ປະເພນີແຫ່ຜາສາດເຜິ້ງ ຖືວ່າເປັນອີກກິດຈະກຳໜຶ່ງທີ່ໄດ້ສືບທອດ ແລະ ປະຕິບັດໃນງານບຸນນະມັດສະການພະທາດຫຼວງ ມາເປັນເວລາຫຼາຍກວ່າ 4 ສັດຕະວັດ ຜ່ານມາ ເຊິ່ງຂະບວນ ແຫ່ຜາສາດເຜິ້ງແມ່ນຈະເລີ່ມໃນຕອນບ່າຍຂອງມື້ຂຶ້ນ 14 ຄ່ຳ ເດືອນ 12 ຫຼາຍຊັ້ນຄົນຈະໄດ້ມາໂຮມໂຕຢູ່ວັດສີເມືອງ ສະຖານທີ່ສັກກະລິບູຊາຄູ່ບ້ານຄູ່ເມືອງຂອງຊາວນະຄອນຫຼວງວຽງຈັນ ກໍຄື ຊາວລາວທົ່ວປະເທດ ກ່ອນທີ່ຈະແຫ່ໄປເດີ່ນພະທາດຫຼວງ.

ຜາສາດເຜິ້ງທີ່ນຳມາແຫ່ນັ້ນ ແມ່ນເຮັດມາຈາກຕົ້ນກ້ວຍ ໄມ້ ແລະ ອື່ນໆ ປະດັບປະ ດາດ້ວຍດອກເຜິ້ງ (ຂີ້ເຜິ້ງ) ແລະ ເຄື່ອງໃຊ້ເຊັ່ນ: ສໍດຳ ປາກກາ(ບິກຂຽນ) ປື້ມຂຽນ ແລະ ເຄື່ອງໄຊ້ທີ່ຈຳເປັນ ລວມທັງເງິນ ທີ່ຖືກຈັດວາງເປັນລະບຽບ ແລະ ດັດແປງເປັນຮູບແບບຕ່າງໆ ເຊິ່ງການຕົບແຕ່ງຜາສາດເຜິ້ງນັ້ນອາດອາດມີຄວາມໝາຍທີ່ສະແດງໃຫ້ເຫັນເຖິງ ຄວາມອຸດົມຮັ່ງມີຂອງປະຊາຊົນລາວໃນແຕ່ລະໄລຍະ ແລະ ປະເພນີແຫ່ຜາສາດເຜິ້ງທີ່ຈັດຂຶ້ນໃນທຸກໆປີ ແນໃສ່ເພື່ອສືບທອດເອກະລັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງລາວໄວ້ໃຫ້ເຖິງເສັ່ນລູກເສັ່ນຫຼານ.



ໃນການແຫ່ຜາສາດເຜິ້ງນັ້ນ ຊາວລາວບັນດາເຜົ່າ ບໍ່ວ່າຈະເປັນຜູ້ເຖົ້າຜູ້ແກ່ ຊາວໜຸ່ມຍິງຊາຍ ລວມເຖິງ ເດັກນ້ອຍ ໄດ້ເຂົ້າຮ່ວມຢ່າງຟົດຟື້ນມ່ວນຊື່ນ ຜູ້ຊາຍນຸ່ງຖືສຸພາບ ສ່ວນແມ່ຍິງເອງກໍນຸ່ງຖື ຕາມເອກກະລັກຂອງຍິງລາວ ໃສ່ສິ້ນ ບ່ຽງຜ້າ ຖືພະສາດເຜິ້ງແຫ່ໄປຕາມຂະບວນ ເຊິ່ງຂະບວນການແຫ່ແມ່ນປະສົມປະສານດ້ວຍສຽງຄັບສຽງລຳຈາກທ້ອງຖິ່ນຕ່າງໆ ທີ່ຟັງແລ້ວເປັນໜ້າສະອອນໃຈ ພ້ອມນັ້ນຍັງມີຂະບວນແຫ່ພຜາສາດເຜິ້ງຈາກພາກສ່ວນຕ່າງໆ ທີ່ນຸ່ງຖືຂອງຊົນເຜົ່າຕ່າງໆ ເຊິ່ງສະແດງໃຫ້ເຫັນເຖິງການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ.

ການແຫ່ຜາສາດເຜິ້ງນັ້ນແມ່ນຈະແຫ່ອ້ອມຮອບນອກກົມມະລຽງພະທາດຫຼວງ 3 ຮອບ ກ່ອນຂະບວນຈະແຫ່ຜ່ານປະຕູເບືອງຕາເວັນອອກ ເພື່ອແຫ່ອ້ອມພະທາດຫຼວງຢູ່ດ້ານໃນກົມມະລຽນ ເຊິ່ງຫຼາຍຊັ້ນຄົນແມ່ນໄດ້ນຳເອົາຜາສາດເຜິ້ງ ແລະ ດອກໄມ້ທູບທຽນ ຂອງຕົນນຳໄປວາງອ້ອມຮອບພະ ທາດຫຼວງເພື່ອເປັນການບູຊາ ແລະ ອາທິຖານຕໍ່ໜ້າພະທາດຫຼວງ ເພື່ອຂໍພອນຕາມຄວາມເຊື່ອຖືຂອງຊາວລາວເຮົາ ກ່ອນຂະບວນການແຫ່ຈະສິ້ນສຸດລົງໃນຕອນແລງຂອງວັນດຽວກັນ.

ຈາກປະເພນີອັນດີງາມທີ່ສືບທອດກັນມາຫຼາຍເຊັ່ນຄົນໄດ້ເຮັດໃຫ້ ຂະບວນແຫ່ພະສາດເຜິ້ງໄດ້ຮັບຄວາມສົນໃຈຈາກບັນດານັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ເຊິ່ງໃນແຕ່ລະປີມີນັກທ່ອງທ່ຽວເຂົ້າຊົມຂະບວນແຫ່ພະສາດເຜິ້ງຫຼາຍພັນຄົນ.

ສຳລັບປະເພນີແຫ່ຜາສາດເຜິ້ງໃນບຸນນະມັດສະການພະທາດຫຼວງໃນປີນີ້ ແມ່ນຈະມີຂຶ້ນໃນຕອນບ່າຍວັນທີ 7 ພະຈິກ 2022 ກົງກັບມື້ຂຶ້ນ 14 ຄ່ຳ ເດືອນ 12 ພສ 2565 ເນັ້ນເອົາກິດຈະກໍາການແຫ່ຜາສາດເຜິ້ງເປັນຈຸດເດັ່ນຂອງງານບຸນນະມັດສະການພະທາດຫຼວງ ເຊິ່ງຈະມີການແຫ່ຜາສາດເຜິ້ງຈະຈັດເປັນຂະບວນການທີ່ໃຫຍ່ສວຍງາມ ພ້ອມນັ້ນໄດ້ກະກຽມທາງດ້ານສິລະປະການຕົບແຕ່ງຜາສາດເຜິ້ງທີ່ໃຫຍ່ສູງຫາເບິ່ງໃສບໍ່ໄດ້ ໂດຍຈະເອົາມາວາງສະແດງເອ້ໃສ່ທາງໜ້າທາງເຂົ້າພະທາດສອງດ້ານ.