ຢ່າໃຫ້ຄວາມໂລບມາກບັງຕາ ແລ້ວຂາດສະຕິກົດໝາຍ

    ຊີວິດຂອງຄົນເຮົາມີ 3 ວັນຄື ມື້ວານນີ້, ມື້ນີ້ ແລະ ມື້ຕໍ່ໄປ ແລະ ເຮົາຮູ້ຢູ່ໃນໃຈວ່າຊີວິດເຮົາບໍ່ມີຫຍັງທີ່ຈະທ່ຽງແທ້ແນ່ນອນ ຕາມກົດເກນຂອງທຳມະຊາດ ຄົນເກີດມາແລ້ວບໍ່ເຖົ້າ, ບໍ່ແກ່, ບໍ່ເຈັບ, ບໍ່ປ່ວຍ, ບໍ່ຕາຍບໍ່ມີໃນໂລກ. ຄູບາອາຈານເພິ່ນໄດ້ກ່າວໄວ້ວ່າ ຄວາມຕາຍຄືຄວາມທ່ຽງແທ້ແນ່ນອນຂອງຄົນ, ຄວາມຕາຍແຂວນຄໍທຸກຄົນ ໃນທຸກບາດກ້າວຍ່າງ. ແຕ່ສິ່ງທີ່ແຕກຕ່າງຈາກຄວາມຕາຍລະຫວ່າງຄົນດ້ວຍກັນຄື ຄົນມີຄວາມຮັກ, ມີຄວາມໂກດ, ມີຄວາມໂລບ ແລະ ຄວາມຫລົງໃນລະດັບທີ່ຕ່າງກັນ. ຄວາມແຕກຕ່າງເຫຼົ່ານັ້ນເກີດຂຶ້ນເມື່ອມີສິ່ງລໍ້ລວງ, ມີສິ່ງປະຈັກຕາ, ມີສິ່ງດືງດູດຈູງໃຈ, ມີສິ່ງຕ້ອງການ ມາປະກອບໃຫ້ແກ່ການດຳລົງຊີວິດ ເພື່ອເພີ່ມຄວາມສົມບູນໃຫ້ຊີວິດ ໝາຍຄວາມວ່າຕ້ອງການສິ່ງໃດກໍຫາສິ່ງສິ່ງນັ້ນ, ຢາກໄດ້ສິ່ງໃດກໍເອົາສິ່ງນັ້ນມາຕອບສະ ໜອງແກ່ຄວາມຢາກໃນຊ່ວງໄລຍະຂອງຊີວິດ. ການໄດ້ມາສິ່ງຂອງເຫຼົ່ານັ້ນ ແມ່ນມາຈາກຄວາມຄິດ ແລະ ການລົງມືກະທຳ ແຕ່ມີບາງການກະທຳອາດຈະໄປແຕະຕ້ອງເຖິງຈິດໃຈ, ອາດໄປສ້າງຄວາມເດືອດຮ້ອນ, ອາດໄປກໍ່ກຳທຳເຂັນກັບຜູ້ອື່ນໃຫ້ເກີດມີຄວາມທຸກ, ຄວາມທໍລະມານ, ຄວາມເສຍຫາຍໂດຍບໍ່ມີການນຶກຄິດຮິ່ນຕອງ ເຖິງບາບບຸນຄຸນໂທດແຕ່ຢ່າງໃດ. ກຳກໍຄືຜົນຂອງການກະທຳຄວາມດີ ຫຼື ຄວາມຊົ່ວທີ່ເຮັດໄວ້ໃນອະດີດ ທີ່ຕາມມາໃຫ້ຜົນໃນປັດຈຸບັນເອີ້ນວ່າ ກຳ. ໃນຄວາມເປັນຈິງ ກຳ ເກີດມາຈາກການກະທຳຂອງຄົນທັງໝົດ ຈະແມ່ນດ້ວຍວາຈາ, ດ້ວຍຮ່າງກາຍ ແລະ ດ້ວຍແນວຄວາມຄິດ.

    ການກະທຳດ້ວຍວາຈານັ້ນ ສະແດງອອກມາດ້ວຍ ການປ້ອຍດ່າ, ການນິນທາ ແລະ  ການໃສ່ຮ້າຍ, ການໝິ່ນປະໝາດຊາກສົບ ຫຼື ຊື່ສຽງຂອງຜູ້ຕາຍ. ຕົວຢ່າງ: ນາງ ແຈດ ໄດ້ເວົ້າໃຫ້ຊາວບ້ານ ຟັງວ່ານາງ ປອດ ເປັນລູກ ແມ່ຈ້າງ ນາງເລງ, ເປັນຜີປອບ ຜີກະສື ກິນເປັດ ກິນໄກ່ ກິນຄົນພາຍໃນບ້ານອັນສ້າງຄວາມເຊື່ອມເສຍກຽດສັກສີຢ່າງຮ້າຍແຮງແກ່ຜູ້ກ່ຽວ ທັ່ງທີ່ບໍ່ມີໃຜເຫັນ ແລະ ສາມາດຢັ້ງຢືນໄດ້ຊຶ່ງເປັນເລື່ອງປາກຕໍ່ປາກ ເອີ້ນວ່າ ໄວປາກເສຍສິນ ໄວຕີນຕົກກົກໄມ້.

    ການກະທຳດ້ວຍຮ່າງກາຍ ສະແດງອອກດ້ວຍການກະທຳ, ດ້ວຍການເຄື່ອນໄຫວທາງຮ່າງກາຍ ເປັນຕົ້ນ ການບໍ່ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອື່ນໃນເວລາຕົກຢູ່ໃນໄພອັນຕະລາຍ, ການເຮັດໃຫ້ຜູ້ອື່ນເສຍຊີວິດ ດ້ວຍຄວາມບໍ່ລະມັດລະວັງ, ການເຮັດໃຫ້ບຸກຄົນອື່ນໄດ້ຮັບຄວາມອັບອາຍ ແລະ ອື່ນໆ. ຕົວຢ່າງ: ທ້າວ ກອກ ຍ່າງກາຍ ນາງ ຂອດ ແລ້ວດືງສີ້ນຂອງ ຂອງ ນາງຂອດລົງ ເຮັດໃຫ້ ນາງຂອດເກີດຄວາມອັບອາຍ. ມາດຕາ 206 ຂອງປະມວນກົດໝາຍອາຍາໄດ້ກຳນົດວ່າ: ບຸກຄົນໃດ ຫາກລະເມີດກຽດສັກສີຂອງບຸກຄົນອື່ນ ແລະ ເຮັດໃຫ້ໄດ້ຮັບຄວາມອັບອາຍ ຈະຖືກຕຳນິວິຈານ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ຫຼື ລົງໂທດຕັດອິດສະລະພາບແຕ່ ສາມ ເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝແຕ່ 1.000.000 ກີບ ຫາ 5.000.000 ກີບ.

    ການກະທຳດ້ວຍແນວຄິດ ສະແດງອອກດ້ວຍການເຮັດໃຫ້ຜູ້ອື່ນຂ້າຕົວຕາຍ, ການຊ່ວຍເຫຼືອຜູ້ອື່ນໃຫ້ຂ້າຕົວຕາຍ, ການບັງຄັບ. ຕົວຢ່າງ ທ້າວ ຊອດ ໄດ້ຂົ່ມຂູ່ ທ້າວ ເອັນ ຜູ້ທີ່ເປັນຄົນຮັບໃຊ້ວ່າ ທຸກໆມື້ຕ້ອງເຮັດວຽກໃຫ້ສຳເລັດຕາມທີ່ໄດ້ມອບໃຫ້ທັງໜັກ ທັງເບົາ ຖ້າຫາກບໍ່ສຳເລັດຈະບໍ່ໃຫ້ກິນເຂົ້າ, ເຈັບປ່ວຍກໍຈະບໍ່ປິ່ນປົວ, ຍາມເຈັບຍາມເປັນກໍບໍ່ໃຫ້ພັກຜ່ອນ,  ໃຫ້ກິນເຂົ້າມື້ລະຄາບ, ບໍ່ໃຫ້ກິນນ້ຳ, ບໍ່ໃຫ້ນອນ. ມາດຕາ 197 ໄດ້ກຳນົດວ່າ ບຸກຄົນໃດ ຫາກປະພຶດຢ່າງປ່າເຖື່ອນ, ເຮັດໃຫ້ມີຄວາມຢ້ານກົວຢ່າງຕໍ່ເນື່ອງ, ປະຕິບັດໂດຍບໍ່ຖືກຕ້ອງ ຫຼື ແບບຕ່ຳຕ້ອຍ ຕໍ່ຜູ້ອື່ນທີ່ຢູ່ພາຍໃຕ້ການເບິ່ງແຍງດູແລຂອງຕົນ ຊຶ່ງເປັນເຫດໃຫ້ຜູ້ກ່ຽວຂ້າຕົວຕາຍ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມປີ ຫາ ເຈັດປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບຫາ 20.000.000 ກີບ.

error: Content is protected !!