ບຸນນະມັດສະການພະທາດຫຼວງ ເປັນງານບຸນປະຈຳຊາດທີ່ໄດ້ສືບຕໍ່ກັນມາຫຼາຍຮ້ອຍປີ ໂດຍໄດ້ ຈັດຂຶ້ນໃນໃນມື້ຂຶ້ນ 15 ຄ່ຳເດືອນ 12 ຂອງທຸກໆປີ ແລະ ໃນປີ 2022 ເປັນການຈັດງານບຸນທີ່ຫຼາຍຄົນໃຫ້ຄວາມສົນໃຈ ເພາະເປັນປີທຳອິດທີ່ໄດ້ຈັດງານບຸນຫຼັງຈາກທີ່ມີການລະບາດຂອງໂຄວິດ-19 ເຊິ່ງກິດຈະກຳ ພິທີສູດປະລິຕະມຸງຄຸນທີ່ພຣະທາດຫຼວງ ພິທີແຫ່ຜາສາດເຜິ້ງ ພິທີໃສ່ບາດຖວາຍສັງກະທານ ພິທີແຫ່ລູກຄີ ແລະ ການແຂ່ງຈັນກີລາພື້ນບ້ານຕີຄີ ພິທີວຽນທຽນ ແລະ ຈູດທູບທຽນບັ້ງໄຟສັກກະລະບູຊາອົງພຣະທາດ ຕາມຮິດຄອງປະເພນີ ນອກນັ້ນກໍຈະມີການວາງຈຳໜ່າຍສິນຄ້າ ແລະ ຄົບງັນຕາມປົກກະຕິ ແຕ່ກ່ອນຈະເຖິງມື້ເປີດງານບຸນ ມື້ນີ້ຄໍລຳວັດທະນະທຳ-ທ່ອງທ່ຽວຂໍນຳສະເໜີກ່ຽວກັບປະຫວັດຄວາມເປັນມາຂອງພະທາດຫຼວງ ໃຫ້ບັນດາທ່ານໄດ້ຮັບຊາບ.

ພະທາດຫຼວງວຽງຈັນແມ່ນເປັນປູຊະນິຍະສະຖານອັນເກົ່າແກ່ ແລະ ເປັນມໍລະດົກວັດທະນະທຳຂອງຊາດ ເຊິ່ງເປັນພະທາດທີ່ສວຍສົດງົດງາມ ແລະ ລືຊື່ໃນສະໄໝກ່ອນກໍ່ຄືໃນຍຸກປັດຈຸບັນ ເຊິ່ງສ້າງຂຶ້ນໂດຍນາຍຊ່າງລາວບູຮານທີ່ມີສີມືດີເປັນພິເສດ ມີຄຸນຄ່າທາງດ້ານປະຫວັດສາດສິລະປະວັດທະນະທຳສູງ ແລະ ຍັງເປັນຕົວແທນໃຫ້ແກ່ສະຖາປັດຕະຍະກຳສິນຂອງປະເທດລາວລ້ານຊ້າງຈະເລີນຮຸ່ງເຮືອງ.



ພະທາດຫຼວງຖືກສ້າງຕັ້ງຂຶ້ນເປັນສອງໄລຍະຄື:ໄລຍະທີ 1 ພະທາດໜ່ວຍນີ້ແມ່ນຖືກສ້າງຂຶ້ນທຳອິດແມ່ນສະຕະວັດທີ 3 ກ່ອນປີ ຄສ 307 ກົງກັບ ພສ 236 ໂດຍແມ່ນພະຍາຈັນທະບູລີ ປະສິດທິສັກທັງເປັນຜູ້ກໍ່ຕັ້ງ ແລະ ປົກຄອງເມືອງວຽງຈັນເວລານັ້ນ ພ້ອມດ້ວຍພຣະອໍລະຫັນ 5 ຮູບ ແລະ ໄລຍະທີ 2 ພາຍຫຼັງທີ່ພະເຈົ້າໄຊຍະເຊດຖາທິຣາດ ໄດ້ຍ້າຍເມືອງຫຼວງຈາກເມືອງຊຽງທອງ ແຂວງຫຼວງພະບາງມາສະຖາປານາເປັນເມືອງຫຼວງວຽງຈັນ ໃນປີ ພສ 2103 ກົງກັບປີ ຄສ 1560 ແລະ ພະອົງກໍ່ໄດ້ນຳພາຊາວເມືອງວຽງຈັນເວົ້າສະເພາະ ໂດຍລວມແມ່ນປະຊາຊົນລາວທັງຊາດໄດ້ສ້າງອົງພະທາດຫຼວງໃຫຍ່ກວມເອົາພະທາດນ້ອຍໃນປີ ຄສ 1566 ມີຄວາມສູງ 45 ແມັດ ຄວາມຍາວຂອງຕີນທາດ 69 ແມັດ ກົມມະລຽນຍາວ 91,75 ແມັດ ທາດນ້ອຍອ້ອມຮອບ 30 ລູກ ເຊິ່ງການບູລະນະສ້າງພະທາດຫຼວງໂຕເກົ່າທີ່ພະຍາຈັນທະບູລີສ້າງໄວ້ກ່ອນໜ້ານັ້ນແລ້ວພະທາດໜ່ວຍນີ້ເປັນພະທາດໃຫຍ່ໂຕ ແລະ ສວຍງາມແລ້ວຈຶ່ງປ່ຽນຊື່ຈາກພະທາດເຈດີໂລກະຈຸລະມະນີມາເປັນພະທາດຫຼວງນັບແຕ່ນັ້ນມາຈົນຮອດປັດຈຸບັນ.

ໃນໄລຍະຜ່ານມາດ້ວຍຄວາມເຫຼື້ອມໃສສັດທາ ຄວາມຮັກ ຄວາມຫວງແຫນມໍລະດົກທາງດ້ານວັດທະ ນະທຳ ແລະ ປະຫວັດສາດຂອງປະຊາຊົນລາວບັນດາເຜົ່າ ໄດ້ເອົາໃຈໃສ່ບູລະນະປະຕິສັງຂອນພະທາດຫຼວງຄືນໃໝ່ຫຼາຍຄັ້ງ ເຊິ່ງຄັ້ງໃຫຍ່ແມ່ນມີ 3 ຄັ້ງຄື:ຄັ້ງທີ 1 ປີ ຄສ 1819 ໃນສະໄໝຣາຊະການເຈົ້າອານຸວົງ ສ້ອມແປງທາດໃຫຍ່ ແລະ ນ້ອຍ ສ້າງກົມມະລຽນອ້ອມຮອບ ແລະ ປະຕູໂຂງທັງ 4 ດ້ານ ຄັ້ງທີ 2 ປີ ຄສ 1930-1935 ພະສົງອົງຄະເຈົ້າ ຜູ້ຊົງຄຸນວຸດທິ ແລະ ນາຍຊ່າງໄດ້ຕົບແຕ່ງຊົງສິລະປະລາວ ແລະ ຄັ້ງທີ 3 ປີ ຄສ 1976 ພາຍຫຼັງປະເທດຊາດໄດ້ສະຖາປານາເປັນ ສປປ ລາວ ໃນວັນທີ 2 ທັນວາ 1975 ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ເຊິ່ງຄັ້ງທີ 3 ນີ້ ໄດ້ຫຼໍ່ທອງໃສ່ຍອດພະທາດ ເສີມສາຍກັນຟ້າຜ່າ ທັບປະຊາຍເກົ່າທີ່ພຸແຕກອອກແລ້ວໂບກຄືນໃໝ່ ທາສີຄຳພະທາດໃຫຍ່ ແລະ ພະທາດນ້ອຍ.



ໂດຍເຫັນໄດ້ຄວາມສຳຄັນຂອງພະທາດຫຼວງວຽງຈັນທີ່ເປັນໜຶ່ງໃນມໍລະດົກແຫ່ງຊາດ ທາງດ້ານວັດ ທະນະທຳ ແລະ ປະຫວັດສາດ ທີ່ເປັນປູຊະນີຍະສະຖານທີ່ເກົ່າແກ່ທາງດ້ານສະຖາປັດຕະຍະກຳທີ່ສຳຄັນ ແລະ ມີຄຸນຄ່າສູງ ທັງເປັນມິ່ງຂວັນຂອງຊາວລາວຄົນລາວເຮົາ ໃນໂອກາດທີ່ພະທາດຫຼວງສ້າງຂຶ້ນມີອາຍຸ 450 ປີ (1566-2016) ດັ່ງນັ້ນພັກ-ລັດຖະບານຈຶ່ງໄດ້ຕົກລົງປະຕິສັງຂອນພະທາດຫຼວງວຽງຈັນ ຄັ້ງທີ IV ຂຶ້ນ ເຊິ່ງພິທີເປີດໂຄງການ ແລະ ເລີ່ມປະຕິສັງຂອນຢ່າງເປັນທາງການໃນປີ 2016 ແລະ ໄດ້ສຳເລັດ ໃນເດືອນ ຕຸລາ 2017 ເຊິ່ງການບູລະນະປະຕິສັງຂອນໃນເທື່ອນີ້ແມ່ນໄດ້ນຳໃຊ້ຄຳໂອບຍອດພະທາດຫຼວງ ພະທາດປາລະມີ ແລະ ພະທາດສີທຳມະຫາຍໂສກແລ້ວ 13 ກິໂລ 2 ບາດ 3,8 ຫຸນ 2,72 ກຣາມ.


