ກອງປະຊຸມປຶກສາຫາລືກ່ຽວກັບຍຸດທະສາດ ແລະ ແຜນຈັດຕັ້ງປະຕິບັດການບໍລິຫານຈັດການຂີ້ເຫຍື້ອແບບຍືນຍົງ ຢູ່ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 12 ມິຖຸນາ 2020 ຢູ່ໂຮງແຮມຄຣາວພຼາຊາ ໂດຍການເປັນປະທານຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ມີທ່ານນາງ ຢົງ ຈອງ ຄິມ ຕາງໜ້າອົງການ KOICA ປະຈຳ ສປປ ລາວ ທ່ານ ເຈ ຊັນ ລີ ຕາງໜ້າສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພູຂົງ ບັນນະວົງ ກ່າວວ່າ: ນະຄອນຫຼວງວຽງຈັນເປັນສູນກາງທາງດ້ານການເມືອງ ເສດຖະກິດ ແລະ ວັດທະນະ ທຳ-ສັງຄົມ ແມ່ນມີການຂະຫຍາຍຕົວຢ່າງວ່ອງໄວ ບັນຫາສະພາບແວດລ້ອມກຳລັງເປັນບັນຫາໜຶ່ງ ທີ່ພວກເຮົາຫຼີກລ່ຽງບໍ່ໄດ້ ເປັນຕົ້ນ ແມ່ນຂີ້ເຫຍື້ອຈາກຄົວເຮືອນ ຈາກຕະຫຼາດ ສຳນັກງານອົງການ ໂຮງຈັກ ໂຮງງານ ແມ່ນນັບມື້ນັບຫຼາຍຂຶ້ນ ສະເລ່ຍປະລິມານຂີ້ເຫຍື້ອໃນທຸກມື້ນີ້ ຢູ່ ນວ ແມ່ນເກືອບ 500-600 ໂຕນຕໍ່ມື້ ແຕ່ພວກເຮົາເອົາໄປບຳບັດຢູ່ຫຼັກ 32 ກໍໄດ້ພຽງແຕ່ 300-350 ໂຕນຕໍ່ມື້ເທົ່ານັ້ນ ສ່ວນທີ່ເຫຼືອກໍແມ່ນຖືກຖິ້ມຊະຊາຍລົງຕາມແຄມແມ່ນ້ຳ ຕາມຖະໜົນຫົນທາງ ຕາມຮ່ອງລະບາຍ ນ້ຳເຫຼົ່ານີ້ເປັນຕົ້ນ.

ຍ້ອນເຫັນໄດ້ຄວາມສຳຄັນໃນການປົກປັກຮັກສາສິ່ງແວດລ້ອມ ເຫັນຄວາມສຳຄັນໃນການສ້າງນະຄອນຫຼວງ ໃຫ້ເປັນເມືອງໜ້າຢູ່ຕາມທິດສີຂຽວ ແລະ ຍືນຍົງ ໂດຍສະເພາະ ແມ່ນເພື່ອບັນລຸ 6ສ ທີ່ ນວ ໄດ້ຈັດຕັ້ງເປົ້າໝາຍໄວ້ ເຮັດແນວໃດເພື່ອໃຫ້ຂີ້ເຫຍື້ອກາຍເປັນເງິນເປັນຄຳ ເຮັດໃຫ້ຂີ້ເຫຍື້ອນັບມື້ນັບໜ້ອຍລົງ ວິຊາການພວກເຮົາຕ້ອງມີການຄົ້ນຄວ້າ ຊອກຫາວິທີການກຳຈັດ ທີ່ສົມເຫດສົມຜົນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມານຳໃຊ້ຢູ່ໃນ ນວ.
ສຳລັບຮ່າງແຜນຍຸດທະສາດນີ້ ຖືວ່າມີຄວາມສຳຄັນຫຼາຍ ພາຍຫຼັງຮ່າງແຜນຍຸດທະສາດສະບັບນີ້ໄດ້ຖືກຮັບຮອງແລ້ວ ພວກເຮົາກໍຈະມີບ່ອນອີງໃນການສືບຕໍ່ສ້າງລະບຽບການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນຕໍ່ໜ້າ ສະນັ້ນ ຂ້າພະເຈົ້າຂໍຮຽກຮ້ອງມາຍັງສຳມະນາກອນທັງຫຼາຍຈົ່ງພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດ-ຄຳເຫັນ ໃສ່ຮ່າງຍຸດທະສາດນີ້ ໃຫ້ມີເນື້ອໃນສົມບູນ ຄົບຖ້ວນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງ ນວ ເພື່ອນຳໄປໃນການແກ້ໄຂບັນຫາຂີ້ເຫຍື້ອໃນຕົວເມືອງ ທີ່ມີປະລິມານເພີ່ມຂຶ້ນໃນແຕ່ລະປີໃຫ້ຫຼຸດໜ້ອຍຖອຍລົງ.