ເປີດສູນບໍລິການກີລີລາວ ພ້ອມນໍາສະເໜີລົດໃໝ່ 2 ຮຸ່ນ Emgrand ແລະ Geometry C

    ພິທີເປີດສູນບໍລິການກີລີລາວຄົບວົງຈອນ ຈັດຂຶ້ນວັນທີ 28 ຕຸລາ 2022 ຢູ່ສູນກີລີລາວ ບ້ານສີດຳດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ ທ່ານ ສຸກສະໜອນ ສີຫາເທບ ປະທານກຸ່ມບໍລິສັດ ມະນີຍົມ ກຣຸບ ແລະ ກີລີ ລາວ ທ່ານນາງ ມະນີຍົມ ສີຫາເທບ ຮອງປະທານກຸ່ມບໍລິສັດມະນີຍົມ ກຣຸບ ແລະ ກີລີ ລາວ ພ້ອມດ້ວຍຄະນະບໍລິຫານ ແລະ ແຂກເຊີນເຊີນ ເຂົ້າຮ່ວມ. 

    ພາຍຫຼັງລົງນາມສັນຍາເປັນຕົວແທນຈຳໜ່າຍເປັນທາງການຂອງກີລີ ວັນທີ 18 ກຸມພາ 2021 ບໍລິສັດ ມະນີຍົມ ກໍໄດ້ຮີບຮ້ອນກໍ່ສ້າງໂຊລູມ ແລະ ສູນບໍລິການລະດັບ Class A ມາດຕະຖານໃຫຍ່ສຸດຂອງກີລີ ໂດຍໃຊ້ເວລາກໍ່ສ້າງ 1 ປີ ຈຶ່ງໄດ້ສຳເລັດ ແລະ ພ້ອມຮັບໃຊ້ບໍລິການ ເຊິ່ງຜ່ານມາ ມະນີຍົມໂອໂຕ ກຣຸບ ກໍຄື ກີລີລາວ ກໍໄດ້ນໍາສະເໜີລົດກີລີ ແລ້ວ 2 ຮຸ່ນ ຄື: Geely Coolray ແລະ Geely Azkarra ເຊິ່ງໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ ແລະ ມື້ນີ້ ກໍໄດ້ນຳສະເໜີລົດໃໝ່ 2 ຮຸ່ນ ຄື: Geely Emgrand ແລະ ລົດ ໄຟຟ້າ 100% Geometry C ສໍາລັບລົດເກງ Geely Emgrand ເປັນລົດ Sedan-B ເໝາະສຳລັບຄົນຮຸ່ນໃໝ່ທຸກເພດທຸກໄວ ທີ່ມາພ້ອມກັບເຕັກໂນໂລຊີຟັງຊັນທີ່ຫຼວງຫຼາຍ ແລະ ການຂັບຂີ່ທີ່ນຸ້ມນວນທຸກຈັງຫວະ ການອອກແບບມີຄວາມສວຍງາມ ແລະ ນຳໃຊ້ວັດສະດຸທີ່ມີຄຸນະພາບສູງ ທັງພາຍນອກ ແລະ ພາຍໃນ ມາພ້ອມກັບເຄື່ອງຈັກ 1.5L 8 Speed CVT 102 ແຮງມ້າ ແລະ ຈຸດເດັ່ນຫຼາຍຈຸດ ເຊັ່ນ: ພວງກະແຈອັດສະລິຍະ ຕິດຈັກຈາກໄລຍະໄກ ໂຄງສ້າງໂຕລົດສະຖາປັດຕະຍະກຳ BMA (B-segment Modular Architecture) ເຊິ່ງໃຊ້ເວລາຫຼາຍກວ່າ 4 ປີ ໃນການພັດທະນາ layout ກັບ Volvo ໂຕລົດມີຂະໜາດ    ກວ້າງ ໜ້າຈໍສຳພັດຂະໜາດ 8 ນິ້ວ ພ້ອມເຊື່ອມຕໍ່ WIFI ກັບໂທລະສັບຂຶ້ນໜ້າຈໍໂດຍບໍ່ໃຊ້ສາຍ ມີກ້ອງຖອຍລະດັບຄວາມຄົມຊັດ HD ເຊັນເຊີຫຼັງ ຖົງລົມນິລະໄພ 6 ຈຸດ ຕາໄຟທ້າຍຮູບແບບກະພິບ 3 ຮູບແບບ ພິເສດປະຕູຫຼັງສາມາດເປີດໂອໂຕ ເມື່ອໄປຢືນໃກ້ໆ 3 ວິນາທີ.

    ສ່ວນ Geometry C ເປັນລົດພະລັງງານໄຟຟ້າ 100% ສາກເຕັມໜຶ່ງຄັ້ງ ໄປໄດ້ 550 Km ມາດຕະ ຖານ NEDC Geometry C ມີນີຍາມທີ່ສືບທອດແຟຊັນ ແລະ ເຕັກໂນໂລຍຊີທີ່ເນັ້ນການອອກແບບຕາມຫຼັກເລຂາຄະນິດ ມາພ້ອມກັບນະວັດຕະກຳທີ່ທັນສະໄໝ ແລະ ຄວາມປອດໄພລະດັບສູງສຸດ ເປັນຕົ້ນລະບົບກູ້ດຶງພະລັງງານກັບມາໃຊ້ງານຄືນ ຫຼື ໂມດຂັບຂີ່ສຸກເສີນ Eco+ ທີ່ຈະຊ່ວຍເພີ່ມໄລຍະທາງໄປໄດ້ໄກຂຶ້ນ 8% ແລະ ອື່ນໆ ນອກນີ້ຍັງມີອັອບຊັນພິເສດເຊັນ: HUD ສະແດງຄວາມໄວທີ່ແກ້ວແວ່ນໜ້າ ລະບົບຄວາມປອດໄພຫຼ້າສຸດເວີຊັນ 9.3 ESP (TCS ປ້ອງການການມື້ນໄຫຼ VDC ຄວບຄຸມການຊົງໂຕຂອງລົດແບບແປຜັນ HBA ລະບົບຊ່ວຍເບກໄຮໂດຣລິກ HBB ເພີ່ມປະສິດຕິຜົນເບກດ້ວຍໄຮໂດຣລິກ HBC ໄຮໂດຣລິກພາວເວີເບກຊົດເຊີຍເບກມີຄວາມຜິດປົກກະຕິ HHC ປ້ອງກັນການໄຫຼກໍລະນີຢູ່ທາງຊັນ CDP ລະບົບຊ່ວຍເບກແປຜັນ CRBS ໂຕຊ່ວຍຄວມຄຸມການເບກ ແລະ ກູ້ພະລັງງານຄືນ) ລະບົບໂຕຊ່ວຍອັດສະລິຍະ 14 ຈຸດ ກ້ອງ ມຸມມອງ+ເຊັນເຊີຮອບໂຕລົດ ແລະ Redar ດ້ານໜ້າ ຟັງຊັນ Full ACC adaptive Cruise Function: ລົດຈະແລ່ນດ້ວຍຄວາມໄວທີ່ຕັ້ງໄວ້ ໂດຍບໍ່ຢຽບຄັນເລັ່ງ ເມື່ອມີລົດດ້ານໜ້າຄວາມໄວຈະຫຼຸດຕາມ ຫຼື ເມື່ອລົດດ້ານໜ້າຈອດຈະເບກຈອດນຳ ແລະ ເມື່ອລົດດ້ານໜ້າແລ່ນຕໍ່ ຈະແລ່ນຕາມ ແລະ ປອດໄພສູງສຸດ Redar ດ້ານໜ້າຮຸ່ນລ່າສຸດ 77GHz ກວດຈັບໄດ້ໄກ ລົດ ຫຼື ຄົນໄດ້ເຖິງ 40 ເປົ້າໝາຍ BSD ແຈ້ງເຕືອນມູມອັບສາຍຕາຢູ່ແວ່ນຂ້າງ LKA+LDW ໂຕຊ່ວຍຄວບຄຸມລົດໃຫ້ຢູ່ໃນເລນແລ່ນລົດ IHBC ຕາໄຟສູງເປີດປິດ ອັດ ຕະໂນມັດ.

    ລົດ GEELY ແມ່ນລົດສັນຊາດຈີນ ທີ່ປະສົມປະສານ ແລະ ຖ່າຍທອດເຕັກໂນໂລຊີຈາກລົດຍີ່ຫໍ້ Volvo (ຈາກປະເທດຊູແອັດ) ແຕ່ປີ 2010 ແລະ ເປັນລົດສັດຊາດຈີນຮຸ່ນທຳອິດ ແລະ ຮຸ່ນດຽວທີ່ບັນລຸຍອດຂາຍທົ່ວໂລກ ຫຼາຍກວ່າ 10 ລ້ານຄັນ ໃນປີ 2020 (ຍອດຂາຍປີ 2020 ຈຳນວນ 1,32 ລ້ານຄັນ) ແລະ ຕັ້ງເປົ້າ 1,53 ລ້ານຄັນ ໃນປີ 2021 ແລະ ປີ 2022 ກໍເປັນບາດກ້າວທີ່ສຳຄັນທີ່ສຸດ ກຸ່ມບໍລິສັດ Manignom Group ຍັງນໍາເຂົ້າລົດຈາກ General Motor ເຊັ່ນ: Chevrolet ແລະ Cadillac ແຕ່ປີ 2012 ນອກນີ້ຍັງມີອຸປະກອນໜັກ ແລະ ລົດບັນທຸກປະເພດຕ່າງໆ (Heavy Equipment & Truck) ຫຼາຍຍີ່ຫໍ້ຈາກ ສ ເກົາຫຼີ ເຊັ່ນ: Hyundai Daewoo Soosan ຈາກ ສປ ຈີນ ເຊັ່ນ: Shantui Tongly Shacman ແລະ ອື່ນໆ.​

    ທ່ານ ສຸກສະໝອນ ສີຫາເທບ ກ່າວວ່າ: ພວກເຮົາມີຄວາມໝັ້ນໃຈຢ່າງຍິ່ງວ່າລົດທັງ 2 ຮຸ່ນ ທີ່ນໍາສະເໜີຄັ້ງນີ້ ແລະ ໂຊລູມ-ສູນບໍລິການກີລີ ລາວ ຈະສາມາດຕອບສະໜອງຄວາມຕ້ອງການ ແລະ ໃຫ້ທ່ານໄດ້ພົບກັບປະສົບການທີ່ເກີນຄວາມຄາດຫວັງ ເພື່ອອຳນວຍຄວາມສະດວກແກ່ລູກຄ້າແບບຄົບວົງຈອນ ດ້ວຍມາດຕະ ຖານດຽວກັນທົ່ວປະເທດ ກີລີ ລາວ ມີແຜ່ນທີ່ຈະຂະຫຍາຍສາຂາໄປພາກໃຕ້ໃນໄວໆນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະນຳເອົາຜະລິດຕະພັນທີ່ດີທີ່ສຸດ ແລະ ເໝາະສົມກັບປະເທດເຮົາຫຼາຍທີ່ສຸດ ມາໃຫ້ຊາວລາວທຸກທ່ານ.

(ສະບາໄພ 30/10/2022) 

error: Content is protected !!