ໄຟຟ້າ ຫົງສາ ມອບ 30.000.000 ສະໜັບສະໜູນງານບຸນຊ່ວງເຮືອ ທີ່ແຂວງໄຊຍະບູລີ

    ແຂວງ ໄຊຍະບູລີ ຈັດງານບຸນປະເພນີຊ່ວງເຮືອ ປະຈຳປີ 2022  ຂຶ້ນວັນທີ 10-11 ຕຸລາ 2022 ທີ່ບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໂດຍບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໃຫ້ການສະໜັບສະໜຸນ ງົບປະມານໃນການຈັດງານບຸນປະເພນີຊ່ວງເຮືອ ເປັນເງິນ 30.000.000 ກີບ ແລະ ເສື້ອໃຫ້ກັບນັກຂ່າວຂອງສະຖານີວິທະຍຸ ແລະ ໂທລະພາບແຂວງໄຊຍະບູລີ ເປັນເງິນ 3.000.000 ກີບ.

    ສໍາລັບພິທີໄຂງານງານປະເພນີບຸນຊ່ວງເຮືອ ແຂວງໄຊຍະບູລີ ປະຈໍາປີ 2022 ຈັດຂຶ້ນວັນທີ 11 ຕຸລາ 2022 ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ມີທ່ານ ຈິລະສັກ ທິບບໍາລຸງ ຮອງຜູ້ອໍານວຍການໃຫຍ່ ສາຍງານບໍ່ແຮ່ ພ້ອມດ້ວຍຄະນະທີມງານຝ່ານສື່ສານອົງກອນ ຄະນະການນໍາເມືອງ ການນໍາແຂວງ ເຈົ້າໜ້າທີ່ພາກລັດ ພາກເອກະຊົນ ແລະ ປະຊົນເຂົ້າຮ່ວມ.

    ງານປະເພນີບຸນຊ່ວງເຮືອແຂວງໄຊຍະບູລີ ຈັດຂຶ້ນເປັນປະຈໍາທຸກປີ ໂດຍຖືເປັນງານບຸນທີ່ໃຫຍ່ອີກງານໜຶ່ງ ທີ່ທຸກພາກສ່ວນໃຫ້ຄວາມສໍາຄັນໃນການຮ່ວມກັນຈັດງານ ເພື່ອເປັນການເສີມສ້າງຄວາມສາມັກຄີຂອງຄົນພາຍໃນແຂວງ ແລະ ເປັນການຮ່ວມອະນຸຮັກ ແລະ ສືບສານວັດທະນະທໍາປະເພນີອັນດີງາມຂອງຊາດທີ່ມີມາໃຫ້ຄົງຢູ່ ແລະ ສືບຕໍ່ໄປ.

# ຂ່າວ – ພາບ : ວຽງມາ

error: Content is protected !!