ສຳເລັດເຝິກອົບຮົມການຈັດລາຍການວິທະຍຸໃຫ້ພະນັກງານ ຖວທ ແຂວງໄຊສົມບູນ

         ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ) ຮ່ວມກັບ ພະແນກ ຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊສົມບູນ ສຳເລັດຊຸດເຝິກອົບຮົມການຈັດລາຍການວິທະຍຸກະຈາຍສຽງໃຫ້ພະນັກງານແຂວງໄຊສົມບູນ ທີ່ຈັດຂື້ນໃນວັນທີ 9-11 ພະຈິກຜ່ານມາ ຢູ່ສະຖານີວິທະຍຸ-ໂທລະພາບ ນວ ໂດຍມີສໍາມະນາກອນທັງໝົດ 21 ຄົນ ທີ່ມາຈາກຂົງເຂດ ຖວທ ແຂວງໄຊສົມບູນ   ຕາງໜ້າຫ້ອງການ ຖວທ 9 ຕົວເມືອງ ບັນດາຂະແໜງການ ແລະ ກອງວິຊາການທີ່ຢູ່ໃນຂົງເຂດ ຖວທ ນວ ເຂົ້າຮ່ວມ. 

     ການເຝີກອົບຮົມຊຸດນີ້ ໄດ້ເຊີນເອົາວິທະຍາກອນ ຈຳນວນ 4 ທ່ານ ຈາກວິທະຍຸແຫ່ງຊາດມາໃຫ້ຄວາມຮູ້ ມີປະສົບການ ແລະ ຊຳນານໃນດ້ານວຽກງານສື່ມວນຊົນ ໃນນີ້ຜູ້ເຂົ້າຮ່ວມເຝີກອົບຮົມໄດ້ສໍາເລັດການສືກສາຮຽນຮູ້ໂດຍພື້ນຖານກ່ຽວກັບວຽກງານສື່ ເປັນຕົ້ນການບັນນາທິການກວດຂ່າວ ເຕັກນິກການຈັດລາຍການວິທະຍຸ ການຂຽນບົດຄວາມ  ການຖ່າຍຮູບນິ້ງ ແລະ ຖ່າຍພາບວິດີໂອ ແລະ ເຕັກນິກການຄຸ້ມຄອງເຄື່ອງສົ່ງວິທະຍຸ ພ້ອມທັງໄດ້ເຝິກແອບຕົວຈິງ ແລະ ມີການສົນທະນາ ຖາມ-ຕອບ ແກ້ໄຂບັນຫາຕ່າງໆທີ່ຕົນເອງພົບໃນວຽກຕົວຈິງ.

    ໂອກາດດັ່ງກ່າວ ທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ມີຄຳເຫັນໂອ້ລົມໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາວິທະຍາກອນ ແລະ ສຳມະນາກອນ ທີ່ໄດ້ສຸມທຸກກຳລັງແຮງ ເອົາໃຈໃສ່ຖ່າຍທອດບົດຮຽນ ຄວາມຮູ້ດ້ານວິຊາສະເພາະ-ວິຊາການ ລວມທັງປະສົບການຕ່າງໆນຳກັນຢ່າງສ້າງສັນ ເຮັດໃຫ້ສຳມະນາກອນສາມາດເກັບກຳຄວາມຮູ້ ໄດ້ມີບົດຮຽນໃໝ່ໆ ເຊິ່ງຈະເປັນການປະກອບສ່ວນອັນສໍາຄັນ ເຮັດໃຫ້ວຽກງານຖະແຫຼງຂ່າວ-ສື່ມວນຊົນ ນັບມື້ເຕີບໃຫຍ່ ເຂັ້ມແຂງ ສົມເປັນກະບອກສຽງຂອງພັກ-ລັດ ແລະ ສັງຄົມໄດ້ຮັບການພັດທະນາດີຂຶ້ນ ເຊື່ອໝັ້ນວ່າ ສຳມະນາກອນທັງໝົດທີ່ເຝິກອົບຮົມໃນຊຸດນີ້ ຈະນຳເອົາຄວາມຮັບຮູ້ຈາກບົດຮຽນໄປຜັນຂະຫຍາຍ ແລະ ນ້ຳໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນສູງຂຶ້ນກ່ວາເກົ່າ.

error: Content is protected !!