານ ແສງຈັນ ຊາມົນຕຣີ ຮອງເຈົ້າເມືອງມະຫາໄຊ ທ່ານ ໄຟມະນະ ໂກລິຍະວົງ ຮອງເຈົ້າເມືອງເຊບັ້ງໄຟ ທ່ານ ບົວລະພາ ໄຊຍະວົງ ຮອງເຈົ້າເມືອງໄຊບົວທອງ ທ່ານ ບຸນທະໄຫວ ໂດໄລສານ ຮອງເຈົ້າເມືອງຍົມມະລາດ ພ້ອມດ້ວຍທ່ານ ພິທິພົງ ທຳມະວົງສາ ຫົວໜ້າຫ້ອງການປະສານງານອົງການສຸພະນິມິດ ປະຈຳແຂວງຄຳມ່ວນ ພ້ອມດ້ວຍຫ້ອງການຂະແໜງການທີ່ກ່ຽວຂ້ອງທັງ 4 ເມືອງ ນາຍບ້ານ ແລະ ອາສາສະໝັກບ້ານກໍເຂົ້າຮ່ວມ.

    ຈຸດປະສົງໃນການມອບອຸປະກອນໃນຄັ້ງນີ້ ແມ່ນເພື່ອໃຫ້ອາສາສະໝັກບ້ານ (ອສບ) ມີເຄື່ອງມື ແລະ ອຸປະກອນຮັບໃຊ້ເຂົ້າໃນວຽກງານ ແລະ ມີພາຫະນະທີ່ອໍານວຍຄວາມສະດວກໃນການເຮັດກິດຈະກຳຢ້ຽມຢາມຄົວເຮືອນ ໃນຈໍານວນ 13 ບ້ານຢູ່ໃນ 4 ເມືອງເປົ້າໝາຍຂອງໂຄງການ ເພື່ອປັບປຸງການປະຕິບັດການລ້ຽງດູເດັກອອ່ນ ເດັກນ້ອຍ ແລະ ວຽກງານສຸຂະພາບແມ່ ແລະ ເດັກ ເພື່ອເດັກນ້ອຍ ແລະ  ຜູ້ດູແລເດັກໄດ້ຮັບການປັບປຸງການເຂົ້າເຖິງການບໍລິການດ້ານສາທາລະນະສຸກທີ່ຈຳເປັນໃນບ້ານເປົ້າໝາຍຂອງໂຄງການ ເຊິ່ງລວມເປັນມູນຄ່າທັງໝົດ 676 ລ້ານກວ່າກີບ ໂດຍການໃຫ້ການສະໜັບສະໜູນທືນຈາກໂຄງການ ອົງການສຸພະນິມິດປະຈຳແຂວງຄຳມ່ວນ ທັງນີ້ກໍເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນເຂດທ້ອງຖິ່ນຊົນນະບົດ ໄດ້ຫຼຸດຜ່ອນຄວາມທຸກຍາກລົງເທື່ອລະກ້າວ.

    ນອກຈາກນີ້ ໃນທ້າຍເດືອນຕຸລາ 2022 ຜ່ານມາ ທາງທີມງານອົງການ ຍັງໄດ້ມອບເຄື່ອງວັດແທກລວງສູງ ແລະ ຊິງຊັ່ງນ້ຳໜັກດີຈີຕອນໃຫ້ແກ່ 5 ສຸກສາລາ ຄື: ສຸກສາລານານ້ອຍ ດົງນາຄຳ ນາພ້າວ ນາກະປໍ ແລະ ສຸກສາລາແກ້ງຈອນ ໃນເຂດ 13 ບ້ານເປົ້າໝາຍຂອງເມືອງໄຊບົວທອງ ພ້ອມທັງມອບເສື້ອ ກະເປົາ ແລະ ໝວກ ໃຫ້ແກ່ ອສບ ທັງ 13 ບ້ານ ເພື່ອໃຊ້ເຂົ້າໃນວຽກງານຂອງໂຄງການເຊື່ອມສານດ້ານໂພຊະນາການຂອງເມືອງໄຊບົວທອງ.

error: Content is protected !!