WWF ຈັດກິດຈະກຳປຸກລະດົມເພື່ອຫຼຸດຜ່ອນການບໍລິໂພກສັດປ່າ

—————————————————–

ທ້າຍເດືອນຕຸລາ-ກາງເດືອນທັນວາ 2022 ອົງການກອງທຶນອະນຸຮັກທໍາມະຊາດໂລກ (WWF) ຈັດກິດ ຈະກຳປຸກລະດົມເພື່ອປູກຈິດສຳນຶກ ແລະ ຍົກໃຫ້ເຫັນໄພຂົ່ມຂູ່ຈາກ 2 ບັນຫາຮ້າຍແຮງ ເປັນຕົ້ນ ຄວາມສ່ຽງຕໍ່ສຸຂະພາບ ແລະ ຜົນກະທົບຕໍ່ທຳມະຊາດ ອົງການ WWF ໄດ້ເຮັດວຽກຢ່າງຈິງຈັງ ເພື່ອຫຼຸດຜ່ອນການບໍລິໂພກສັດປ່າຢູ່ລາວ ຫວຽດນາມ ແລະ ກຳປູເຈຍ ເຊິ່ງຈາກການສຳຫຼວດ ພົບວ່າໃນ 3 ປະເທດດັ່ງກ່າວ ມີການບໍລິໂພກຊີ້ນສັດປ່າຈຳນວນຫຼາຍ ໂດຍພົບເຫັນການສະໜອງຊີ້ນສັດລ້ຽງລູກດ້ວຍນົມ ແລະ ນົກ ເປັນຕົ້ນ ໃຫ້ຕະຫຼາດ ແລະ ຮ້ານອາຫານຫຼາຍແຫ່ງພາຍໃນປະເທດ ຈາກການຄົ້ນຄວ້າພະຍາດຕິດຕໍ່ທີ່ເກີດຂຶ້ນໃໝ່ ສ່ວນຫຼາຍແມ່ນມີຕົ້ນກຳເນີດມາຈາກສັດ ແລະ ຕິດຕໍ່ສູ່ຄົນ ການຄ້າ-ຂາຍສັດປ່າ ທັງເປັນໄພຂົ່ມຂູ່ ແລະ ເປັນອັນຕະລາຍຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ປະຊາກອນສັດປ່າ ແຕ່ຍັງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຄວາມຢູ່ລອດຂອງຄົນເຮົາອີກດ້ວຍ.

ທ່ານນາງ ອານິດຕາ ບູຊາ ຜູ້ຮັບຜິດຊອບວຽກງານຊະນິດພັນທີ່ໃກ້ຈະສູນພັນ WWF-Laos ກ່າວວ່າ: “ ການໂຄສະນາຂອງພວກເຮົາ ມີຈຸດປະສົງເພື່ອປຸກລະດົມໃຫ້ຜູ້ບໍລິໂພກໃນຕົວເມືອງ ແລະ ແຂວງຕ່າງໆ ປ່ຽນແປງພຶດຕິກຳຕໍ່ການບໍລິໂພກຊີ້ນສັດປ່າ ການໂຄສະນາດັ່ງກ່າວ ແມ່ນອີງຕາມການຄົ້ນຄວ້າກ່ຽວກັບແຮງຈູງໃຈໃນການບໍລິໂພກສັດປ່າ ໂດຍຜົນສະຫຼຸບຊີ້ໃຫ້ເຫັນວ່າ ຜູ້ບໍລິໂພກສ່ວນໃຫຍ່ ກິນຊີ້ນສັດປ່າຍ້ອນຄິດວ່າມັນມີຣົດຊາດແຊບ ຫຼື ຍ້ອນຕິດພັນກັບປະເພນີທີ່ມີການກິນສັດປ່າມາແຕ່ດົນນານ ພ້ອມທັງເຊື່ອວ່າມັນສາມາດເຮັດໃຫ້ພວກເຂົາມີສຸຂະພາບທີ່ດີຂຶ້ນ ຜ່ານການນໍາໃຊ້ຮູບແບບທີ່ເໝາະສົມຕໍ່ການປັບປ່ຽນພຶດຕິກໍາຂອງກຸ່ມຄົນດັ່ງກ່າວ ພວກເຮົາຫວັງວ່າຈະເຂົ້າໃຈວ່າ ການບໍລິໂພກສັດປ່າແມ່ນບໍ່ຄຸ້ມກັບຄວາມສ່ຽງພະຍາດຕິດຕໍ່ທີ່ອາດຈະເກີດຂຶ້ນ ລະຫວ່າງສັດມາສູ່ຄົນ ແລະ ອີກໜຶ່ງ ໄປຫາອີກຫຼາຍຄົນໃນວົງກວ້າງ.

ພະຍາດລະບາດຮ້າຍແຮງ ເຊັ່ນ: ໂຣກຊາຣ໌ (SARS) ໂຣກເມີຣ໌ (MERS) ໄຂ້ຫວັດໝູ (H1N1) ໄຂ້ຫວັດສັດປີກ (H5N1) ໂຄວິດ-19 ແລະ ໂຣກຝີດາດລີງ (Monkeypox) ລ້ວນແຕ່ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ສັດບໍ່ແມ່ນສາເຫດຕົ້ນຕໍຂອງພະຍາດລະບາດດັ່ງທີ່ກ່າວ ໃນຄວາມເປັນຈິງແລ້ວ ພະຍາດທີ່ຢູ່ກັບສັດ ປ່າ ແມ່ນມີອັນຕະລາຍໜ້ອຍຫຼາຍຕໍ່ຄົນ ຖ້າຄົນເຮົາບໍ່ນຳສັດປ່າມາບໍລິໂພກ ຫຼືພົວພັນກັບມັນ ການລຸກລໍ້າເຂົ້າໄປໃນເຂດປ່າ ຈາກການກະທໍາຂອງຄົນເຮົາ ນໍາໄປສູ່ການພົວພັນໃກ້ຊິດລະຫວ່າງຄົນກັບສັດປ່າ ໂດຍສະເພາະ ຈາກການກະທໍາທີ່ມີຄວາມສ່ຽງ ເປັນຕົ້ນ ການລ່າ ການຂົນສົ່ງ ການຄ້າ-ຂາຍ ປຸງແຕ່ງ ມີໄວ້ຄອບຄອງ ຫຼື ເປັນສັດລ້ຽງ ການບໍລິໂພກສັດປ່າ ແລະ ອື່ນໆ ລ້ວນແຕ່ເປັນຊ່ອງທາງຕໍ່ຄວາມສ່ຽງຂອງການຕິດເຊື້ອພະຍາດ ໂດຍການຮ່ວມມືກັບພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ແລະ ແຂວງເຊກອງ ພວກເຮົາຢາກສື່ ສານຈຸດປະສົງຂອງໂຄສະນານີ້ໃຫ້ຜູ້ຄົນໄດ້ຮັບຮູ້ ທັງແບບຜ່ານອອນລາຍ ແລະ ການເຜີຍແຜ່ຜ່ານຮູບແບບ ອື່ນໆ ເພື່ອໃຫ້ເຂົ້າເຖິງຜູ້ບໍລິໂພກຊີ້ນສັດປ່າ ແລະ ແນໃສ່ປ່ຽນແຮງຈູງໃຈຂອງພວກເຂົາ ໂດຍເນັ້ນໃສ່ແຂວງເຊກອງ ແລະ ແຂວງສາລະວັນ ເຊິ່ງເປັນພື້ນທີ່ທີ່ສັດຈຳພວກເຫງັນ ລີງ ແລະ ລິ່ນ ຖືກບໍລິໂພກຢ່າງກວ້າງຂວາງ.

ທ່ານ ແກ້ວໄພລິນ ໂຫງ່ນເພັດສີ ຜູ້ປະສານໂຄງການປ່າສະຫງວນເຊຊັບ ປະຈຳແຂວງເຊກອງ ກ່າວວ່າ: ປ່າສະຫງວນແຫ່ງຊາດເຊຊັບ ພາຍໃຕ້ການຊີ້ນຳຂອງພະແນກກະສິກຳ ແລະ ປ່າໄມ້ແຂວງເຊກອງ ແລະ ແຂວງສາລະວັນ ພ້ອມທັງທາງພາກສ່ວນກ່ຽວຂ້ອງທັງສອງແຂວງ ມີຄວາມກະຕືລືລົ້ນໃນການແກ້ໄຂບັນຫາການບໍລິໂພກຊີ້ນສັດປ່າ ເປັນການຫຼຸດຜ່ອນຄວາມສ່ຽງທີ່ເກີດຈາກພະຍາດຕິດຕໍ່ ແລະ ເພື່ອອະນຸຮັກສັດປ່າທ້ອງຖິ່ນ ແລະ ຄວາມອຸດົມສົມບູນທາງທໍາມະຊາດຂອງປະເທດເຮົາ.

ການບໍລິໂພກຊີ້ນສັດປ່າ ຄືໜຶ່ງໃນໄພຂົ່ມຂູ່ຫຼັກຕໍ່ການຢູ່ລອດຂອງປະຊາກອນສັດປ່າ ມັນເປັນໂຕກະຕຸ້ນໃຫ້ເກີດມີອາຊະຍະກຳທີ່ກ່ຽວຂ້ອງກັບສັດປ່າລະຫວ່າງຊາດ ແລະ ພາຍໃນປະເທດ ນອກນີ້ ຍັງເປັນການເພີ່ມຄວາມສ່ຽງຕໍ່ການເກີດພະຍາດຕິດຕໍ່ຈາກສັດສູ່ຄົນ ເຊິ່ງຜູ້ບໍລິໂພກສ່ວນໃຫຍ່ ຍັງມີຄວາມຮັບຮູ້ໜ້ອຍກ່ຽວກັບຄວາມສ່ຽງທີ່ອາດຈະເກີດຂຶ້ນກັບຕົນເອງ ຄົນຮັກ ຄອບຄົວ ແລະ ສັງຄົມ ເມື່ອພວກເຂົາບໍລິໂພກຊີ້ນສັດປ່າ ປັດຈຸບັນ ໂຣກລະບາດຕ່າງໆເກີດຂຶ້ນຢ່າງຕໍ່ເນື່ອງ ເນື່ອງຈາກການຕິດພັນໃກ້ຊິດລະຫວ່າງຄົນ ແລະ ສັດປ່າ ທີ່ສືບຕໍ່ເພີ່ມຂຶ້ນຢູ່ເລື້ອຍໆ ໂດຍປະມານ 75% ຂອງພະຍາດແມ່ນລ້ວນແຕ່ມາຈາກສັດ ໃນໄລຍະ 30 ປີຜ່ານມາ.

ທ່ານນາງ Jan Vertefeuille ທີ່ປຶກສາອາວຸໂສດ້ານວຽກງານຂົນຂວາຍຂອງ WWF-US ກ່າວວ່າ: ພວກເຮົາບໍ່ສາມາດຄາດການໄດ້ວ່າ ການລະບາດຂອງໂລກຕິດຕໍ່ຈາກສັດມາສູ່ຄົນ ຈະເກີດຂຶ້ນອີກມື້ໃດ ແຕ່ພວກເຮົາສາມາດປ້ອງກັນ ໂດຍການປ່ຽນພຶດຕິກຳການບໍລິໂພກສັດປ່າທີ່ເປັນສາເຫດຫຼັກຂອງໂຣກລະບາດໄດ້ ພວກເຮົາຫວັງວ່າຜູ້ບໍລິໂພກສັດປ່າຈະເຫັນຄວາມສໍາຄັນ ໃຫ້ຄວາມຮ່ວມມື ແລະ ເຮັດໃຫ້ການບໍລິໂພກຊີ້ນສັດ ປ່າ ບໍ່ເປັນທີ່ຍອມຮັບຂອງສັງຄົມ ການປ່ຽນແປງພຶດຕິກຳເພື່ອຫຼຸດຜ່ອນຄວາມສ່ຽງດັ່ງກ່າວ ແມ່ນວິທີທີ່ດີທີ່ສຸດເພື່ອປ້ອງກັນ ແລະ ຮັບມືກັບໂຣກລະບາດອື່ນໆທີ່ອາດເກີດຂຶ້ນໃນອະນາຄົດ.

ການສະໜັບສະໜູນວຽກງານຢຸດການຄ້າ-ຂາຍສັດປ່າເພື່ອເພີ່ມຄຸນຄ່າສູ່ທຳມະຊາດ ຄືໜຶ່ງໃນສາມແຜນງານອະນຸຮັກຫຼັກ (ປ່າໄມ້ ສັດນໍ້າ ແລະ ສັດປ່າ) ທີ່ອົງການ WWF ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ແນໃສ່ສ້າງຄວາມເຂັ້ມແຂງຕໍ່ວຽກງານບັງຄັບໃຊ້ກົດໝາຍສັດປ່າ ແລະ ຫຼຸດຜ່ອນຄວາມຕ້ອງການສັດປ່າ ເພື່ອຢຸດການລ່າ ການຄ້າ-ຂາຍ ແລະ ການຊົມໃຊ້ຜະລິດຕະພັນທີ່ເຮັດຈາກສັດປ່າທີ່ຜິດກົດໝາຍ ນອກນີ້ການໂຄສະນານີ້ຍັງໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມງານເອກະຊົນ ເຊັ່ນ: ບໍລິສັດ Vero ບໍລິສັດ Bigblue Agency Laos ແລະ ບໍລິສັດ TwoWayPR ພ້ອມທັງສື່ມວນຊົນຜູ້ເປັນກະບອກສຽງຂອງສັງຄົມ ແລະ ອີກຫຼາຍພາກສ່ວນອື່ນ ທີ່ເຫັນຄວາມສຳຄັນຂອງກິດຈະກໍານີ້.

(ສະບາໄພ)

error: Content is protected !!