ກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກເມືອງນາຊາຍທອງ

ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ອົງ­ຄະ​ນະ​ພັກ​ເມືອງ​ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 12-13 ມິ­ຖຸ­ນາ 2020 ຢູ່​ກອງ​ບັນ­ຊາ​ການ​ທະ­ຫານ ນວ ໂດຍ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ວຽງ​ຄຳ ສີ​ຫາ​ໂຄດ ຮັກ­ສາ​ການ​ເລ­ຂາ​ພັກ​ເມືອງ ຮອງ​ເຈົ້າ­ເມືອງ​ນາ​ຊາຍ​ທອງ ມີ​ສະ­ຫາຍ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເລ­ຂາ​ຄະ­ນະ​ພັກ ຮອງ​ເຈົ້າ​ຄອງ ນວ ພ້ອມ​ດ້ວຍ​ພະ­ນັກ­ງານ​ອາ­ວຸ­ໂສ ອະ­ດີດ​ການ​ນຳ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ສະ­ຫາຍ ວຽງ​ຄຳ ສີ​ຫາ​ໂຄດ ກ່າວ​ວ່າ: 5 ປີ­ຜ່ານ­ມາ ການ​ຊີ້​ນຳ-ນຳ­ພາ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ເມືອງ ນາ​ຊາຍ​ທອງ ມີ​ທັງ​ຂໍ້​ສະ­ດວກ ແລະ ຂໍ້​ຫຍຸ້ງ­ຍາກ ເປັນ­ຕົ້ນ ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ວິ​ກິດ​ການ​ເງິນ​ໂລກ ໄພ­ພິ­ບັດ ທຳ​ມະ​ຊາດ ການ​ລະ­ບາດ​ຂອງ​ພະ­ຍາດ ປາ­ກົດ­ການ​ຫຍໍ້­ທໍ້​ຕ່າງໆ​ໃນ​ສັງ­ຄົມ ເຊິ່ງ​ໄດ້​ສ້າງ​ຄວາມ​ຫຍຸ້ງ­ຍາກ​ບໍ່​ໜ້ອຍ ໃຫ້­ການ​ພັດ­ທະ­ນາ​ເມືອງ ແຕ່​ພາຍ​ໃຕ້​ການ​ຊີ້​ນຳ-ນຳ­ພາ​ຢ່າງ​ໃກ້­ຊິດ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ນວ ຄວາມ ຮັບ­ຜິດ­ຊອບ​ສູງ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ເມືອງ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ມີ​ຄວາມ​ສາ­ມັກ­ຄີ​ເປັນ​ເອ­ກະ​ພາບ ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ຄຳ​ສັ່ງ ຄຳ​ແນະ­ນຳ​ຂອງ​ສູນ​ກາງ​ພັກ ຂອງ​ຄະ­ນະ​ພັກ ນວ ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ອົງ­ຄະ​ນະ​ພັກ​ເມືອງ​ນາ​ຊາຍ​ທອງ ບັນ­ລຸ​ຜົນ­ສຳ­ເລັດ​ຫຼາຍ​ດ້ານ ໂດຍ​ສະ­ເພາະ ໄດ້​ເອົາ­ໃຈ­ໃສ່​ພັດ­ທະ­ນາ​ເສດ­ຖະ­ກິດ​ເປັນ­ໃຈ​ກາງ ຕິດ​ພັນ​ກັບ​ການ​ພັດ­ທະ­ນາ​ສັງ­ຄົມ ຂຸດ​ຄົ້ນ​ນຳ​ໃຊ້​ທ່າ­ແຮງ​ດ້ານ​ເສດ­ຖະ­ກິດ​ຂອງ​ເມືອງ ຊຸກ­ຍູ້​ປະ­ຊາ­ຊົນ​ຜະ­ລິດ​ເປັນ​ສິນ­ຄ້າ​ຕາມ​ກົນ​ໄກ​ເສດ­ຖະ­ກິດ​ຕະ­ຫຼາດ ຂະ­ຫຍາຍ​ຕາ​ໜ່າງ​ການ​ຄ້າ-ບໍ­ລິ­ການ​ເພີ່ມ​ຂຶ້ນ ເຮັດ​ໃຫ້​ເສດ­ຖະ­ກິດ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ ສະ­ເລ່ຍ 8,05% ຕໍ່​ປີ ລວມ​ຍອດ​ຜະ­ລິດ​ຕະ​ພັນ ບັນ­ລຸ 1.462,4 ຕື້​ກີບ ທຽບ­ໃສ່ 5 ປີ­ຜ່ານ­ມາ ເພີ່ມ​ຂຶ້ນ 484,08 ຕື້​ກີບ ເທົ່າ​ກັບ 149,48% ສະ­ເລ່ຍ​ລາຍ​ຮັບ 18 ລ້ານ​ກວ່າ​ກີບ​ຕໍ່​ຄົນ​ຕໍ່​ປີ ໃນ​ນີ້ ຂົງ­ເຂດ​ກະ­ສິ­ກຳ ແລະ ປ່າ­ໄມ້ ຫຼຸດ​ລົງ 25,25% ອຸດ­ສາ­ຫະ­ກຳ-ຫັດ­ຖະ­ກຳ ເພີ່ມ​ຂຶ້ນ 47,3% ການ​ຄ້າ-ບໍ­ລິ­ການ ເພີ່ມ​ຂຶ້ນ 27,45%.

ຊຸກ­ຍູ້​ການ​ເກັບ​ລາຍ​ຮັບ​ງົບ­ປະ­ມານ ໄດ້ 66.731.498.560 ກີບ ທຽບ­ໃສ່​ແຜນ­ການ 5 ປີ ເທົ່າ​ກັບ 87,42% ທຽບ­ໃສ່​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ຜ່ານ​ມາ ປີ 2014 ເພີ່ມ​ຂຶ້ນ 275,05% ອັນ​ທີ່​ພົ້ນ​ເດັ່ນ​ສົກ​ງົບ​ປະ ມານ​ປີ 2019 ສາ­ມາດ​ປະ­ຕິ­ບັດ​ໄດ້​ເກີນ​ແຜນ­ການ 106% ພ້ອມ​ນີ້ ຍັງ​ໄດ້​ນຳ­ພາ​ຊຸກ­ຍູ້​ຊາວ​ກະ­ສິ­ກອນ​ຫັນ­ປ່ຽນ​ການ​ຜະ­ລິດ​ແບບ​ທຳ​ມະ​ຊາດ​ໄປ​ສູ່​ການ​ຜະ­ລິດ​ເປັນ​ສິນ­ຄ້າ ລະ­ບົບ​ຊົນ­ລະ­ປະ­ທານ​ອ່າງ​ນ້ຳ​ຫຸມ-ນ້ຳ​ຊ່ວງ ໄດ້​ຮັບ ການ​ປັບ­ປຸງ ສະ­ໜອງ​ນ້ຳ​ເຂົ້າ​ເນື້ອ­ທີ່​ການ​ຜະ­ລິດ​ໄດ້ 2 ລະ­ດູ ທົ່ວ​ເມືອງ​ມີ​ເນື້ອ­ທີ່​ປູກ​ເຂົ້າ 10.724 ເຮັກ­ຕາ ຜົນ​ຜະ­ລິດ​ໄດ້ 246.106 ໂຕນ ສະ­ມັດ​ທະ​ພາບ​ສະ­ເລ່ຍ 4,23 ໂຕນ​ຕໍ່​ເຮັກ­ຕາ ສາ­ມາດ​ກຸ້ມ​ຕົນ​ເອງ ດ້ານ​ສະ­ບຽງ​ອາ­ຫານ ແລະ ຂາຍ​ເປັນ​ສິນ­ຄ້າ ເນື້ອ­ທີ່​ປູກ​ພືດ​ຜັກ 1.106 ເຮັກ­ຕາ ຜົນ​ລະ​ລິດ​ໄດ້ 43.829 ໂຕນ ອັນ​ພົ້ນ​ເດັ່ນ​ປະ­ຊາ­ຊົນ​ມີ​ຄວາມ​ຮູ້-ຄວາມ​ເຂົ້າ­ໃຈ ແລະ ມີ​ການ​ຫັນ­ປ່ຽນ​ຈາກ​ການ​ປູກ-ການ​ລ້ຽງ­ສັດ​ແບບ​ເກົ່າ ເປັນ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ຫຼາຍ​ຂຶ້ນ ປັດ­ຈຸ­ບັນ ທົ່ວ​ເມືອງ​ມີ​ຟາມ​ລ້ຽງ­ສັດ 242 ຟາມ ເພີ່ມ​ຂຶ້ນ 47 ຟາມ ຜະ­ລິດ​ທາດ​ຊີ້ນ​ໄດ້ 14.206 ໂຕນ​ຕໍ່​ປີ ສ້າງ​ຄອບ­ຄົວ​ຕົວ​ແບບ​ຜະ­ລິດ​ເປັນ​ສິນ­ຄ້າ​ໄດ້ 498 ຄອບ­ຄົວ ເພີ່ມ​ຂຶ້ນ 268 ຄອບ­ຄົວ ມີ​ຫົວ­ໜ່ວຍ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ທີ່​ໄດ້​ຮັບ​ກາ​ເຄື່ອງ­ໝາຍ​ໂອ​ດ໋ອບ 6 ຫົວ­ໜ່ວຍ ເພີ່ມ​ຂຶ້ນ 5 ຫົວ­ໜ່ວຍ ມີ​ຕະ­ຫຼາດ 13 ແຫ່ງ ໃນ​ນີ້ 2 ແຫ່ງ ແມ່ນ​ໄດ້​ມາດ­ຕະ­ຖານ​ຕົວ​ແບບ ມີ​ໂຮງ­ງານ 250 ແຫ່ງ ອັນ​ພົ້ນ​ເດັ່ນ​ເມືອງ​ນາ​ຊາຍ​ທອງ​ສາ­ມາດ​ຈັດ​ງານ​ຕະ­ຫຼາດ­ນັດ​ວາງ­ສະ­ແດງ ແລະ ຂາຍ​ສິນ­ຄ້າ ກະ­ສິ­ກຳ ຫັດ­ຖະ­ກຳ ແລະ ອຸດ­ສາ­ຫະ­ກຳ ເປັນ​ປົກ­ກະ­ຕິ​ທຸກ​ປີ.

ສຳ­ລັບ​ທິດ​ທາງ​ຕໍ່­ໜ້າ ຈະ​ສູ້​ຊົນ​ເຮັດ​ໃຫ້​ເສດ­ຖະ­ກິດ​ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ ໝັ້ນ​ທ່ຽງ ແລະ ຖືກ ທິດ ດ້ວຍ​ຈັງ­ຫວະ​ການ​ຂະ­ຫຍາຍ­ຕົວ 7-8% ຕໍ່​ປີ ຊຸກ­ຍູ້​ການ​ຜະ­ລິດ​ເປັນ​ສິນ­ຄ້າ ກະ­ສິ­ກຳ​ສະ­ອາດ ຕາມ​ທິດ​ຊົນ​ລະ​ກະ­ເສດ​ທັນ​ສະ­ໄໝ ຂະ­ຫຍາຍ​ເນື້ອ­ທີ່​ປົກ​ຫຸ້ມ​ສີ­ຂຽວ​ໃຫ້​ໄດ້ 75% ຕິດ​ພັນ​ກັບ​ການ​ພັດ­ທະ­ນາ​ແຫຼ່ງ​ທ່ອງ​ທ່ຽວ ທຳ​ມະ​ຊາດ ປະ­ຫວັດ­ສາດ ແລະ ວັດ­ທະ­ນະ­ທຳ​ໃຫ້​ໂດດ​ເດັ່ນ ແລະ ຍືນ​ຍົງ ສຸມ​ໃສ່​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້ ດ້ານ​ວັດ­ທະ­ນະ­ທຳ-ສັງ­ຄົມ ໄພ​ສັງ­ຄົມ ການ​ຄ້າ​ມະ­ນຸດ ການ​ກໍ່​ອາ​ຊະ​ຍາ​ກຳ ບັນ­ຫາ​ຂໍ້​ຂັດ​ແຍ່ງ ແລະ ຄະ­ດີ ຄວາມ​ໃນ​ສັງ­ຄົມ​ໃຫ້​ຫຼຸດ​ລົງ​ຢ່າງ​ຈະ­ແຈ້ງ ແລະ ສູ້​ຊົນ​ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ­ແຂງ ໜັກ​ແໜ້ນ ໃນ​ແຕ່​ລະ​ປີ​ໃຫ້​ໄດ້ 85% ສ້າງ​ສະ­ມາ­ຊິກ​ປອດ​ໃສ ເຂັ້ມ­ແຂງ ໜັກ​ແໜ້ນ ໃຫ້​ໄດ້ 80% ແລະ​ອື່ນໆ.

error: Content is protected !!