ສຸມໃສ່ສ້າງເມືອງໄຊທານີ ໃຫ້ເປັນເມືອງເຂັ້ມແຂງຮອບດ້ານ

ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ອົງ­ຄະ​ນະ​ພັກ​ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ອັດ​ລົງ​ດ້ວຍ​ຜົນ­ສຳ­ເລັດ​ຢ່າງ​ຈົບ­ງາມ ໃນ​ວັນ​ທີ 12 ມິ­ຖຸ­ນາ 2020 ຢູ່​ເມືອງ​ດັ່ງ­ກ່າວ ໂດຍ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ຄຳ​ປະ­ດິດ ເຂັມ​ມາ­ນິດ ກຳ­ມະ­ການ​ພັກ ນວ ເລ­ຂາ​ພັກ​ເມືອງ ເຈົ້າ­ເມືອງ​ໄຊ​ທາ­ນີ ມີ​ສະ­ຫາຍ ສິນ​ລະ​ວົງ ຄຸດ​ໄພ­ທູນ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ ເຈົ້າ​ຄອງ ນວ ພ້ອມ​ດ້ວຍ​ອະ­ດີດ​ການ​ນຳ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ດັ່ງ­ກ່າວ ບັນ­ດາ​ຜູ້​ແທນ​ສົມ­ບູນ​ໄດ້​ພ້ອມ​ກັນ​ປະ­ຕິ­ບັດ​ໜ້າ­ທີ່​ການ­ເມືອງ ດ້ວຍ​ຄວາມ​ຮັບ­ຜິດ­ຊອບ​ສູງ ແລະ ເປັນ​ເອ­ກະ​ພາບ​ຮັບ­ຮອງ​ເອົາ​ບົດ​ລາຍ​ງານ​ການ­ເມືອງ ແລະ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ເມືອງ​ໄຊ​ທາ­ນີ ຊຸດ​ທີ VII ພ້ອມ​ນີ້ ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ຊຸດ​ໃໝ່ ເຊິ່ງ​ມີ​ຜູ້​ລົງ​ສະ­ໝັກ 31 ສະ­ຫາຍ ເລືອກ​ເອົາ 27 ສະ­ຫາຍ ຍິງ 5 ສະ­ຫາຍ ເລືອກ​ເອົາ​ຄະ­ນະ​ປະ­ຈຳ​ພັກ 9 ສະ­ຫາຍ ໃນ​ນີ້ ໄດ້​ເລືອກ​ເອົາ​ສະ­ຫາຍ ຄຳ​ປະ­ດິດ ເຂັມ​ມາ­ນິດ ເປັນ​ເລ­ຂາ ສະ­ຫາຍ ໜູ​ກີ ສີ​ຫາ​ລາດ ສະ­ຫາຍ ບຸນ​ວັນ ຈະ​ສົ໋ວ​ເກົ້າ ເປັນ​ຮອງ​ເລ­ຂາ ສະ­ຫາຍ​ນາງ ສີ­ດາ ບຸນ​ມາ ສະ­ຫາຍ ຄຳ​ເຫວີຍ ສິງ­ຫາ​ທຳ ສະ­ຫາຍ ພັທ ທອງ​ວັນ ປະ­ເສີດ​ສຸກ ສະ­ຫາຍ ພັທ ສົມ​ພອນ ວົງ­ສາ ສະ­ຫາຍ ຄຳ​ພັນ ສຸ­ລິ­ຍະ​ນັນ ສະ­ຫາຍ ສີ­ວິ­ໄລ ຫຼວງ​ລາດ ເປັນ​ຄະ­ນະ​ປະ­ຈຳ​ພັກ ແລະ ເລືອກ​ເອົາ ສະ­ຫາຍ ບຸນ​ວັນ ຈະ​ສົ໋ວ​ເກົ້າ ເປັນ​ປະ­ທານ​ກວດ­ກາ​ພັກ ສະ­ຫາຍ ພູ​ວົງ ອ່ອນ​ສີ ສະ­ຫາຍ​ນາງ ລັກ​ພະ­ນົມ​ວັນ ບົວ­ລະ­ພາ ເປັນ​ຮອງ.

ໂອ­ກາດ​ນີ້ ສະ­ຫາຍ ສິນ​ລະ​ວົງ ຄຸດ​ໄພ­ທູນ ກໍ​ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ຜົນ­ງານ​ທີ່​ອົງ­ຄະ​ນະ​ພັກ ເມືອງ​ໄຊ​ທາ­ນີ ຍາດ​ມາ​ໄດ້​ໃນ​ໄລ­ຍະ​ຜ່ານ​ມາ ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ໃຫ້​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ຊຸດ​ໃໝ່ ເອົາ­ໃຈ­ໃສ່​ພິ­ຈາ­ລະ­ນາ​ຄົ້ນ­ຄວ້າ​ໃຫ້​ແຈ້ງ​ຕື່ມ​ຂໍ້​ສະ­ດວກ ສິ່ງ​ອຳ­ນວຍ ແລະ ກາ­ລະ​ໂອ­ກາດ ນຳ​ໃຊ້​ທ່າ­ແຮງ​ຂອງ​ເມືອງ​ເພື່ອ​ບຸກ​ບືນ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃຫ້​ສຳ­ເລັດ​ໜ້າ­ທີ່ ກຳ​ແໜ້ນ​ເຊື່ອມ​ຊຶມ​ຜັນ​ຂະ­ຫຍາຍ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ­ຖະ­ບານ ໂດຍ​ສະ­ເພາະ ກຳ​ແໜ້ນ​ເຊື່ອມ​ຊຶມ ແລະ ຜັນ​ຂະ­ຫຍາຍ​ມະ­ຕິ​ຂອງ​ກົມ​ການ­ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ພັດ­ທະ­ນາ ນວ ໃນ​ໄລ­ຍະ​ໃໝ່ (2020-2030) ສະ­ບັບ​ເລກ​ທີ 107/ກມສພ ທີ່​ໄດ້​ກຳ­ນົດ 3 ທັດ­ສະ­ນະ 4 ທິດ​ທາງ ແລະ 4 ຄາດ­ໝາຍ ໃນ​ການ​ພັດ­ທະ­ນາ ນວ ສຸມ​ໃສ່​ສ້າງ​ເມືອງ​ໄຊ​ທາ­ນີ​ໃຫ້​ເປັນ​ເມືອງ​ເຂັ້ມ­ແຂງ​ຮອບ­ດ້ານ ໃນ 5 ປີ ໃຫ້​ເພິ່ງ​ຕົນ​ເອງ ແລະ ກຸ້ມ​ຕົນ​ເອງ​ດ້ານ​ລາຍ​ຈ່າຍ​ບໍ­ລິ­ຫານ ພັດ­ທະ­ນາ 17 ບ້ານ​ໃຫ້​ເປັນ​ສ່ວນ​ໜຶ່ງ​ຂອງ 300 ບ້ານ ເທ­ສະ​ບານ ນວ ສ້າງ​ເຂດ​ດົງ ໝາກ­ຄາຍ ເຂດ​ດອນ​ໜູນ ໃຫ້​ເປັນ​ເທ­ສະ​ບານ​ເມືອງ​ໄຊ​ທາ­ນີ ສ້າງ​ເຂດ​ທ່າ​ງ່ອນ ນາ​ຕານ ເປັນ​ຈຸດ​ສຸມ​ສຳ­ຄັນ ແລະ ກ້າວ​ໄປ​ເຖິງ​ການ​ເປັນ​ເມືອງ​ໃໝ່​ໃນ​ອະ­ນາ­ຄົດ ໃນ​ນີ້ ຕ້ອງ​ຫັນ­ປ່ຽນ​ໃໝ່​ຕໍ່​ການ­ຈັດ­ຕັ້ງ​ນຳ​ພາ­ໃຫ້​ແຂງ­ແຮງ​ກວ່າ​ສະ­ໄໝ​ທີ VI ແລະ ກຳ​ແໜ້ນ ເຊື່ອມ​ຊຶມ ຈັດ​ຕັ້ງ​ປະ­ຕິ­ບັດ​ເນື້ອ​ໃນ​ຈິດ­ໃຈ​ຂອງ​ບົດ​ລາຍ​ງານ​ການ­ເມືອງ ແຜນ​ພັດ­ທະ­ນາ​ເສດ​ຖະ ກິດ-ສັງ­ຄົມ​ຂອງ​ເມືອງ​ຕົນ​ໃຫ້​ເປັນ​ຮູບ​ປະ​ທຳ ໃຫ້​ລົງ​ຮອດ​ຂະ­ແໜງ­ການ-ບ້ານ​ໂດຍ​ໄວ.

error: Content is protected !!