ເຊີນທ່ຽວຊົມສິນຄ້າຫັດຖະກຳໃນງານຕະຫຼາດນັດ Christmas Market Fair   ປະຈຳປີ 2022

    ໂຮງແຮມຄຣາວ ພລາຊາ ວຽງຈັນ ຮ່ວມມືກັບບໍລິສັດ ພລູເດັນໂຊ ແລະ ລາວແຟຊັນວີກ ໄດ້ກຽມພ້ອມທີ່ຈະຕ້ອນຮັບປະຊາຊົນນະຄອນຫຼວງວຽງຈັນ ຜ່ານຜົນງານຫັດຖະກຳສີໄມ້ລາຍມືຄົນລາວທີ່ສວຍງາມຈາກທົ່ວທຸກພາກພື້ນຂອງລາວແຕ່ເໜືອຮອດໃຕ້ ໂດຍການຈັດງານຕະຫຼາດນັດ Christmas Market Fair ປະຈຳປີ 2022 ຈະໄດ້ຈັດຂຶ້ນວັນທີ 9-11 ທັນວາ 2022 ທີ່ຊັ້ນ 1 ໂຮງແຮມຄຣາວພລາຊາ ວຽງຈັນ ນະຄອນຫຼວງວຽງຈັນ ເຊິ່ງງານຕະຫຼາດນັດຊາວບ້ານຄັ້ງນີ້ ມີຈຸດປະສົງເພື່ອສ້າງໂອກາດສ້າງລາຍໄດ້ໃຫ້ກັບຊ່າງສີມືລາວທ້ອງຖິ່ນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ແລະ ເພື່ອສ້າງຄ່ານິຍົມໃຫ້ຄົນລາວພາຍໃນປະເທດຫັນມາຊົມໃຊ້ສິນຄ້າ ກໍຄືຜະລິດຕະພັນຂອງລາວໃຫ້ຫຼາຍຂຶ້ນ.

     ໂຄງການງານຕະຫຼາດນັດດັ່ງກ່າວ ເລີ່ມຈັດມາແຕ່ປີ 2021 ເປັນຕົ້ນມາ ທີ່ເປັນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອເປັນການຊ່ວຍເຫຼືອນັກຫັດຖະກຳ ຊ່າງສີມື ແລະ ປະຊາຊົນທ້ອງຖິ່ນທີ່ມີທຸລະກິດໃນດ້ານຫັດຖະກຳ ແລະ ງານປານີດ ໄດ້ມີໂອກາດມາເຜີຍແຜ່ສິນຄ້າຜະລິດຕະພັນຂອງຕົນເອງ ແລະ ຍັງເສີມສ້າງລາຍໄດ້ໃນໄລຍະດັ່ງກ່າວ ດ້ວຍຄວາມສຳເລັດຂອງງານປີ 2021 ແລະ ປີ 2022 ໂຮງແຮມ ຄຣາວ ພລາຊາ ວຽງຈັນໄດ້ຮ່ວມມືກັບບໍລິສັດ ພຣູເດັນໂຊ ແລະ ລາວເຟຊັນວີກ ເພື່ອຈັດງານຕະຫຼາດນັດ Christmas Market Fair ປະຈຳປີ 2022 ພາຍໃຕ້ແນວຄິດ “ຈາກພາກພື້ນທົ່ວແຜ່ນດິນລາວ ສູ່ໂຮງແຮມຄຣາວພລາຊາວຽງຈັນ”

     ງານປີນີ້ຈະພິເສດຂຶ້ນໄປອີກ ເນື່ອງຈາກທາງໂຮງແຮມໄດ້ຮ່ວມມືກັບ Lao Fashion Week ເພື່ອເປັນເຈົ້າການຈັດງານເດີນແບບ Christmas Fashion Festival ໃນທຸກຄືນຂອງງານ ໂດຍມີນັກອອກແບບເສື້ອຜ້າທີ່ມີຊື່ສຽງຈາກຕ່າງປະເທດ ແລະ ພາຍໃນລາວເຮົາ ໂດຍພາຍໃນງານ ຜູ້ທີ່ມາຮ່ວມໄດ້ມີໂອກາດຊົມ ແລະ ຮຽນຮູ້ວີທີການຕ່ຳຜ້າໄໝ ແລະ ຜ້າຝ້າຍເພື່ອແປຮູບໄປເປັນເຄື່ອງປະດັບທີ່ສວຍງາມໜ້າຈັບຕາ ພ້ອມທັງສາມາດເລືອກຊື້ສິນຄ້າເຫຼົ່ານັ້ນໄດ້ຕື່ມອີກ.

    ສ່ວນງານ Christmas Lighting (ສຳລັບແຂກທີ່ໄດ້ຮັບເຊີນເທົ່ານັ້ນ) ຈະໄດ້ຈັດຂຶ້ນວັນທີ 8 ທັນວາ 2022 ຈຸດປະສົງເພື່ອເລີ່ມຕົ້ນເທດສະການຄຣີສມາດກັບປີໃໝ່ ດ້ວຍງານພິທີໄຕ້ໄຟຕົ້ນຄຣີສມາດປະຈໍາປີຂອງໂຮງແຮມຄຣາວພລາຊາວຽງຈັນ ກັບຕົ້ນຄຣີສມາດແບບປະຍຸກ ໄດ້ຮັບແຮງບັນດານໃຈຈາກວັດທະນະທຳລາວ ເຊິ່ງງານຕະຫຼາດນັດ Christmas Market Fair ປະຈຳປີ 2022 ເປັນງານຕະຫຼາດນັດທີ່ວາງສະແດງສິນຄ້າຫັດຖະກຳລາວ ບໍ່ວ່າຈະເປັນເຄື່ອງໃຊ້ສອຍ ເຄື່ອງນຸ່ງຫົ່ມ ອາຫານ ແລະ ເຄື່ອງດື່ມ ພ້ອມທັງມີກິດຈະກຳ ງານເປີດໃຫ້ເຂົ້າທ່ຽວຊົມນັບແຕ່ເວລາ 10-21:00 ໂມງ ງານເດີນແບບ Christmas Fashion Festival ໂດຍ Lao Fashion Week ເປັນງານທີ່ຈະໃຫ້ທ່ານໄດ້ສຳຜັດປະສົບການສຸດຕະການຕາຜ່ານການເດີນແບບສະແດງເຄື່ອງນຸ່ງ ແລະ ເສື້ອຜ້າທີ່ສ້າງສັນ ເຊິ່ງອອກແບບໂດຍນັກອອກແບບທີ່ມີຊື່ສຽງຈາກທັງໃນລາວ ແລະ ຕ່າງປະເທດ ງານເລີ່ມນັບແຕ່ເວລາ 19-21:00 ໂມງຂອງທຸກວັນ.

error: Content is protected !!