ກ້າວໄປສູ່ 5.5G ເພື່ອເປັນຮາກຖານຂອງອະນາຄົດ

    ທ່ານ ເດວິດ ຫວັງ ກໍາມະການບໍລິຫານ ແລະ ປະທານຝ່າຍຜະລິດຕະພັນ ແລະ ໂຊລູຊັນຂອງ Huawei ກ່າວປາໄສໃນຫົວຂໍ້ “ກ້າວໄປສູ່ 5.5G ເພື່ອເປັນຮາກຖານຂອງອະນາຄົດ” ໃນກອງປະຊຸມ Global MBB Forum 2022 ວັນທີ 26 ຕຸລາ 2022 ຢູ່ບາງກອກ ປະເທດໄທ ໂດຍທ່ານໄດ້ເຜີຍແຜ່ຄວາມພະຍາ ຍາມຮ່ວມກັນລະຫວ່າງພັນທະມິດ ເພື່ອສົ່ງຜົນໃຫ້ອຸດສາຫະກໍາໄດ້ມີຄວາມກ້າວໜ້າ ແລະ ພ້ອມທີ່ຈະກ້າວໄປສູ່ 5.5G ເພື່ອບັນລຸຈຸດສໍາຄັນນີ້ ໄດ້ຮຽກຮ້ອງໃຫ້ຜູ້ມີສ່ວນໄດ້ສ່ວນເສຍໃນອຸດສາຫະກໍານີ້ ກຽມພ້ອມໃນທຸກດ້ານ ເພື່ອໃຫ້ພວກເຮົາສາມາດກ້າວໄປສູ່ຍຸກ 5.5G ໄດ້ໄວຂຶ້ນ ແລະ ສ້າງໂລກອັດສະລິຍະທີ່ຢັ້ງຢືນໄປພ້ອມກັນ.

    ເມື່ອໂລກມີການປ່ຽນແປງໄປສູ່ໂລກແຫ່ງອັດສະລິຍະທີ່ວ່ອງໄວ ການປ່ຽນແປງດັ່ງກ່າວເຮັດໃຫ້ຄວາມຕ້ອງ ການດ້ານຮາກຖານດ້ານດີຈີຕອນເພີ່ມຂຶ້ນ ແລະ ຈຸດໝາຍຕໍ່ໄປທີ່ພວກເຮົາຕ້ອງບັນລຸໃນເສັ້ນທາງການກ້າວເປັນອັດສະລິຍະ ແມ່ນຕ້ອງກ້າວໄປສູ່ 5.5G ເພື່ອມອບປະສົບການການໃຊ້ງານໃນອັດຕາການຮັບ-ສົ່ງຂໍ້ມູນສູງເຖິງ 10 Gbit/s ທັງຮອງຮັບການເຊື່ອມຕໍ່ຫຼາຍແສນລ້າງອຸປະກອນ ແລະ ຮອງຮັບຄຣາວ Native intelligence.

    ທ່ານ ເດວິດ ຫວັງ ເນັ້ນ​ວ່າ: ຫຼັງ​ຈາກ​ 2 ປີ​ຂອງ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ໃນ​​ອຸດ​ສາ​ຫະ​ກໍາ​ 5.5G ໄດ້​ມີ​ຄວາມ​ຄືບ​ໜ້າ​ອັນ​ໃຫຍ່​ຫຼວງ​ ແລະ​ ມີ 3 ​ຢ່າງ​ທີ່ຊັດເຈນ ຄື: ທໍາອິດ ການກໍານົດມາດຕະຖານຂອງ 5.5G ໄດ້ຖືກລິເລີ່ມ ແລະ ຢູ່ໃນການດໍາເນີນກົນລະຍຸດຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ 5.5 G ບໍ່ເປັນພຽງວິໄສທັດອີກຕໍ່ໄປ ອັນທີສອງ ອຸດສາຫະກໍາໄດ້ປະສົບຜົນສໍາເລັດໃນການນໍາຄວາມກ້າວໜ້າດ້ານເຕັກໂນໂລຊີທີ່ສໍາຄັນສໍາລັບ 5.5G ແລະ ດ້ວຍເສັ້ນທາງການຮັບ-ສົ່ງຂໍ້ມູນທີ່ກວ້າງຂຶ້ນ ຫຼື ແບນວິດຂະໜາດໃຫຍ່ ແລະ ເຕັກໂນໂລຊີ ELAA ສາມາດສົ່ງມອບປະສົບການຮັບສົ່ງຂໍ້ມູນ 10 Gbit/s ອັນທີສາມ ອຸດສາຫະກໍາມີວິໄສທັດທີ່ຊັດເຈນສໍາລັບ IoT ໃນສາມປະເພດຂອງເຕັກໂນໂລຊີ IoT ທີ່ໃຊ້ໃນ 5.5G ຄື: NB-IoT RedCap ແລະ IoT ແບບ passive ທີ່ຮອງຮັບການເຊື່ອມຕໍ່ອຸປະກອນເປັນຈໍານວນຫຼາຍ.

    ອຸດສາຫະກໍາການສື່ສານກໍາລັງພັດທະນາຢ່າງຕໍ່ເນື່ອງ 5.5G ມີຄວາມກ້າວໜ້າຢ່າງວ່ອງໄວ ໃນອະນາ ຄົດ ໜ້າທີ່ຂອງພວກເຮົາຕ້ອງຮັບມືກັບ 5 ປັດໃຈໃໝ່ ຄື: ຕ້ອງກໍານົດມາດຕະຖານ ແລະ ສົ່ງເສີມການຄົ້ນ ຄວ້າເຕັກໂນໂລຊີ: ການກໍານົດມາດຕະຖານຊີ້ນໍາອຸດສາຫະກໍາການສື່ສານແບບບໍ່ໃຊ້ສາຍ ແລະ ຈະນໍາພາອຸດສາຫະກໍາ 5.5G ກ້າວໄປຂ້າງໜ້າຕາມເສັ້ນທາງທີ່ກໍານົດໄວ້ຢ່າງຊັດເຈນ ພວກເຮົາຕ້ອງເຮັດວຽກຮ່ວມກັນໃຫ້ແນ່ໃຈຕາມຂໍ້ກໍານົດ Release 18 ຈະຕ້ອງເກີດຂຶ້ນພາຍໃນໄຕມາດ 1 ປີ 2024 ຕາມແຜນການເພື່ອເຮັດໃຫ້ເຄືອຂ່າຍ 5.5G ມີປະສິດທິຜົນຂຶ້ນ 10 ເທົ່າ ໃນສ່ວນຂອງ Release 19 ແລະ ຂໍ້ກໍານົດອື່ນໆໃນອະນາຄົດພວກເຮົາຄວນຮ່ວມກັນໃນລະຫວ່າງການປັບປຸງມາດຕະຖານ 5.5G ເພື່ອຄົ້ນຫາຄວາມສາມາດທີ່ 5.5G ຕ້ອງມີຄຸນສົມ ບັດແນວໃດ ເພື່ອຮອງຮັບການບໍລິການໃໝ່ໆ ພ້ອມທັງເຮັດໃຫ້ມີການໃຊ້ງານໃຫ້ມີທ່າແຮງສູງສຸດ.

    ຕ້ອງຈັດສັນຄື້ນຄວາມຖີ່ທີ່ກວ້າງເປັນພິເສດ: ພວກເຮົາຄວນບໍລິຫານການໃຊ້ງານໄລຍະຄື້ນຄວາມຖີ່ຕໍ່າກວ່າ 100 GHz ຢ່າງເຕັມທີ່ ເພື່ອສ້າງແບນວິດຂະໜາດໃຫຍ່ພິເສດຮອງຮັບ 5.5G ໂດຍມີ mmWave ເປັນຍ່ານຄວາມຖີ່ຫຼັກສໍາລັບ 5.5G ຜູ້ໃຫ້ບໍລິການເຄືອຂ່າຍຈະຕ້ອງໄດ້ຮັບຄື້ນຄວາມຖີ່ຢ່າງໜ້ອຍ 800 MHz ເພື່ອເຮັດໃຫ້ປະສົບການ ການໃຊ້ງານບັນລຸ 10 Gbps 6 GHz ຍັງເປັນແຖບ ultra-wide ທີ່ມີທ່າແຮງສໍາລັບ 5.5G ໂດຍຄວາມຖີ່ຍ່ານ 6 GHz ເປັນຍ່ານຄວາມຖີ່ທີ່ມີປະສິດທິຜົນພຽງພໍ ເພື່ອການຮອງຮັບບໍລິການທີ່ຈະເກີດຂຶ້ນໃນຍຸກຂອງ 5.5G ແລະ ເມື່ອຄື້ນຄວາມຖີ່ດັ່ງກ່າວ ໄດ້ຮັບການສະໜັບສະໜູນໃຫ້ເປັນຄື້ນຄວາມຖີ່ສໍາລັບໂທລະຄົມມະນາຄົມເຄື່ອນທີ່ສາກົນ (IMT) ໃນກອງປະຊຸມຂອງ WRC-23 ທີ່ຈະຈັດຂຶ້ນໃນປີໜ້າ ປະ ເທດຕ່າງໆກໍຈະເລີ່ມມີການຈັດກຽມປະມູນຄື້ນຄວາມຖີ່ 6 GHz ແລະ ພວກເຮົາສາມາດປັບຄວາມຖີ່ໃນຍ່ານດັ່ງກ່າວໃຫ້ມີຄວາມກວ້າງແບນວິດພິເສດໄດ້ເພື່ອຮອງຮັບບໍລິການໃນ 5.5G.

    ຕ້ອງກະກຽມສໍາລັບ 5.5G ກັບເຄືອຂ່າຍຜູ້ໃຫຍ່ ອຸປະກອນ ແລະ ຊິບ: ພາກສ່ວນຂອງເຄືອຂ່າຍ ແລະ ອຸປະກອນ ຕ້ອງໄດ້ຮັບການອັບເກຣດເພື່ອໃຫ້ຮອງຮັບການຮັບສົ່ງຂໍ້ມູນ 10 Gbps ຜະລິດຕະພັນຂອງ Huawei ໂດຍສະເພາະມາພ້ອມກັບເຕັກໂນໂລຊີ ELAA ທີ່ສາມາດຮອງຮັບສາຍອາກາດໄດ້ຫຼາຍກວ່າ 1.000 ຊຸດ ທີ່ເໝາະສໍາລັບຍ່ານຄວາມຖີ່ກາງ ແລະ ຄວາມຖີ່ສູງ ແລະ ມາພ້ອມກັບເຕັກໂນໂລຊີ Massive MIMO ທີ່ສະໜັບສະໜູນຄວາມສາມາດໄດ້ 128T ນອກນີ້ການດໍາເນີນການພັດທະນາພາກສ່ວນຂອງຊິບ ແລະ ອຸປະ ກອນຂອງ 5.5G ກໍມີສ່ວນສໍາຄັນທີ່ຈະເຮັດໃຫ້ອຸປະກອນຕ່າງໆເຮັດວຽກໄດ້ຢ່າງອັດສະລິຍະຫຼາຍຂຶ້ນ ເພື່ອສາ ມາດຮອງຮັບ 3T8R ຫຼື ຫຼາຍກວ່າ ແລະ ສາມາດຮອງຮັບຫຼາຍກວ່າສີ່ຜູ້ໃຫ້ບໍລິການ.

    ຕ້ອງເຮັດວຽກຮ່ວມກັນເພື່ອສ້າງລະບົບນິເວດ 5.5G ທີ່ແຂງແກ່ນ: ລະບົບນິເວດທີ່ແຂງແກ່ນ ຈະຕ້ອງສະໜອງຕາມຄວາມຕ້ອງການດ້ານດີຈີຕອນໃຫ້ດີຂຶ້ນໃນທຸກສະຖານະການ ເອົາລະບົບນິເວດ IoT ທີ່ຮອງຮັບໃຊ້ 5.5G ເຊິ່ງຜູ້ໃຫ້ບໍລິການ ແລະ ຈໍາໜ່າຍອຸປະກອນ ຈະຕ້ອງປັບປຸງແຜນການສໍາລັບເຄືອຂ່າຍເພື່ອຮອງຮັບເຄືອຂ່າຍ 5.5G ສ້າງການເຊື່ອມຕໍ່ແບບຍືດຍຸ່ນ ແລະ ສະຖຽນ ລະຫວ່າງຜູ້ໃຫ້ໃຊ້ງານ ແລະ ສິ່ງຂອງ ຂະນະດຽວກັນ ຜູ້ຈໍາໜ່າຍອຸປະກອນຕ້ອງປັບຕົ້ນທຶນ ແລະ ເພີ່ມຄວາມຍືດຍຸ່ນຂອງອຸປະກອນ ເພື່ອຮອງຮັບການໃຊ້ງານໃນສະຖານະການທີ່ຫຼວງຫຼວງ ນອກນີ້ນັກພັດທະນາໃນອຸສາຫະກໍາ ແລະ ນັກພັດທະນາແອັບພິເຄຊັນ ຈະມີການພັດທະນາໃຫ້ມີການໃຊ້ງານເພື່ອໃຫ້ສອດຄ່ອງ ຮອງຮັບກັບເຕັກໂນໂລຊີນີ້ພ້ອມ.

    ສືບຕໍ່ພັດທະນາເພື່ອປະຍຸກໃຊ້ເທັກໂນໂລຊີ 5.5G ໃຫ້ເກີດປະໂຫຍດສູງສຸດ: ເມື່ອມາດຕະຖານ ຄື້ນຄວາມຖີ່ ຜະລິດຕະພັນ ແລະ ລະບົບນິເວດ ມີການພັດທະນາ ແລະ ເຕີບໃຫຍ່ເຕັມທີ່ ເຖິງເວລາທີີ່ປະຍຸກໃຊ້ເຕັກໂນໂລຊີ 5.5G ໃນຫຼາຍສະຖານະການ ການໂຕ້ຕອບຜ່ານອຸປະກອນເຊັນເຊີ ຈະຫັນປ່ຽນວິທີການສື່ສານຂອງພວກເຮົາ ຍານພາຫະນະທີ່ເຊື່ອມຕໍ່ອັດສະລິຍະໄດ້ຖືກກໍານົດໃຫ້ກາຍເປັນພື້ນທີ່ສໍາຄັນອັນດັບ 3 ໃນການຕິດຕໍ່ສື່ສານແບບບໍ່ໃຊ້ສາຍ ແລະ ກາຍເປັນທີ່ນິຍົມໃນຂະນະທີ່ການເຊື່ອມຕໍ່ອັດສະລິຍະໃນອຸດສາຫະກໍາຕ່າງໆຈະເຮັດໃຫ້ການຮັບສົ່ງຂໍ້ມູນທົ່ວເຖິງຫຼາຍຂຶ້ນ ຊຸກຍູ້ໃຫ້ເກີດການຍົກລະດັບອຸດສາຫະກໍາ ມີການປະຍຸກໃຊ້ງານເຕັກໂນໂລຊີໃນຮູບແບບໃໝ່ໆແບບບໍ່ຢຸດຢັ້ງ ແລະ ເຮັດໃຫ້ວິໄສທັດການກ້າວໄປສູ່ໂລກອັດສະລິຍະມີຄວາມຊັດເຈນຫຼາຍຂຶ້ນກວ່າເກົ່າ ເຮັດໃຫ້ຜູ້ມີສ່ວນໄດ້ສ່ວນເສຍໃນອຸດສະຫະກໍານີ້ ຕ້ອງມີການປະສານສົມທົບການເຮັດວຽກຢ່າງກົມກຽວກັນ ເພື່ອພັດທະນາ ແລະ ນໍາໃຊ້ທ່າແຮງຂອງ 5.5G ໃຫ້ເກີດປະສິດທິຜົນສູງສຸດ. 

error: Content is protected !!