ສະພາທີ່ປຶກສາຂອງແຜນງານເຊກາ (CEGGA) ໄດ້ຮັບຮອງເອົາຜົນສຳເລັດ

        ສະພາທີ່ປຶກສາຂອງແຜນງານ “ການມີສ່ວນຮ່ວມຂອງປະຊາຊົນ ຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ” (ແຜນງານເຊກາ) ໄດ້ຈັດກອງປະຊຸມທົບທວນຜົນສຳເລັດການຈັດ ຕັ້ງປະຕິບັດຂອງແຜນງານເຊກາ  ຈາກພາກສ່ວນຈັດຕັ້ງປະຕິບັດຈາກພາກລັດ ຂຶ້ນໃນວັນທີ 28 ຕຸລາຜ່ານມາ ທີ່ໂຮງແຮມ The Qube Hote ນະຄອນຫຼວງວຽງຈັນ  ໂດຍເປັນປະທານຂອງທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ແລະ ທ່ານນາງ ອັນເນັດ ຄະໂນລບລອກ ເອກອັກຄະລັດຖະທູດສາທາລະນະລັດ ສະຫະພັນເຢຍລະມັນ ປະຈຳລາວ ມີຜູ້ຕາງໜ້າຈາກບັນດາກະຊວງ ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ໄດ້ ທົບທວນຜົນສໍາເລັດການຈັດຕັ້ງປະຕິບັດຂອງແຜນງານເຊກາ ຈາກພາກສ່ວນຈັດຕັ້ງປະຕິບັດຈາກພາກລັດເປັນຕົ້ນແມ່ນກະຊວງພາຍໃນ ສະພາແຫ່ງຊາດ ກະຊວງຍຸຕິທຳ ແລະ ກະຊວງການຕ່າງປະເທດ ໂດຍມີການນຳສະເໜີຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນງານແຕ່ປີ 2017 ຫາ 2022 ແຜນງານເຊກາ  ຈະສິ້ນສຸດໃນວັນທີ 31 ຕຸລາ ແລະ ກະກຽມໃນການຈັດຕັ້ງແຜນງານເຊກາ ໄລຍະ II ຊຶ່ງຄາດຄະເນຈະເລີ່ມສືບຕໍ່ຈັດຕັ້ງປະຕິບັດໃນເດືອນ ພະຈິກ 2022.

    ໃນກອງປະຊຸມ ທ່ານ ນາງ ວິໄລທອນ ສູນທອນໄຊຍະມຸງຄຸນ ຫົວໜ້າຫ້ອງການ ກະຊວງພາຍໃນ ແລະ  ຫົວໜ້າກອງເລຂາແຜນງານເຊກາ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຄູ່ຮ່ວມຈັດຕັ້ງປະຕິບັດ ໄດ້ນຳສະເໜີຜົນສຳເລັດທີ່ສຳຄັນໃນການຈັດຕັ້ງປະຕິບັດຂອງແຜນງານເຊກາ ນັບຕັ້ງແຕ່ປີ 2017 ຫາທ້າຍເດືອນຕຸລາ 2022. ຊຶ່ງມີບັນດາຜູ້ຕາງໜ້າຈາກພາກລັດ ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ເຮັດວຽກໃນຂະແໜງການປົກຄອງ ພ້ອມທັງຄະນະປະສານງານຂອງອົງການຈັດຕັ້ງທາງສັງຄົມ ໄດ້ປະກອບຄໍາເຫັນ ແລະ ສົນທະນາແລກປ່ຽນປະສົບການຮ່ວມມືກັບແຜນງານເຊກາ.

    ຜົນສໍາເລັດທີ່ສໍາຄັນຂອງແຜນງານເຊກາ ມີດັ່ງນີ້່:

1. ການສະໜັບສະໜູນການພັດທະນາຂີດຄວາມສາມາດໃຫ້ແກ່ 37 ອົງການຈັດຕັ້ງທາງສັງຄົມ ໂດຍຜ່ານທຶນຊ່ວຍເຫຼືອລ້າຂະໜາດນ້ອຍ ຈາກການສະໜັບສະໜູນໂດຍແຜນງານເຊກາ ໃນການປັບປຸງຄວາມອາດສາມາດຂອງອົງກອນ ແລະ ພົນລະເມືຶອງລາວ ຫຼາຍກວ່າ 9.000 ຄົນ ທີ່ໄດ້ຮັບຜົນປະໂຫຍດ ການພົວພັນ ແລະ ການສົນທະນາລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລາວ ໄດ້ຮັບການປັບປຸງ; ໄລຍະເວລາໃນການລົງທະບຽນຂອງອົງການຈັດຕັ້ງທາງສັງຄົມລາວ ໄດ້ຫຼຸດລົງຈາກ 595 ມື້ໃນປີ 2018 ມາເປັນ 151 ມື້ໃນປີ 2022.

    2. ສົ່ງເສີມການຮຽນຮູ້ ແລະ ຖອດຖອນບົດຮຽນຈາກປະສົບການຂອງສະພາແຫ່ງຊາດ ສູ່ສະພາປະຊາຊົນຂັ້ນແຂວງ 18 ແຂວງທົ່ວປະເທດ ໃນການປະຕິບັດພາລະບົດບາດ ແລະ ຂັ້ນຕອນຂອງສະພາແຫ່ງຊາດ ຊຸກຍູ້ໃຫ້ສະພາປະຊາຊົນຂັ້ນແຂວງທັງໝົດສາມາດດຳເນີນງານ ແລະ ນຳໃຊ້ກົນໄກຕ່າງໆເພື່ອໝູນໃຊ້ເຂົ້າໃນການມີສ່ວນຮ່ວມກັບສາທາລະນະ ເປັນຕົ້ນແມ່ນ: ການຮັບຟັງຄຳຄິດເຫັນປະຊາຊົນ ແລະ ການທາບທາມຄຳຄິດເຫັນ ການລົງເຜີຍແຜ່  ແລະ  ການຕິດຕາມກວດກາ  ສາຍດ່ວນຂອງປະຊາຊົນ ສະໜອງຂໍ້ສະເໜີແນະຂອງຊ່ຽວຊານໃນການສ້າງນິຕິກຳ ເສີມສ້າງຄວາມຮູ້ໃນການທົບທວນການຕິດຕາມກວດກາງົບປະມານໃຫ້ແກ່ພະນັກງານຂອງສະພາປະຊາຊົນຂັ້ນແຂວງທີ່ຜ່ານການຝຶກອົບຮົມ ຫລາຍກ່ວາ 1.200 ທ່ານ.

    3. ປູກຈິດສຳນຶກກ່ຽວກັບກົດໝາຍ ແລະ ສິດທິຂອງພົນລະເມືອງ  ແລະ ການໃຫ້ຄວາມຊ່ວຍເຫຼືອໃນການເຂົ້າເຖິງຂະບວນການຍຸຕິທໍາ ສ້າງຄວາມເຂັ້ມແຂງກ່ຽວກັບບັນຫາເພດພາວະໃນວຽກໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ສະໜັບສະໜູນການເພີ່ມທະວີບົດບາດການປະສານງານຂອງກະຊວງການຕ່າງປະເທດໃນການ ຈັດຕັ້ງປະຕິບັດພັນທະກົດໝາຍສາກົນຂອງ ສປປ ລາວ.

      ສະມາຊິກສະພາທີ່ປຶກສາ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດຂອງແຜນງານເຊກາ ຊຶ່ງຄູ່ຮ່ວມພັດທະນາຂອງທີມເອີຣົບ ໃຫ້ການຢືນຢັນອີກເທື່ອໜຶ່ງ ຕໍ່ການຮ່ວມມືໃນການສະໜັບສະໜູນວຽກງານປົກຄອງທີ່ດີ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສິດທິມະນຸດໃນ ສປປ ລາວ ໃນໄລຍະ II ຂອງແຜນງານເຊກາ. ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ສົນທະນາ ແລະ ແລກປ່ຽນຢ່າງກົງໄປກົງມາ. ສະມາຊິກສະພາທີ່ປຶກສາຂອງແຜນງານເຊກາ ຢືນຢັນເຖີງຄວາມຕັ້ງໃຈຮ່ວມກັນໃນການເລີ່ມຕົ້ນການຈັ້ດຕັ້ງປະຕິ ບັດ “ແຜນງານເຊກາ ໄລຍະ II  ຈະໄດ້້ເລີ່ມໃນເດືອນພະຈິກ 2022 ນີ້.

error: Content is protected !!