ຫົວເຫວີຍ ນໍາສະເໜີ All-Band 5G Solution Series

    ໃນກອງປະຊຸມ Global Mobile Broadband Forum 2022 (MBBF2022) ວັນທີ 26 ຕຸລາ 2022 ຢູ່ບາງກອກ ປະເທດໄທ ທ່ານ Yang Chaobin ປະທານຂອງ Huawei ICT Products & Solutions ແລະ Huawei Wireless Solution ໄດ້ເຜີຍແນວຄວາມຄິດ “One 5G” ແລະ ໂຊລູຊັ່ນທີ່ອອກແບບມາເພື່ອອຳນວຍຄວາມສະດວກໃຫ້ວິວັດທະນາການຂອງທຸກແບນຂອງ 5G ເຊິ່ງທ່ານ Yang Chaobin ກ່າວວ່າ: 5G ຢູ່ໃນສະຖະການທີ່ມີການພັດທະນາຢ່າງວ່ອງໄວ ເຊິ່ງອະນາຄົດຮຽກຮ້ອງໃຫ້ວິວັດທະນາການຂອງທຸກແບຣນມຸ່ງໄປສູ່ 5G ເພື່ອໃຫ້ປະສິດທິຜົນທີ່ດີທີ່ສຸດ ແລະ ປະສົບການທີ່ມີການບໍລິໂພກພະລັງງານໜ້ອຍທີ່ສຸດ.

    5G ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ວ່ອງໄວນັບແຕ່ທໍາອິດຖືກນໍໃຊ້ໃນທາງການຄ້າເມື່ອ 3 ປີກ່ອນ ດ້ວຍເຄືອຂ່າຍທີ່ຄວບຄຸມ ອຸປະກອນ ແລະ ຜູ້ໃຊ້ທັງໝົດທີ່ອັດຕາເພີ່ມຂຶ້ນຢ່າງຫຼວງຫຼາຍ 5G ສະໜອງປະສົບການດ້ານດີຈີຕອນ ສາມາດຮັບຊົມພາບລະດັບ HD ແລະ immersive ຫຼາຍຂຶ້ນໃຫ້ຜູ້ບໍລິໂພກ ແລະ ໄດ້ເລັ່ງການຫັນເປັນດີຈີຕອນທົ່ວອຸດສາຫະກໍາ ມັນ​ໄດ້​ປັບ​ປຸງ​ວິ​ທີ​ການ​ເຮັດ​ວຽກ​ຂອງ​ຜູ້ຄົນໃຫ້ມີປະສິດທິຜົນທີ່ສຸດໃນທາງທຸລະກິດ ໃນແງ່ຂອງການກໍ່ສ້າງເຄືອຂ່າຍ 5G ຜູ້ປະກອບການໄດ້ສຸມໃສ່ການພັດທະນາ TDD ແລະ mmWave ໃນໄລຍະເບື້ອງຕົ້ນ ແຕ່ບໍ່ດົນມານີ້ TDD+FDD convergence ໄດ້ເປັນທາງເລືອກສໍາລັບຜູ້ປະ ກອບການສ່ວນໃຫຍ່ ໃນອະນາຄົດການເຊື່ອມຕໍ່ ແລະ ການບໍລິການທັງໝົດຈະຕ້ອງປັບຕົວເຂົ້າກັບ 5G ເພື່ອຈະມີຄວາມກ່ຽວຂ້ອງກັນ Huawei ໄດ້ພັດທະນາແນວຄວາມຄິດ “One 5G” ເພື່ອເພີ່ມຄວາມສາມາດຂອງການໃຊ້ງານທຸກແຖບຄວາມຖີ່ ແລະ ອໍານວຍຄວາມສະດວກໃນການປະສານງານລະຫວ່າງແຖບຄວາມຖີ່ຕ່າງໆ ເຊິ່ງວາງພື້ນຖານສໍາລັບການກໍ່ສ້າງເຄືອຂ່າຍ 5G ທີ່ມີປະສິດທິຜົນ ແລະ ປະຫຍັດຄ່າໃຊ້ຈ່າຍ.

    Meta AAU ກັບ ELAA ເພິີ່ມພື້ນທີ່ສັນຍານຄວບຄຸມທັງ TDD Uplink ແລະ Downlink ແຕ່ນໍາໃຊ້ພະລັງງານທີ່ຕໍ່າທີ່ສຸດ: ການລວມກັນຂອງແບນວິດສູງ TDD ແລະ Massive MIMO ໄດ້ເປີດໃຊ້ປະສົບການຂ້າມຜ່ານຂອງ 5G ຄວາມຕ້ອງການອັນຮີບດ່ວນເພື່ອສະໜອງສັນຍານຄວບຄຸມທີ່ດີກວ່າ ແລະ ຄວາມສາ ມາດທີ່ສູງຂຶ້ນ ດ້ວຍການນໍາໃຊ້ພະລັງງານທີ່ຕ່ໍາໄດ້ເປັນແຮງຂັບເຄື່ອນໃນການພັດທະນາ TDD Massive MIMO Meta AAU ຂອງ Huawei ເພີ່ມປະສິດທະຜົນໃນການນໍາໃຊ້ພະລັງງານໃນລະດັບໃໝ່ ໂດຍການໃຊ້ເຕັກໂນໂລຊີສາຍອາກາດຂະໜາດໃຫຍ່ທີ່ສຸດ (ELAA) ເຊັ່ນດຽວກັບຊອບແວ ແລະ ຮາດແວທີ່ເປັນນະວັດຕະກໍາ ເຊັ່ນ: ວິທີການ ແລະ ສະຖາປັດຕະຍະກໍາຂອງລະບົບ Meta AAU ໄດ້​ຖືກ​ນໍາ​ໃຊ້​ຫຼາຍທົ່ວໂລກ ແລະ ຜ່ານມາມີ​ການ​ສົ່ງມອບ​​ຫຼາຍ​ກ​ວ່າ 100.000 ເຄື່ອງ​​ ເຊິ່ງໄດ້ຖືກພິສູດໃຫ້ເຫັນປະສົບການຂອງຜູ້ໃຊ້ uplink ແລະ downlink ເຖິງ 30% ເທົ່າກັບປະລິມານການນໍາໃຊ້ພະລັງງານ ແລະ ຮັບປະກັນລະດັບສັນຍານຄວບຄຸມ ຂະນະທີ່ການນໍາໃຊ້ພະລັງງານໜ້ອຍລົງ 30% ອຸປະກອນທີ່ມີຄວາມສາມາດຮອງຮັບແບນວິດທີ່ສູງຂຶ້ນຈະເປັນສິ່ງທີ່ຜູ້ໃຫ້ບໍລິການເຄືອຂ່າຍດ້ານໂທລະຄົມມະນາຄົມຕ້ອງການເພື່ອຮອງຮັບການໃຊ້ງານໃນຍ່ານ C-band 800 MHz Meta AAU ຮຸ່ນໃໝ່ຂອງ Huawei ຊ່ວຍໃຫ້ການນຳໃຊ້ຕອບສະໜອງການໃຊ້ງານໃນແຖບຄວາມຖີ່ 3400 MHz-3800 MHz ແລະ ແຖບ 3800 MHz-4200 MHz ສໍາລັບສະຖານະການທີ່ມີພື້ນທີ່ຕິດຕັ້ງສາຍອາກາດຈໍາກັດ Huawei ນໍາສະເໜີ Meta Blade AAU ເຊິ່ງເປັນການລວມເອົາເຕັກໂນໂລຊີ Meta ແລະ Blade ເຂົ້ານໍາກັນ ເພື່ອເຮັດໃຫ້ການນໍາໃຊ້ Meta AAU ແລະ ໃນໄລຍະຄວາມຖີ່ ຕໍ່າກວ່າ 3GHz ທັງໝົດຢູ່ໃນສາຍອາກາດອັນດຽວ.

    ເຕັກໂນໂລຊີ Ultra-wideband ແລະ ຫຼາຍເສົາອາກາດ ເຮັດໃຫ້ການໃຊ້ງານງ່າຍຂຶ້ນດ້ວຍ FDD Spectrum ທີ່ແຕກແຍກ ແລະ ປັບປຸງປະສິດທິຜົນ Spectral: ແຖບ FDD Legacy ຈະສືບຕໍ່ພັດທະນາໄປສູ່ 5G ຂະບວນການນີ້ສ້າງຄວາມທ້າທາຍໃໝ່ ເນື່ອງມາຈາກຄື້ນຄວາມຖີ່ທີ່ມີຢູ່ກະແຈກກະຈາຍ ຄວາມຖີ່ີ່ທີ່ແຄບ ແລະ multi-RAT Huawei ໄດ້ອັບເກຣດຊຸດໂຊລູຊັນ ultra-wideband ແລະ multi-antenna ເພື່ອຊ່ວຍຜູ້ປະຕິບັດການສາມາດຕິດຕັ້ງ ແລະ ຈັດການອອກແບບເຄືອຂ່າຍງ່າຍຂຶ້ນ ປັບປຸງປະສິດທິຜົນຂອງການນໍາໃຊ້ຄື້ນຄວາມຖີ່ ແລະ ຮັບປະກັນການສົ່ງມອບປະສົບການຜູ້ໃຊ້ໃນ 5G Ultra-wideband 4T4R RRU ຂອງ Huawei ຮອງຮັບການໃຊ້ງານໃນແຖບຄວາມຖີ່ 700-900 MHz ແລະ 1.8-2.6/1.4 GHz ລວມແບຣນທີ່ຕ່າງກັນໃຫ້ສາມາດໃຊ້ງານໄດ້ໃນອຸປະກອນດຽວ ແລະ ການແບ່ງປັນພະລັງງານລະດັບ millisecond ແລະ ການແບ່ງປັນພະລັງງານໃຫ້ທຸກແຖບຄວາມຖີ່ ສາມາດໃຊ້ງານຮ່ວມກັນໄດ້ ສາມາດຊ່ວຍຫຼຸດການໃຊ້ພະລັງງານ 30% ຂະນະທີ່ຮັບປະກັນສັນຍານຄວບຄຸມຂອງເຄືອຂ່າຍ 2G ແລະ 3G ຜະລິດຕະພັນຂອງ Huawei ອີກອັນໜຶ່ງ ສອງແຖບ 8T8R RRU ທີ່ຮອງຮັບທັງແຖບ 1.8 GHz ແລະ 2.1 GHz ສາມາດເພີ່ມຄວາມສາມາດເຄືອຂ່າຍ 4G ແລະ 5G ໄດ້ 1.5 ແລະ 3 ເທົ່າ ເມື່ອນໍາໃຊ້ກັບເສົາອາກາດ 8T8R ຂອງສາຍອາກາດໂມເດວ Hertz Platform 8T8R RRU ສາມາດຫຼຸດຜ່ອນການນໍາໃຊ້ພະລັງງານໄດ້ 15% ຍ້ອນເຕັກໂນໂລຊີເຊື່ອມຕໍ່ທີ່ບໍ່ມີການນໍາໃຊ້ສາຍໃນການເຊື່ອມຕໍ່ ລະຫວ່າງສາຍອາກາດເພື່ອຫຼຸດອັດ ຕາການຫຼຸດຜ່ອນຂອງພະລັງງານ (SDIF) ສໍາລັບສະຖານະການທີ່ຕ້ອງການພື້ນທີ່ຄວບຄຸມຂະໜາດໃຫຍ່ Huawei ໃຫ້ FDD Massive MIMO AAU ເຊິ່ງສາມາດເພີ່ມຄວາມສາມາດເຄືອຂ່າຍ 4G ແລະ 5G 3 ແລະ 5 ເທົ່າ ເພີ່ມປະສິດທິຜົນ 4G ແລະ 5G ຜະ​ລິດ​ຕະ​ພັນ​ນີ້​ໄດ້​ຖືກ​ນໍາ​ໃຊ້​ທາງ​ການ​ຄ້າ​ຫຼາຍ​ກວ່າ 70 ເຄືອ​ຂ່າຍ​​ທົ່ວ​ໂລກ​ ສໍາລັບສະຖານະການສາຍອາດກາດດຽວ Huawei ນໍາສະເໜີສາຍອາກາດແບບ FDD Blade AAU ເຊິ່ງເປັນອຸດສາຫະກໍາທໍາອິດທີ່ປະສົມປະສານ FDD Massive MIMO AAUs ແລະ ສາຍອາກາດໃນໄລຍະທີ່ຕໍ່າກວ່າ 3 GHz ແບບ passive ທີ່ສາມາດຕິດຕັ້ງໄດ້ໃນໜຶ່ງເສົາສັນຍານຂະໜາດນ້ອຍ.

    LampSite ແລະ RuralLink Solutions ເປີດໃຊ້ 5G Ubiquitous: ພິຈາລະນາວ່າ 70% ຂອງການນໍາໃຊ້ການຮັບສົ່ງຂໍ້ມູນມາຈາກເຄືອຂ່າຍບໍ່ໃຊ້ສາຍໃນຮົ່ມ Huawei ໄດ້ພັດທະນາ LampSite 5.0 ທີ່ມີ TDD+FDD ແບບຫຼາຍແຖບ ແລະ ຫຼາຍ RAT ປະສົມປະສານ ເຊິ່ງໂຊລູຊັນນີ້ຄວາມໜັກຂອງອຸປະກອນ ຂະໜາດຂອງຮາດແວ ຫຼຸດລົງ 25% ຫຼຸດການໃຊ້ພະລັງງານລົງ 40% ຍ້ອນການອອກແບບກະທັດຮັດ ມີປະ ສິດທິຜົນ ນອກນີ້ໄລຍະຄວາມຖີ່ຂອງ mmWave ໄດ້ຖືກນໍາສະເໜີເພື່ອນໍາໃຊ້ສໍາລັບ LampSite ເພື່ອສະ ໜອງຄວາມສາມາດພາຍໃນການຮັບສົ່ງຂໍ້ມູນລະດັບ 10 Gbps ໂດຍອີງໃສ່ສະຖາປັດຕະຍະກໍາທີ່ຕິດຕັ້ງແບບກະຈາຍທົ່ວທຸກທີ່ ແລະ ແບນວິດຂະໜາດໃຫຍ່ ບໍລິສັດຍັງໄດ້ເປີດຕົວໂຊລູຊັນ RuralLink ທີ່ຖືກອອກແບບສໍາລັບເຂດຫ່າງໄກສອກຫຼີກ ທີ່ອາດຈະຍັງບໍ່ສາມາດເຂົ້າເຖິງການຮັບສົ່ງຂໍ້ມູນໄດ້ ດ້ວຍໂຊລູຊັນນີ້ 4T4R RRU ແລະ ເສົາອາກາດອັນດຽວ ແມ່ນລວມໃນໂຕດຽວ ເພື່ອສະໜອງສັນຍານຄວບຄຸມໃນພື້ນທີ່ຫ່າງໄກສອກ ຫຼີກ ແລະ microwave fronthaul ສາມາດໄດ້ຮັບການນໍາໃຊ້ໂດຍບໍ່ຈໍາເປັນຕ້ອງມີຕົວ BBUs ເພື່ອບັນລຸໄລ ຍະຫ່າງລະຫວ່າງສະຖານທີ່ໄກ 20 ກິໂລແມັດ ການອອກແບບລະບົບທີ່ລຽບງ່າຍ ແລະ ການນໍາໃຊ້ພະລັງ ງານທີ່ຕໍ່າທີ່ສຸດ ພຽງ 6 ໂຊລາ ກໍພຽງພໍສໍາລັບສະໜອງພະລັງງານ ແລະ ຮອງຮັບ O&M ບໍາລຸງຮັກສາຜ່ານລະບົບບໍ່ຈໍາເປັນຕ້ອງເດີນທາງໄປສະຖານີ.

    ການໃຊ້ງານໃນຂະນະທີ່ເຄື່ອນທີ່ມີຄວາມຍືດຍຸ່ນ ແລະ ອັດຕາການສູນເສຍໃນຂະນະການຮັບສົ່ງຂໍ້ມູນ ສາມາດເຮັດໃຫ້ແຖບບຄວາມຖີ່ໃນໄລຍະ mmWave ໃຊ້ງານໃນຮູບແບບ outdoor ແລະ indoor: ຄື້ນຄວາມຖີ່ໄລຍະ mmWave ມີຄວາມເໝາະສົມ ເຊິ່ງຫຼາຍກວ່າ 140 ຜູ້ປະກອບການ ໄດ້ນໍາໃຊ້ຄື້ນດັ່ງກ່າວເພື່ອໃຊ້ງານແບນວິດທີ່ສູງຂຶ້ນ ຮັອດສະປອດ out door ແລະ indoor ແມ່ນສະຖານະການນຳໃຊ້ປົກກະຕິຂອງ mmWave ແຕ່ສັນຍານ mmWave ຍັງມີຈຸດອ່ອນໃນການໃຊ້ງານຂະນະເຄື່ອນທີ່ ແລະ ມີອັດຕາການຫຼຸດທອນຂອງສັນຍານສູງ ເຊິ່ງເປັນສິ່ງທ້າທາຍສໍາລັບການນໍາໃຊ້ທາງການຄ້າ ໃນສະຖານະການຮັອດສະປອດ  outdoor ໂຊລູຊັນ mmWave ຂອງ Huawei ໃຊ້ພະລັງງານ (EIRP) ແລະ ຮາດແວ ELAA ເພື່ອປັບປຸງການຄວບຄຸມສັນຍານຂອງ mmWave ມັນຍັງເຮັດໃຫ້ການນໍາໃຊ້ iBeam ແລະ ລະບົບການປະສານງານແຖບຄວາມຖີ່ສູງ ແລະ ຕ່ໍາແບບອັດສະລິຍະ ເພື່ອບັນລຸການຈັດລໍາດັບ beam ທີ່ຊັດເຈນ ແລະ ການຕິດຕາມທີ່ໄວ ການທົດສອບພາຍໃຕ້ເຄືອຂ່າຍຕໍ່ເນື່ອງເປີດເຜີຍໃຫ້ເຫັນອັດຕາການຕອບຮັບຂອງຜູ້ໃຊ້ທີ່ສູງຢ່າງບໍ່ຢຸດ ຢັ້ງ ແຕ່ຍັງສາມາດຮັບສົ່ງໄດ້ໃນຍານພາຫະນະເຄື່ອນທີ່ ແລະ ສະພາບແວດລ້ອມພາຍໃນອາຄານ ຕາມຖະ  ໜົນຫົນທາງ ເມື່ອໃຊ້ໂຊລູຊັນ mmWave ຂອງ Huawei ໃນສະຖານະການແບບ indoor LampSite 5.0 ຂອງ Huawei ເຊິ່ງລວມເອົາ 800 MHz mmWave C-band ແລະ ແຖບ 1.8 GHz ໄດ້ຢ່າງບໍ່ຢຸດຢັ້ງກັບສະຖາປັດຕະຍະກຳທີ່ແຈກຢາຍ ສະໜອງຄວາມສາມາດຂະໜາດໃຫຍ່ໃນການຮັບສົ່ງຂໍ້ມູນສູງ 10 Gbps ຄວາມສາມາດໃໝ່ເຫຼົ່ານີ້ ຍັງຈະເຮັດໃຫ້ການເຊື່ອມຕໍ່ພາຍໃນ indoor ໄດ້ຢ່າງຢືດຢຸ່ນ ໃນຂະນະທີ່ປົດລັອກຄວາມສາມາດອັນເຕັມທີ່ຂອງ mmWave.

    IntelligentRAN ເສີມສ້າງເຄືອຂ່າຍ 5G ອັດສະລິຍະ: ໃນຂະນະທີ່ທຸກແຖບພັດທະນາໄປສູ່ 5G ເຄືອຂ່າຍອັດສະລິຍະ ຈໍາເປັນເພື່ອຮອງຮັບການບໍລິການ ແລະ ຄວາມຕ້ອງການທີ່ຫຼວງຫຼາຍ ປັບປຸງປະສິດທິຜົນ multi-RAT O&M ແລະ ດຸ່ນດ່ຽງປະສົບການຂອງຜູ້ໃຊ້ກັບຄວາມຕ້ອງການເພື່ອຫຼຸດຜ່ອນການໃຊ້ພະລັງງານເຄືອຂ່າຍ ສະຖາປັດຕະຍະກຳ IntelligentRAN ຂອງ Huawei ບັນລຸຄວາມອັດສະລິຍະເປັນຊັ້ນໆ ເພື່ອຊ່ວຍໃຫ້ຜູ້ປະກອບການຫຼຸດຜ່ອນຄ່າໃຊ້ຈ່າຍ O&M ເຄືອຂ່າຍ ຄວາມສາມາດເປີດເຄືອຂ່າຍ ແລະ ສ້າງໂອ ກາດທາງທຸລະກິດຫຼາຍຂຶ້ນ ນອກນີ້ການປະສົມປະສານຂອງ IntelligentRAN ແລະ One 5G ສໍາລັບທຸກແຖບຄວາມຖີ່ສາມາດປົດລ໋ອກຂໍ້ຈໍາກັດໃນການໂຮມ TDD FDD and mmWave ເຂົ້າດ້ວຍກັນ ແລະ ອໍານວຍຄວາມສະດວກໃນການປະສານງານທຸກແຖບສໍາລັບປະສິດທິຜົນເຄືອຂ່າຍທີ່ດີກວ່າ ແລະ ການບໍລິໂພກພະລັງງານຕ່ໍາ ປະຕິບັດຕາມຫຼັກການ: ການເຮັດວຽກຂອງທຸກແບນເຮັດໄດ້ພາຍໃນໜຶ່ງດຽວ ແລະ ເຄືອຂ່າຍຫໜຶ່ງດຽວ ເຊິ່ງທ່ານ Yang Chaobin ສະຫຼຸບວ່າ: 5G ກໍາລັງກ້າວເຂົ້າສູ່ຍຸກໃໝ່ ຂໍໃຫ້ສືບຕໍ່ນະວັດຕະກໍາ 5G ດ້ວຍເປົ້າໝາຍເພື່ອບັນລຸວິໄສທັດຂອງການປ່ຽນແປງໂລກ ດ້ວຍ 5G ແລະ ກ້າວໄປສູ່ອະນາຄົດແຫ່ງຄວາມອັດສະລິຍະ. (ສະບາໄພ 30/10/2022) 

error: Content is protected !!